ຈາກເຫດການລະທຶກຂວັນທີ່ຄົນຮ້າຍໃຊ້ອາວຸດປືນ (ແບບປະດິດຂຶ້ນມາເອງ) ເຂົ້າໄປລອບຍິງອະດີດນາຍົກ ຊິນໂຊ ອາເບະ ຈາກດ້ານຫຼັງຈໍານວນ 2 ນັດ ຂະນະທີ່ກໍາລັງກ່າວສຸນທອນພົດເພື່ອຫາສຽງໃຫ້ກັບພັກເສລີປະສາທິປະໄຕ (LDP) ໃນວັນສຸກ ທີ 8 ກໍລະກົດ ເມື່ອເວລາ 11:30 (ຕາມເວລາທ້ອງຖິ່ນ) ທີ່ແຂວງ ນາຣາ ເຮັດໃຫ້ ຊິນໂຊ ອາເບະ ໝົດສະຕິລົ້ມລົງກັບພື້ນ ແລະ ໄດ້ຖືກນໍາຕົວສົ່ງໂຮງໝໍຢ່າງເລັ່ງດ່ວນ ເຊິ່ງທາງຄະນະແພດໝໍໄດ້ພະຍາມປິ່ນປົວສຸດຄວາມສາມາດແຕ່ບໍ່ສາມາດຮັກສາຊີວິດຂອງອະດີດນາຍຍົກໄວ້ໄດ້. ຕໍ່ມາໃນເວລາປະມານ 17:00 ທາງທີມແພດກໍໄດ້ອອກມາປະກາດວ່າ ຊິນໂຊ ອາເບະ ໄດ້ເສຍຊີວິດລົງແລ້ວ.

ແລະໃນມື້ທີ່ເກີດເຫດ ການປະຊາຊົນຊາວຍີ່ປຸ່ນຈໍານວນຫຼວງຫຼາຍໄດ້ຫຼັ່ງໄຫຼໄປທີ່ສະຖານທີ່ເກີດເຫດການລອບສັງຫານ ຊິນໂຊ ອາເບະ ເພື່ອຮ່ວມໄວ້ອາໄລຈາກຈາກໄປຂອງອະດີດນາຍົກທີ່ດໍາລົງຕໍາແໜ່ງໄດ້ຍາວທີ່ສຸດໃນປະຫວັດສາດຍີ່ປຸ່ນສະໄໝໃໝ່ ແລະເປັນທີ່ຮັກຂອງຊາວຍີ່ປຸ່ນຂອງຫຼາຍໆຄົນ.

ນັດສຶມິ ນິວະ ແມ່ເຮືອນກັບລູກຊາຍ ທີ່ໄດ້ມາວາງດອກໄມ້ໄວ້ອາໄລບ່ອນຈຸດເກີດເຫດ ກ່າວກັບສື່ວ່າ “ຂ້ອຍຕົກໃຈທີ່ເລື່ອງແບບນີ້ເກີດຂຶ້ນທີ່ນາຣາ” ນອກຈາກນີ້ ນິວະ ຍັງບອກອີກວ່າ ຊິນໂຊ ອາເບະ ນັ້ນເປັນວິລະບຸລຸດກູ້ຊາດ ແລະລາວກໍເປັນແຮງບັນດານໃຈໃນການຕັ້ງຊື່ລູກຊາຍ.

“ຂ້ອຍນັ່ງຢູ່ລ້າໆ ບໍ່ໄດ້ຂ້ອຍຕ້ອງອອກມາ” ຊາຊິເອະ ນາງາຟູຈິ ຊາວເມືອງ ນາຣາ ໄດ້ອອກມາທີ່ເກີດເຫດພ້ອມຮ່ວມໄວ້ອາໄລກັບຄົນອື່ນ.

ເຊິ່ງຕັ້ງແຕ່ຕອນຄໍ່າຂອງວັນສຸກຈົນມາຮອດຕອນເຊົ້າຂອງວັນເສົາ ຊາວຢີ່ປຸ່ນຈໍານວນຫຼາຍແມ່ນຍັງເດີນທາງມາວາງດອກໄມ້ໄວ້ອາໄລແລະຮ່ວມກັນສູດມົນໃຫ້ກັບການຈາກໄປຂອງອະດີດນາຍົກຢ່າງບໍ່ຂາດສາຍ.

ຂະນະດຽວກັນມີລາຍງານວ່າໃນຕອນເຊົ້າຂອງມື້ນີ້ ສົບຂອງ ຊິນໂຊ ອາເບະໄດ້ມີການເຄື່ອນຍ້າຍອອກຈາກໂຮງໝໍນາຣາໄປທີ່ເຮືອນຂອງລາວໃນກຸງໂຕກຽວແລ້ວ.

ທັງນີ້ ຊິນໂຊ ອາເບະ ນັ້ນຖືໄດ້ວ່າເປັນນາຍົກລັດຖະມົນຕີຂອງຍີ່ປຸ່ນທີ່ອາຍຸນ້ອຍທີ່ສຸດ ຫຼັງຈາກທີ່ສົງຄາມໂລກຄັ້ງທີ 2 ໄດ້ຈົບລົງ ໂດຍລາວເຂົ້າຮັບຕໍາແໜ່ງໃນປີ 2006 ດ້ວຍອາຍຸພຽງ 52 ປີ ເທົ່ານັ້ນ. ຕໍ່ມາໃນປີ 2012 ກໍກັບມາຮັບຕໍາແໜ່ງນາຍົກລັດຖະມົນຕີອີກຄັ້ງ ເຊິ່ງການກັບມາຄັ້ງນີ້ ຊິນໂຊ ອາເບະ ຖືວ່າເປັນຄົນໜຶ່ງທີ່ຄອງຕໍາແໜ່ງນີ້ໄດ້ຍາວນານຄົນໜຶ່ງໃນປະຫວັດສາດການເມືອງຂອງຍີ່ປຸ່ນ ໂດຍລາວຄອງຕໍາແໜ່ງຕັ້ງແຕ່ປີ 2012-2020 ກ່ອນທີ່ຈະປະກາດລາອອກຈາກຕໍາແໜ່ງໃນເດືອນສິງຫາ ປີ 2020 ດ້ວຍປັນຫາທາງສຸຂະພາບ.

ພ້ອມນີ້ ຊິນໂຊ ອາເບະ ໃນວາລະທີ່ຍັງດໍາລົງຕໍາແໜ່ງນາຍົກລັດຖະມົນຕີແມ່ນໄດ້ສ້າງຜົນງານທີ່ພົ້ນເດັ່ນໄວ້ຫຼາຍຢ່າງເຊັ່ນ:

  • ຜົນງານໃນດ້ານເສດຖະກິດ ຈາກຫຼາກຫຼາຍນະໂຍບາຍ ເຊັ່ນ ພະຍາຍາມຜ່ອນຄາຍນະໂຍບາຍທາງການເງິນ, ຕິດຕາມການໃຊ້ຈ່າຍງົບປະມານຂອງລັດຖະບານຢ່າງສູງ ໂດຍສະເພາະການເປີດຮັບຊາວຕ່າງຊາດທີ່ເປັນແຮງງານ, ນັກລົງທຶນ ແລະ ນັກທ່ອງທ່ຽວ ເຂົ້າມາປະເທດຫຼາຍກວ່າລັດຖະບານຍີ່ປຸ່ນໃນຊຸດກ່ອນໆ ນອກຈາກນີ້ ຍັງເຮັດຂໍ້ຕົກລົງສຳຄັນກັບສະຫະພາບຢູໂຣບ (EU) ແລະຫຼາຍປະເທດໃນພາກພື້ນປາຊີຟິກ ຈາກນະໂຍບາຍທີ່ກ່າວມານີ້ມັນໄດ້ການເປັນເຄື່ອງພິສູດວ່າເສດຖະກິດຍີ່ປຸ່ນຍັງເຕີບໃຫຍ່ຕໍ່ໄປໄດ້ ເຖິງວ່າຈໍານວນປະຊາກອນຈະລົດລົງ.
  • ໃນດ້ານການຕ່າງປະເທດ ຊິນໂຊ ອາເບະ ກໍໄດ້ປະກາດຍຸດທະສາດ “ອິນໂດ-ປາຊີຟິກທີ່ເສລີແລະເປີດກວ້າງ (Free and Open Indo-Pacific : FOIP)” ເພື່ອເປັນການແຂ່ງຂັນກັບຈີນ ຍີ່ປຸ່ນໃຊ້ການລົງທຶນເພື່ອກະຊັບຄວາມສໍາພັນທາງເສດຖະກິດກັບປະເທດໃນພາກພື້ນ ຂະນະດຽວກັນ ຊິນໂຊ ອາເບະ ຍັງປະສົບຄວາມສໍາເລັດໃນການຮັກສາສົມດຸນລະຫວ່າງ 2 ມະຫາອໍານາດຂອງໂລກຢ່າງຈີນ ແລະສະຫະລັດອາເມຣິກາ.
  • ພາຍໃຕ້ການນໍາຂອງ ຊິນໂຊ ອາເບະ ຍີ່ປຸ່ນສາມາດຂະຫຍາຍພັນທະມິດດ້ານຄວາມໝັ້ນຄົງກັບສະຫະລັດອາເມຣິກາ ພ້ອມກັບຮັກສາຮຸ້ນສ່ວນໃນດ້ານເສດຖະກິດກັບຈີນໄວ້ໄດ້ ອີກທັງຍັງສາມາດເຮັດປະຊາຄົມໂລກໄວ້ວາງໃຈ ໂດຍຍອມໃຫ້ຍີ່ປຸ່ນເປັນເຈົ້າພາບໃນການແຂ່ງຂັນກິລາໂອລິມປິກ 2020 ດ້ວຍການສ້າງຄວາມເຊື່ອໝັັ້ນ ທີ່ສາມາດຄວບຄຸມຄວາມເສຍຫາຍ ຂອງໂຮງໄຟຟ້ານິວເຄຼຍ ຟຸກຸຊິມາ ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວແລະຄື້ນສຶນາມິໃນປີ 2011 ໄດ້ຮຽບຮ້ອຍ.

ຢ່າງໃດກໍຕາມ ເຫດການນີ້ໄດ້ສ້າງຄວາມສະເທືອນໃຈ, ຄວາມໂສກເສົ້າເສຍໃຈໃຫ້ກັບຊາວຍີ່ປຸ່ນ ແລະປະຊາຄົມໂລກຢ່າງຫຼວງຫຼາຍ ເພາະບໍ່ມີໃຜຄິດວ່າຈະເກີດເຫດການນີ້ຂຶ້ນ ແລະຍີ່ປຸ່ນເອງກໍເປັນປະເທດໜຶ່ງທີ່ຂຶ້ນຊື່ເລື່ອງຄວາມເຂັ້ມງວດໃນການອອກກົດໝາຍຄວບຄຸມອາວຸດປືນ ທີ່ບໍ່ອະນຸຍາດໃຫ້ຄອບຄອງເປັນກໍາມະສິດສ່ວນບຸກຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ