ໃນບ້ານ Hezreh ແຂວງ Idlib ທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ ໃນພື້ນທີ່ທີ່ທຸກຍາກ, Mohammed Behlal ອາຍຸ 39 ປີ ເເລະ ລູກຂອງລາວໄດ້ອົດທົນກັບກິ່ນເໝັນ ເເລະ ສ່ຽງຕໍ່ໂຣກຕ່າງໆຈາກການເກັບ ເເລະ ຄັດເເຍກກອງຂີ້ເຫຍື້ອພລາສຕິກດ້ວຍມື ເພື່ອຫາເງິນລ້ຽງຊີບຄອບຄົວ ໂດຍພວກເຂົາມີລາຍໄດ້ພຽງ 7-10 ໂດລາຕໍ່ອາທິດເທົ່ານັ້ນ, ຫຼັງຈາກທີ່ເກັບ ເເລະ ຄັດເເຍກເເລ້ວ ພວກເຂົາຈະນຳໄປຂາຍໃຫ້ກັບໂຮງງານທີ່ຈະນຳມັນໄປຣີໄຊເຄິນອີກເທື່ອ
Mohammed Behlal ກ່າວວ່າ “ເຖິງມັນຈະເມື່ອຍ… ເເຕ່ເຮົາກໍເຮັດຫຍັງບໍ່ໄດ້ ເຮົາຈຳເປັນຈະຕ້ອງອົດທົນໃນການເຮັດວຽກນີ້, ເເຕ່ຢ່າງໜ້ອຍເຮົາກໍສາມາດຈັດການກັບຂີ້ເຫຍື້ອພວກນີ້ໄດ້”

Mohammed Behlal ໄດ້ຖືກຍິງຢູ່ຂາ ເຮັດໃຫ້ບໍ່ສາມາດເຮັດວຽກໄດ້ຢ່າງປົກກະຕິ, ຍ້ອນຄວາມຄັດເເຍ້ງໃນຊີເຣຍໄດ້ເຮັດໃຫ້ມີຜູ້ຄົນເສຍຊີວິດໄປເເລ້ວກວ່າ 500,000 ຄົນ ເເລະ ອີກປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດຖືກບັງຄັບໃຫ້ອອກຈາກທີ່ຢູ່ອາໄສນັບຕັ້ງເເຕ່ສົງຄາມເກີດຂຶ້ນໃນປີ 2011.
ໃນໂຮງຖິ້ມຂີ້ເຫຍື້ອຂະໜາດໃຫຍ່ຢູ່ຂ້າງຂົງເຂດກະສິກໍາ, ຄົນງານໄດ້ຄັດເເຍກຂີ້ເຫຍື້ອພລາສຕິກອອກເປັນກອງຕາມເເຕ່ລະສີ. ຫຼັງຈາກນັ້ນກໍນຳໄປຕັດເປັນຕ່ອນນ້ອຍໆ ແລະ ຫຼອມເປັນເມັດພລາສຕິກ, ຈາກນັ້ນຄົນງານໂຮງງານຈຶ່ງເຮັດເສື່ອ ແລະ ພົມປູທີ່ເຮັດຈາກເສັ້ນດ້າຍພລາສຕິກສີສົດໃສ, ໂດຍເສື່ອທີ່ເຮັດອອກມານັ້ນມີຫຼາກຫຼາຍລວດລາຍ ເເລະ ມີສີສັນທີ່ສະດຸດຕາ.

Mohammed al-Qassem ເຈົ້າຂອງໂຮງງານຜະລິດເສື່ອກ່າວວ່າ ເສື່ອພລາສຕິກນັ້ນເປັນທີ່ນິຍົມຫຼາຍ ສຳລັບຜູ້ຄົນທີ່ຕ້ອງພັດຈາກຖິ່ນຖານ ຫຼື ມາຢູ່ອາໄສຊົ່ວຄາວ, ເສື່ອທີ່ເຮັດຈາກພລາສຕິກທີ່ນຳມາຣິໄຊເຄິນມີລາຄາຕັ້ງແຕ່ 5 ໂດລາເຖິງ 15 ໂດລາ, ໃນຂະນະທີ່ພົມແບບເປີເຊຍມີລາຄາປະມານ 100 ໂດລາ.
ໂດຍໃນລະດູຮ້ອນ, ຄວາມຕ້ອງການເສື່ອນັ້ນເພີ່ມຂຶ້ນ ເນື່ອງຈາກພວກມັນມີລາຄາ ເເລະ ກັກເກັບຄວາມຮ້ອນໄດ້ໜ້ອຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/