ລັດຖະບານຫວຽດນາມ ອະນຸມັດໂຄງການຮ່ວມມື ກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ


ອີງຕາມການລາຍງານຂອງ ສື່ມວນຊົນ ຫວຽດນາມ ລັດ​ຖະ​ບານ​ຫວຽດ​ນາມ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ເຫັນ​ດີໃຫ້ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຫວຽດນາມ Deo Ca Group JSC ​ແລະ ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ລາວ​ມະຫາຊົນ (PetroTrade) ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ສອງ​ປະ​ເທດ.

ກະຊວງ​​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ບໍລິສັດ​ຮ່ວມ​ທຶນ​ກໍ່ສ້າງ​ທາງ​ລົດ​ໄຟ Vung Ang-Tan Ap-Mụ Giạ ​ໃນ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ (PPP), ​ໂດຍ​ອ້າງ​ອີງ​ຕາມ​ຄຳ​ເຫັນ​ຂອງ​ທ່ານ ຫງວຽນ​ກວາງ​ວິງ ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ Deo Ca JSC.

ການຮ່ວມທຶນໃນຖານະຜູ້ລົງທຶນໂຄງການແມ່ນຕ້ອງດໍາເນີນການສຶກສາຄວາມເປັນໄປໄດ້ກ່ອນ ແລະ ສົ່ງບົດລາຍງານການປະເມີນຕາມລະບຽບກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍລົດໄຟ, ກົດໝາຍທີ່ກ່ຽວຂ້ອງ ແລະ ແຜນການໃນການວາງແຜນ.   

ໂຄງການ​ທາງ​ລົດ​ໄຟ​ Vung Ang-Tan Ap-Mụ Giạ ແມ່ນ​ສ່ວນ​ໜຶ່ງ​ຂອງ​ທາງ​ລົດ​ໄຟ​ວຽງ​ຈັນ-ຫວຸງ​ແອງ, ​ເຊິ່ງໄດ້​ລວມເຂົ້າ​ໃນ​ແຜນການ​ພັດທະນາ​ຕາໜ່າງ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄລຍະ 2021 – 2030, ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2050. ມີ​ຄວາມ​ຍາວ 103 ກິ​ໂລ​ແມັດ. ​ແລະ ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ເກືອບ 27,5 ຕື້​ດົ່ງ (1,12 ຕື້​ໂດ​ລາ​ສະຫະລັດ).

ໂດຍໂຄງການນີ້ ຈະເປັນ​ໂຄງການ​ສຳຄັນ, ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ທາງ​ລົດ​ໄຟ​ຫວຽດນາມ – ລາວ ​ໂດຍ​ລວມ, ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບູລິມະສິດ​ຂອງ​ລັດຖະບານ​ຫວຽດນາມ ​ແລະ ລາວ.

ເສັ້ນທາງລົດໄຟ ວຽງຈັນ-ຫວຸງແອງມີຄວາມຍາວທັງໝົດ 554.7 ກິໂລແມັດ ຈາກທ່າເຮືອຫວຸງແອງ ແຂວງ ຮ່າຕິ້ງ ຫາ ນະຄອນຫຼວງວຽງຈັນ. ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ພາຍ​ໃຕ້​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 149,550 ຕື້​ດົງ (6,3 ຕື້​ໂດ​ລາ​ສະຫະລັດ).

ທ່າ​ເຮື່ອ​ຫວຸງ​ແອງ ​ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ໂດຍ​ຜ່ານ​ການ​ແລກປ່ຽນ​ການ​ຄ້າ ​ແລະ ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ​ແນ​ໃສ່​ຕະຫຼາດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄທ, ຈີນ, ສ.​ເກົາຫຼີ ​ແລະ ຍີ່ປຸ່ນ.

ໃນເດືອນແລ້ວນີ້ PetroTrade ໄດ້ລົງນາມໃນຂໍ້ຕົກລົງກັບ ບໍລິສັດ Yooshin Engineering Corporation ແລະ ທາງລົດໄຟແຫ່ງຊາດ ສ.ເກົາຫຼີ ເພື່ອກະກຽມການອອກແບບລະອຽດຂອງເສັ້ນທາງລົດໄຟ ວຽງຈັນ-ຫວຸງແອງ ທີ່ເຊື່ອມຕໍ່ເມືອງ ທ່າແຂກ ແຂວງຄຳມ່ວນ ກັບຝັ່ງລາວ ຊາຍແດນລາວ-ຫວຽດນາມ.

https://vietnamnews.vn/society/1605567/viet-nam-laos-joint-venture-allowed-to-develop-railway-project.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/