Google Trends ເຜີຍ ຮາໂລວີນນີ້ຊຸດ Barbie ເປັນຊຸດທີ່ຖືກຄົ້ນຫາຫຼາຍທີ່ສຸດ


ເຖິງຈະລາຈໍໄປແລ້ວແຕ່ກະແສຍັງຢູ່ ພ້ອມກວາດເງິນໄປທົ່ວໂລກ ກາຍເປັນຮູບເງົາທີ່ເຮັດລາຍໄດ້ສູງສຸດໃນປີ 2023 ພ້ອມກັນນັ້ນຮູບເງົາ Barbie ຍັງມີອິດທິພົນຕໍ່ການນຸ່ງຖືໃນເທສະການຮາໂລວີນ ຈົນກາຍເປັນຊຸດທີ່ຖືກຄົ້ນຫາຫຼາຍທີ່ສຸດໃນປິ 2023 ຈາກການລາຍງານຂອງ Google Trends.

ນອກຈາກນີ້ Barbie ຍັງຄອງອັນດັບ 1 ຂອງການຈັດອັນດັບໃນ Frightgeist ຕົວລະຄອນຈາກແຟຣນຊາຍຮູບເງົາອື່ນໆກໍຍັງຕິດອັນດັບການຄົ້ນຫາເຊັ່ນດຽວກັນບໍ່ວ່າຈະເປັນ Spider-Man ຈາກຈັກກະວານ Marvel ຕາມມາດ້ວຍສາວຜົມເປຍ Wednesday Addams ຈາກ Netflix ແລະ Princess Peach ຈາກ Super Mario Bros Movie.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/