ການອາບນໍ້າຖືເປັນກິດຈະວັດທີ່ຄົນເຮົາປະຕິບັດໃນທຸກໆມື້ ໂດຍສະເພາະໃນຍາມເຊົ້າ ແລະ ກ່ອນເຂົ້ານອນ ເຊິ່ງວ່າໄລຍະເວລາການອາບນໍ້າຂອງແຕ່ລະບຸກຄົນແຕກຕ່າງກັນໄປ ອາດຈະຊ້າ ຫຼື ໄວກໍເປັນໄດ້. ໂດຍສ່ວນໃຫຍ່ແລ້ວ, ເຮົາສັງເກດໄດ້ວ່າຜູ້ຍິງຈະໃຊ້ເວລາອາບນໍ້າດົນກ່ອນຜູ້ຊາຍ ເນື່ອງຈາກມີຂະບວນການທຳຄວາມສະອາດຫຼາກຫຼາຍຂັ້ນຕອນກວ່າ, ເຖິງວ່າແນວໃດກໍຕາມນັ້ນມັນອາດບໍ່ໄດ້ດີຕໍ່ສຸຂະພາບຜິວສະເໝີໄປ.
ອີງຕາມການລາຍງານຂອງກົມຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມຣິກາ (CDC) ພົບວ່າ ການອາບນ້ຳຫຼາຍ ຫຼື ໜ້ອຍເກີນໄປ ອາດນຳໄປສູ່ບັນຫາຜິວໜັງ ພ້ອມແນະນຳວ່າ ເວລາທີ່ດີທີ່ສຸດສໍາລັບການອາບນ້ຳແມ່ນປະມານ 5 – 10 ນາທີ, ໃນໄລຍະເວລານີ້ເໝາະສົມແກ່ການທຳຄວາມສະອາດ ແລະ ເພີ່ມຄວາມຊຸ່ມຊື່ນແກ່ຜິວຫນັງ.
ຄືດັ່ງທີ່ຮູ້ກັນແລ້ວວ່າ ຜິວໜັງຂອງເຮົາຕ້ອງການນໍ້າຄືກັນກັບຮ່າງກາຍ ແຕ່ມັນຈະມີຜົນກະທົບແນວໃດຖ້າເຮົາຫາກຊຳລະລ້າງຮ່າງກາຍໂດຍໃຊ້ເວລາຫຼາຍ ຫຼື ໜ້ອຍເກີນໄປ?
ຜົນຂ້າງຄຽງຈາກການອາບນໍ້າດົນ
ການອາບນໍ້າໂດຍໃຊ້ເວລາດົນເບິ່ງຄືວ່າຈະທຳຄວາມສະອາດໄດ້ທົ່ວເຖິງ, ແຕ່ຮູ້ບໍ່ວ່າ ຫາກອາບນ້ຳດົນເກີນໄປນັ້ນສົ່ງຜົນໃຫ້ຜິວຫນັງຂາດນ້ຳ. ໂດຍສະເພາະແມ່ນການອາບນ້ຳຮ້ອນເປັນເວລາດົນໆ ມັນຈະກຳຈັດນໍ້າມັນທຳມະຊາດຂອງຜິວໜັງ ແລະ ເປີດຮູຂຸມຂົນປ່ອຍໃຫ້ຄວາມຊຸ່ມຊື່ນອອກຈາກຮ່າງກາຍ.
ສະນັ້ນແລ້ວ, ຄວນການຫຼີກເວັ້ນການອາບນໍ້າອຸນຫະພູມຮ້ອນເກີນໄປໃນລະດູໜາວຍ້ອນວ່າ ຄວາມຮ້ອນສາມາດທໍາລາຍພື້ນຜິວຂອງຜິວໜັງນໍາໄປສູ່ການອັກເສບ ແລະ ເພີ່ມອາການຂອງສະເກັດເງິນໄດ້.

ຜົນຂ້າງຄຽງຂອງການອາບນ້ຳໄວເກີນໄປ
ໂດຍທົ່ວໄປແລ້ວ ຫາກວ່າອາບນ້ຳຢ່າງຮີບຮ້ອນເກີນໄປຈະເຮັດໃຫ້ທຳຄວາມສະອາດຜິວໜັງໄດ້ບໍ່ລະອຽດ. ດັ່ງນັ້ນ, ອາດເພີ່ມຄວາມສ່ຽງຕໍ່ການຕິດເຊື້ອຜິວໜັງ, ເກີດມີກິ່ນຕົວ, ເກີດມີນ້ຳມັນຈະສະສົມຢູ່ຕາມຜິວໜັງອຸດຕັນຮູຂຸມຂົນ ແລະ ເກີດເປັນສິວໃນທີ່ສຸດ.
ແລ້ວຖ້າວ່າອາບນໍ້າຫຼາຍຄັ້ງຕໍ່ມື້ຈະສົ່ງຜົນຕໍ່ສະພາບຜິວຄືແນວໃດ?
ການອາບນໍ້າເລື້ອຍໆເຮັດໃຫ້ຜິວໜັງສູນເສຍສ່ວນປະກອບສົ່ງຜົນໃຫ້ຜິວແຫ້ງ, ມີອາການຄັນ, ລອກ ແລະ ອາດເຮັດໃຫ້ລະບົບພູມຕ້ານທານຂອງຜິວໜັງເສຍຫາຍ, ເຊື້ອແບັກທີເຣຍສາມາດເຂົ້າໄປໃນຜິວຫນັງໄດ້ງ່າຍຂຶ້ນ ແລະ ກໍ່ໃຫ້ເກີດການອັກເສບຂອງຜິວໜັງ. ສະນັ້ນ, ແພດຜິວໜັງຈຶ່ງແນະນໍາໃຫ້ອາບນ້ຳຢ່າງໜ້ອຍ 1-2 ເທື່ອຕໍ່ມື້, ໂດຍຂຶ້ນກັບກິດຈະກໍາທີ່ທ່ານເຮັດໃນແຕ່ລະມື້.

ວິທີການອາບນ້ຳຢ່າງຖືກຕ້ອງ
1. ອາບນໍ້າດ້ວຍນໍ້າອຸນຫະພູມທີ່ເໝາະສົມ ທ່ານ ດຣ.ອີດຽນ ແຄມິນກາໄດ້ກ່າວວ່າ ວິທີທີ່ງ່າຍ ແລະ ອ່ອນໂຍນທີ່ສຸດແກ່ຜິວແມ່ນການໃຊ້ມືຖູຕາມຜິວໜັງ ຫຼື ຂີ້ແຮ້ ໂດຍບໍ່ຮຸນແຮງ.
2. ທຳຄວາມສະອາດຮ່າງກາຍດ້ວຍສະບູຈາກເທິງຫາລຸ່ມ ແລະ ແນະນຳວ່າທ່ານບໍ່ຄວນໃຊ້ສະບູ ຫຼື ເຄື່ອງເຮັດຄວາມສະອາດທີ່ມີສານຕ້ານເຊື້ອຈຸລິນຊີຫຼາຍເກີນໄປ ເພາະຈະເຮັດໃຫ້ຜິວໜັງເກີດການດື້ສານໄດ້.
3. ທຳຄວາມສະອາດທຸກສ່ວນໃນຮ່າງກາຍ ເຊັ່ນ: ບໍລິເວນແຂນ, ຂາ, ຂີ້ແຮ້, ສອກ, ຂໍ້ຕີນ ແລະ ສ່ວນອື່ນໆ.
4. ໃຊ້ເວລາອາບນໍ້າພຽງ 5 – 10 ນາທີ.
5. ອາບນໍ້າເປັນປະຈຳ 1-2 ຄັ້ງຕໍ່ມື້.
6. ເລືອກທາຄຣີມບໍາລຸງຜິວທີ່ມີສ່ວນປະກອບໃຫ້ຄວາມຊຸ່ມຊື່ນ.
ອ້າງອີງແຫຼ່ງທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/