ໃນວັນທີ 15 ສິງຫາ 2022 ມີລາຍງານວ່າ ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ສົ່ງຈົດໝາຍໄປຫາ ຄິມ ຈອງອຶນ ຜູ້ນຳຂອງເກົາຫຼີເໜືອ ເນື່ອງໃນໂອກາດວັນສະເຫຼີມສະຫຼອງອິດສະຫຼະພາບຂອງເກົາຫຼີເໜືອ ຄົບຮອບ 77 ປີ (Liberation Day) ເພື່ອຮັດແໜ້ນຄວາມສຳພັນ ແລະ ສົ່ງເສີມການຮ່ວມມືຫຼາຍດ້ານຂອງທັງສອງປະເທດ.
ໂດຍເນື້ອໃນຈົດໝາຍຂອງ ປູຕິນ ລະບຸວ່າ: ຄວາມສຳພັນທີ່ແໜ້ນແຟ້ນຂຶ້ນຈະເປັນປະໂຫຍດໃຫ້ທັງສອງຝ່າຍ ອີກທັງຍັງຊ່ວຍເສີມສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນບໍລິເວນມະຫາສະໝຸດເກົາຫຼີ ຕະຫຼອດຈົນຮອດອາຊີຕະເວັນອອກສຽງເໜືອ.

ສ່ວນດ້ານ ຄິມ ຈອງອຶນ ກໍໄດ້ສົ່ງຈົດໝາຍຕອບກັບ ປູຕິນ ເຊັ່ນດຽວກັນ ໂດຍລະບຸວ່າ: “ຄວາມສຳພັນລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ ໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີ 2 ຫຼັງການປະລາໄຊຂອງ ຍີ່ປຸ່ນ ແລະ ໄດ້ປົດປ່ອຍ ເກົາຫຼີ ໃຫ້ເປັນອິດສະຫຼະ”.
ໃຈຄວາມໃນຈົດໝາຍຂອງ ຄິມ ຈອງອຶນ ຍັງລະບຸອີກວ່າ: “ຄວາມຮ່ວມມືໃນດ້ານ ກົນລະຍຸດ, ການສະໜັບສະໜູນ ແລະ ຄວາມເປັນນໍ້າໜຶ່ງໃຈດຽວລະຫວ່າງທັງສອງປະເທດໄດ້ຖືກຍົກລະດັບຂຶ້ນ ເຊິ່ງນັບເປັນຄວາມພະຍາຍາມຮ່ວມກັນຂອງສອງຊາດໃນການກຳຈັດໄພຄຸກຄາມ ແລະ ການຍຸແຍ່ຈາກກອງກຳລັງທະຫານທີ່ເປັນສັດຕູ”

ໂດຍຜູ້ນຳຂອງທັງສອງປະເທດນີ້ ໄດ້ພົບກັນຫຼ້າສຸດແມ່ນເມື່ອ ເດືອນ ເມສາ ປີ 2019 ທີ່ຕອນນັ້ນ ຄິມ ຈອງອຶນ ໄດ້ເດີນທາງໄປຢ້ຽມຢາມ ປູຕິນ ທີ່ປະເທດຣັດເຊຍ ເພື່ອຍົກລະດັບຄວາມສຳພັນຂອງທັງສອງຝ່າຍ ແລະ ສົ່ງເສີມຄວາມຮ່ວມມືທາງດ້ານເສດຖະກິດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment