ກ່ອນອື່ນໝົດຕ້ອງຂໍກ່າວຄໍາສະແດງຄວາມຍິນດີມາຍັງ ແຈັກກີ້ ສຸລິຍາ ຂຸມເພັດສະວົງ ຫຼືຮູ້ຈັກກັນດີ ໃນນາມ “JaCkky” ໄວໜຸ່ມລາວຄົນທໍາອິດຜູ້ທີ່ສາມາດເຂົ້າໄປແຂ່ງຂັນໃນ The International ຫຼື TI11 ຂອງເກມທີ່ມີເງິນຮາງວັນຫຼາຍທີ່ສຸດໃນໂລກຢ່າງ Dota 2.
ແຈັກກີ້ ຫຼື JaCkky ຖືວ່າເປັນ pro player ລາວຜູ້ໜຶ່ງທີ່ກ່ອນໜ້ານີ້ໄດ້ໄປສ້າງຊື່ສຽງໃຫ້ກັບປະເທດມາແລ້ວໂດຍເຂົ້າຮ່ວມການແຂ່ງຂັນຕ່າງໆ ຂອງ Dota 2 ແລະສາມາດຍາດເອົາອັນດັບໜຶ່ງມາໄດ້ໃນລາຍການ DOTA 2 INVITATIONAL SERIES DUBAI 2022 ມາແລ້ວ ແລະ ປັດຈຸບັນນີ້ ແຈັກກີ້ ຮັບຄໍາແໜ່ງເປັນຕົວ Carry ຫຼື ຕົວແບກທີມ ໃຫ້ກັບທາງ Boom Esports ເຊິ່ງເປັນທີມທີ່ເອີ້ນໄດ້ວ່າຟອມການຫຼິ້ນຮ້ອນແຮງສຸດໆ ຢູ່ໃນຂະນະນີ້ ເພາະໄດ້ເອົາຊະນະທີມດັງໆ ຈາກທົ່ວໂລກມາຫຼາຍທີມ ເຮັດໃຫ້ສາມາດຍາດໄດ້ໜຶ່ງສະລ໊ອດໃນຕາຕະລາງທີມທີ່ຖືກເຊີນໄປແຂ່ງ The International ຫຼື TI11 ທີ່ປະເທດ ສິງກະໂປໃນເດືອນຕຸລາທີ່ຈະມາເຖິງນີ້.

ສຳລັບແຈັກກີ້ ນັ້ນເປັນອີກໜຶ່ງໄວໜຸ່ມລາວທີ່ມີຄວາມສາມາດແລະພອນສະຫວັນຢ່າງລົ້ນເຫຼືອ ໂດຍທີ່ຜ່ານມານັ້ນລາວເປັນຄົນໜຶ່ງທີ່ມັກຫຼິ້ນ Dota 2 ເປັນຊີວິດຈິດໃຈ ໂດຍມັກຈະເຝິິກຝົນ ແລະ ພັດທະນາຕົນເອງໃຫ້ເກັ່ງຂຶ້ນຢູ່ສະເໝີ. ຈາກຈຸດນັ້ນເຮັດໃຫ້ລາວປະສົບຜົນສໍາເລັດຕາມຄວາມຝັນທີ່ໄດ້ວາງໄວ້.
ທັງນີ້ກໍຂໍສະແດງຄວາມຍິນດີກັບ ແຈັກກີ້ ສຸລິຍາ ຂຸມເພັດສະວົງ ແລະ ທີມ Boom Esports ອີກຄັ້ງ ພິເສດສຸດ ແຈັກກີ້ ຖືໄດ້ວ່າເປັນອີກບຸກຄົນໜຶ່ງທີ່ສາມາດສ້າງໜ້າປະຫວັດສາດໃໝ່ໃຫ້ກັບວົງການ E-sports ໃນລາວ ແລະ ສ້າງຄວາມພາກພູມໃຈໃຫ້ແກ່ປະເທດລາວເຮົາອີກພ້ອມ.
ທ້າຍສຸດຂໍເຊີນທຸກຄົນມາຮ່ວມສົ່ງກໍາລັງໃຈມາໃຫ້ແຈັກກີ້ຫຼາຍໆ ເດີ້.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment