ຈີນ ເປີດທະນາຄານຊຳລະສະສາງເງິນຢວນແຫ່ງ ສປປ ລາວຢ່າງເປັນທາງການ ອຳນວຍຄວາມສະດວກໃຫ້ນັກລົງທຶນຈາກຈີນ


ທະນາຄານອຸດສາຫະກຳ ແລະ ການຄ້າຈີນຈໍາກັດ (ICBC) ສາຂານະຄອນຫຼວງວຽງຈັນ ເປີດທະນາຄານຊໍາລະສະສາງເງິນຢວນແຫ່ງ ສປປ ລາວ ຢ່າງເປັນທາງການ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ສະຖາບັນການເງິນໃນການດຳເນີນທຸລະກຳການເງິນສະກຸນເງິນຢວນຂອງສອງປະເທດ.

ພິທີເປີດ ທະນາຄານຊຳລະສະສາງເງິນຢວນແຫ່ງ ສປປ ລາວ ມີຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຫໍປະຊຸມແຫ່ງຊາດລາວ ໂດຍໄດ້ຮັບອະນຸຍາດຈາກທະນາຄານປະຊາຊົນຈີນ ແລະ ທະນາຄານແຫ່ງ ສປປ ລາວ.

ພິທີດັ່ງກ່າວ, ຝ່າຍລາວເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຝ່າຍຈີນມີທ່ານ ຫວາງຊ້າງ ອຸປະທູດສະຖານທູດຈີນປະຈໍາລາວ, ທ່ານ ຈ່າງ ເຫວີຍຫວູ (Zhang weiwu) ຮອງຜູ້ອໍານວຍການສໍານັກງານໃຫຍ່ ICBC ທີ່ປັກກິ່ງ, ທ່ານ ຊຸ່ນ ເຟີ່ງເຫຼີຍ (Sun Fenglei) ຜູ້ອໍານວຍການໃຫຍ່ ICBC ສາຂານະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍລາວຈີນ.

ໃນພີທີເປີດດັ່ງກ່າວ, ທະນາຄານຊຳລະສະສາງເງິນຢວນແຫ່ງ ສປປ ລາວຍັງໄດ້ເຊັນສັນຍາການຊໍາລະສະສາງເງິນຢວນກັບ 7 ທະນາຄານໃນລາວປະກອບມີທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ທະນາຄານລາວ-ຈີນ (LCNB), ທະນາຄານພັດທະນາລາວ LDB, ທະນາຄານລາວຫວຽດ (LVB), ທະນາຄານຮ່ວມພັດທະນາ (JDB), ທະນາຄານພົງສະຫວັນ (PSVB) ແລະ ທະນາຄານ ບີໄອຊີ (BIC).

ໂດຍການສ້າງຕັ້ງທະນາຄານຊຳລະສະສາງເງິນຢວນແຫ່ງ ສປປ ລາວ ຄັ້ງນີ້ ນອກຈາກຈະເປັນການຊຸກຍູ້ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນໃນການເຮັດທຸລະກຳການເງິນໃນສະກຸນເງິນຢວນແລ້ວ ນັ້ນ ຍັງເປັນການຊ່ວຍຫຼຸດຕົ້ນທຶນຂອງອັດຕາແລກປ່ຽນ, ຊຸກຍູ້ການລົງທຶນດ້ານການຄ້າຂອງສອງຝ່າຍໃຫ້ມີຄວາມສະດວກກວ່າເກົ່າ ແລະ ຊ່ວຍຄັງສຳຮອງເງິນຕາຕ່າງປະເທດຂອງ ສປປ ລາວມີຫຼາຍສະກຸນເງິນເພີ່ມຂື້ນ, ເພື່ອຊ່ວຍຮັກສາສະຖຽນລະພາບທາງການເງິນຂອງ ສປປ ລາວ.

ໃນພິທີດັ່ງກ່າວ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວກັບສື່ມວນຊົນວ່າ: ການເປີດທະນາຄານຊໍາລະສະສາງເງິນຢວນຍັງເປັນການສະໜັບສະໜູນນະໂຍບາຍການຮ່ວມມືຂອງສອງພັກສອງລັດ ກໍຄືສອງປະເທດລາວ-ຈີນເພື່ອສົ່ງເສີມການຄ້າ ແລະການລົງທຶນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງ ເພື່ອສ້າງການພັດທະນາທັງສອງປະເທດ, ໃນສະພາບປັດຈຸບັນນີ້ການຄ້າ, ການລົງທຶນຂອງສອງປະເທດລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງ.

ທ່ານບຸນເຫຼືອຍັງໃຫ້ຮູ້ອີກວ່າ ການຄ້າທັງສອງປະເທດໃນປີ 2022 ບັນລຸໄດ້ປະມານ 5,6 ຕື້ໂດລາ ເພີ່ມຂຶ້ນ 31% ທຽບໃສ່ປີ 2021 ແລະ ໃນ 6 ເດືອນມູນຄ່າການຄ້າຂອງສອງປະເທດກໍຍັງສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ສະນັ້ນການສ້າງທະນາຄານຊຳລະສະສາງດ້ວຍເງິນຢວນນີ້ແມ່ນສຳຄັນຫຼາຍເຮັດໃຫ້ອຳນວຍສະດວກ, ເຮັດໃຫ້ການຄ້າການລົງທຶນນັບມື້ນັບສະດວກຍິ່ງຂຶ້ນ.

ທະນາຄານຊຳລະສະສາງເງິນຢວນແຫ່ງ ສປປ ລາວແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼືປະເທດທີ່ສາມາດຊໍາລະສະສາງເງິນຢວນໄດ້. ປັດຈຸບັນ, ທະນາຄານຊໍາລະສະສາງເງິນຢວນໃນທົ່ວໂລກມີຢູ່ 31 ແຫ່ງ, ເຊິ່ງໄດ້ສ້າງຕັ້ງ ຢູ່ 29 ປະເທດ ແລະ ຂົງເຂດ ທົ່ວໂລກ, ໂດຍກວມເອົາທະວີບອາເມຣິກາ, ຢູໂຣບ, ອາຊີ ຕາເວັນອອກ, ອາຊີຕາເວັນອອກສຽງໃຕ້, ໂອເຊອານີ ແລະ ອາຟຣິກາ. ປັດຈຸບັນ, ສປປ ລາວ ກາຍເປັນປະເທດທີ 5 ໃນອາຊຽນທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນສູນຊໍາລະສະສາງເງິນຢວນຖັດຈາກສິງກະໂປ, ມາເລເຊຍ, ໄທ ແລະ ຟິລິບປິນ.

ທີ່ມາ:

https://www.facebook.com/crifm93/videos/1107826217292187

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/