ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງແຫ່ງປະເທດຈີນ (PBOC) ໄດ້ເພີ່ມປະລິມານ “ຄໍາ” ເຂົ້າໃນຄັງສໍາຮອງເປັນ 17 ເດືອນຕິດຕໍ່ກັນໃນເດືອນມີນາ. ເຊິ່ງນີ້ຖືວ່າເປັນການຊື້ຄຳໃນຖານະເປັນຄັງສຳຮອງລະຫວ່າງປະເທດ ແລະ ມີສ່ວນເຮັດໃຫ້ລາຄາຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໂດຍທະຄານກາງແຫ່ງປະເທດຈີນເປີດເຜີຍວ່າ ປະລິມານຄຳໃນຄັງສຳຮອງຂອງທະນາຄານເພີ່ມຂຶ້ນ 0.2% ແຕະລະດັບ 72.74 troy ounces ໃນເດືອນມີນາ, ເຊິ່ງນີ້ແມ່ນການເພີ່ມຂຶ້ນປະຈໍາເດືອນທີ່ໜ້ອຍທີ່ສຸດ ນັບຕັ້ງແຕ່ມີການຊື້ຄໍາເພື່ອເກັບຕຸນນັບຕັ້ງແຕ່ເລີ່ມຊື້ໃນເດືອນພະຈິກ 2022.
ໃນໄລຍະທີ່ຜ່ານມາ, ລາຄາຄໍາໃນຕະຫຼາດໂລກໄດ້ບັນລຸລະດັບສູງໃໝ່ໃນສອງເດືອນທີ່ຜ່ານມາຈາກການຄາດວ່າ ທະນາຄານກາງສະຫະລັດ (Fed) ຈະຫຼຸດອັດຕາດອກເບ້ຍໃນໄວໆນີ້ ຄຽງຄູ່ກັບການສະໜັບສະໜູນການຊື້ຄໍາຂອງທະນາຄານກາງທົ່ວໂລກ, ໂດຍສະເພາະຈີນ.
ທະນາຄານກາງຫຼາຍແຫ່ງທີ່ນຳໂດຍຈີນ ແລະ ອິນເດຍ ໄດ້ມີການຊື້ຄຳເຂົ້າໃນຄັງສໍາຮອງຢ່າງຕໍ່ເນື່ອງໃນເດືອນກຸມພາ 2024 , ເຊິ່ງເປັນເດືອນທີ 9 ຕິດຕໍ່ກັນ. ອີງຂໍ້ມູນຈາກສະພາຄໍາຂອງໂລກ (WGC) ທີ່ໄດ້ລະບຸໄວ້.
ຢ່າງໃດກໍຕາມ, ປະລິມານຊື້ຄໍາໃນເດືອນກຸມພາ 2024 ຫຼຸດລົງ 58% ຈາກເດືອນກ່ອນ. ເຊິ່ງສ່ວນໜຶ່ງແມ່ນຜົນມາຈາກປະລິມານການຂາຍຄໍາທີ່ເພີ່ມຂຶ້ນ.
ສິນຊັບສໍາຮອງຢ່າງເປັນທາງການ GDP ຂອງຈີນໃນເດືອນມີນາປີ 2024 ໄດ້ເພີ່ມຂຶ້ນແຕະລະດັບສູງສຸດນັບແຕ່ເດືອນພະຈິກປີ 2015.
ທຶນສຳຮອງເງິນຕາລະຫວ່າງປະເທດຂອງຈີນໄດ້ເພີ່ມຂຶ້ນເປັນ 3.2457 ພັນຕື້ໂດລາ. ເຊິ່ງນີ້ແມ່ນລະດັບສູງສຸດນັບແຕ່ເດືອນທັນວາ 2021. ເນື່ອງຈາກທະນາຄານກາງແຫ່ງປະເທດຈີນມີຈຸດປະສົງເພື່ອຮັກສາການຖືຄອງເງິນສຳຮອງເພື່ອປ້ອງກັນຄວາມສ່ຽງຂອງການຫຼຸດລົງຂອງເງິນໂດລາສະຫະລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/