ສໍາລັບປະເທດກາຕ້າ ການດື່ມເຫຼົ້າ ຫຼື ເຄື່ອງດື່ມແອລກໍຮໍ ໃນສະຖານທີ່ສາທາລະນະຖືເປັນສິ່ງທີ່ຜິດຕໍ່ປະເພນີ ແລະ ກົດໝາຍ. ແຕ່ໃນປາຍປີ 2022 ນີ້ ປະເທດຈາກຕາເວັນອອກກາງແຫ່ງນີ້ຈະຕ້ອງໄດ້ຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ຫຼາກຫຼາຍຊົນຊາດ ຫຼາກຫຼາຍວັດທະນະທຳ ເປັນຈໍານວນຫຼວງຫຼາຍເພື່ອເຂົ້າມາເບິ່ງການແຂ່ງຂັນບານເຕະທີ່ໃຫຍ່ທີ່ສຸດຂອງໂລກ.
ແຕ່ແນວໃດກໍຕາມ ກາຕ້າ ກໍຍັງຈະຄວບຄຸມເລື່ອງ ແອລກໍຮໍ ຢ່າງເຂັ້ມງວດ ເຊິ່ງຈະຈຳກັດພື້ນທີ່ທີ່ສາມາດດື່ມໄດ້ ແລະ ຈຳກັດຮ້ານຄ້າທີ່ສາມາດຂາຍໄດ້. ນອກຈາກນີ້, ເຄື່ອງດື່ມແອລກໍຮໍ ຍັງຈະຖືກຫ້າມນຳເຂົ້າສູ່ສະໜາມແຂ່ງຢ່າງເດັດຂາດ ແລະ ຈາກການປະຊຸມຫຼ້າສຸດ ກາຕ້າຈະອະນຸຍາດໃຫ້ແຟນໆ ສາມາດດື່ມໄດ້ພຽງແຕ່ບໍລິເວນນອກສະໜາມເທົ່ານັ້ນ ຕ່າງຈາກບັນດາປະເທດໃນຢູໂຣບ ແລະ ຫຼາຍປະເທດທົ່ວໂລກ ທີ່ມີການຈຳໜ່າຍ ແລະ ດື່ມແອລກໍຮໍໃນລະຫວ່າງການແຂ່ງຂັນ.

ເຖິງແມ່ນວ່າວົງການບານເຕະໃນຍຸກນີ້ຈະໄດ້ຮັບການສະໜັບສະໜູນ ຈາກບໍລິສັດເຄື່ອງດື່ມແອລກໍຮໍ ຊື່ດັງ ຈາກທົ່ວໂລກ ແຕ່ກາຕ້າຍັງຢືນຢັນວ່າບໍ່ໃຫ້ນັກທ່ອງທ່ຽວນຳເຄື່ອງດື່ມແອລກໍຮໍເຂົ້າມາໃນປະເທດ. ລວມທັງຊື້ຈາກຮ້ານຄ້າປອດພາສີໃນສະໜາມບິນ.

ແຕ່ທາງຝ່າຍຈັດກໍຍັງອະນຸໂລມໃຫ້ແຟນບານຍັງສາມາດຊື້ເຄື່ອງດື່ມແອລກໍຮໍໄດ້ທີ່ສວນສາທາລະນະ ອັລບິດ ດາ ໃນເມືອງ ໂດຮານ ເຊິ່ງມີກຳລັງທີ່ຈະຈຳໜ່າຍໃຫ້ໄດ້ພຽງ 20,000 ກວ່າຄົນເທົ່ານັ້ນ ໂດຍທາງໂຄສົກຝ່າຍຈັດການແຂ່ງຂັນກ່າວວ່າ:

“ເຄື່ອງດື່ມແອລກໍຮໍມີຈຳໜ່າຍແລ້ວໃນພື້ນທີ່ທີ່ກຳນົດ ເຊັ່ນ: ໂຮງແຮມ ແລະ ຮ້ານບັນທີງ ເຊິ່ງຈະບໍ່ປ່ຽນແປງໃນບານໂລກ 2022 ຄັ້ງນີ້”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment