ຫາກໃຜຍັງຈື່ໄດ້ ຈາກກໍລະນີຂອງມະຫາເສດຖີອັນດັບໜຶ່ງຂອງໂລກຢ່າງ Elon Musk ທີ່ກ່ອນໜ້ານີ້ (ເດືອນເມສາ) ໄດ້ອອກມາປະກາດວ່າຈະຊື້ກິດຈະການຂອງ Twitter ໂດຍຍື່ນຂໍ້ສະເໜີໄປເປັນເງິນຈໍານວນ 44,000 ລ້ານໂດລາ ແລະຂໍໃຫ້ທາງ twitter ເປີດເຜີຍບັນຊີປອມໃຫ້ Musk ຮູ້ວ່າມັນມີຢູ່ແທ້ໆຈັກບັນຊີ ເພື່ອທີ່ຈະເອົາໄປຄໍານວນມູນຄ່າກິດຈະການ ແລະເບິ່ງວ່າການໄດ້ຮູ້ຈໍານວນຂອງຜູ້ໃຊ້ແທ້ໆ ມັນສໍາຄັນຕໍ່ການຫາລາຍໄດ້.

ຕໍ່ມາທາງ Twitter ກໍໄດ້ອອກມາບອກວ່າບັນດາບັນຊີປອມນັ້ນ ແມ່ນມີໜ້ອຍກວ່າ 5% ແຕ່ວ່າບໍ່ມີການນໍາຂໍ້ມູນແບບລະອຽດມາເປີດເຜີຍ ດ້ວຍເຫດນັ້ນເຮັດໃຫ້ Musk ບໍ່ເຊື່ອພ້ອມກັບບອກວ່າແທ້ຈິງແລ້ວບັນຊີປອມແມ່ນມີຫຼາຍກວ່ານັ້ນ ແລະກົດດັນໃຫ້ທາງ Twitter ເປີດເຜີຍຂໍ້ມູນແບບລະອຽດອອກມາ.


ຈາກຄວາມເຫັນທີ່ບໍ່ລົງຮອຍລະຫວ່າງ Elon Musk ກັບ ທາງ Twitter ເຮັດໃຫ້ Musk ອອກມາປະກາດຫຼົ້ມການຊື້ກິດຈະການໄວ້ພຽງເທົ່ານີ້ ໂດຍບອກວ່າທາງ Twitter “ລະເມີດຂໍ້ກຳນົດຫຼາຍຢ່າງ” ຈາກຂໍ້ຕົກລົງເດີມໃນເດືອນເມສາທີ່ຜ່ານມາ.

ໃນການຍື່ນຟ້ອງຕໍ່ສານກ່ຽວກັບກໍລະນີດັ່ງກ່າວ Musk ອ້າງວ່າ Twitter ບໍ່ໄດ້ໃຫ້ຂໍ້ມູນພຽງພໍກ່ຽວກັບຈໍານວນບັນຊີປອມ ແລະ ບັອດ (Bot) ເຖິງແພລັດຟອມໂຊຊຽວມີເດຍ ແລະບໍ່ໄດ້ໃຫ້ຂໍ້ມູນພຽງພໍແກ່ທີມຂອງຕົນທີ່ຈະເຮັດການວິເຄາະດ້ວຍຕົນເອງ.

“ບາງຄັ້ງ Twitter ແມ່ນບໍ່ສົນໃຈຕໍ່ຄໍາຂໍຂອງ Musk ບາງຄັ້ງກໍປະຕິເສດດ້ວຍເຫດຜົນທີ່ເບິ່ງຄືວ່າບໍ່ຍຸຕິທໍາ ແລະບາງຄັ້ງກໍອ້າງວ່າປະຕິບັດຕາມຄໍາຂໍ ໃນຂະນະທີ່ໃຫ້ຂໍ້ມູນບໍ່ສົມບູນຫຼືໃຊ້ງານບໍ່ໄດ້ໃຫ້ແກ່ Musk” ເນື້ອໃນສ່ວນໜຶ່ງທີ່ແຈ້ງຕໍ່ສານ.

ເບິ່ງຄືວ່າການປະກາດຍົກເລີກຊື້ກິດຈະການ Twitter ຂອງ Musk ມັນຈະບໍ່ໄດ້ຈົບລົງງ່າຍໆ ເພາະຄະນະກໍາມະການຂອງ Twitter ຢ່າງBret Taylor ໄດ້ອອກມາກ່າວວ່າ ຂະນະນີ້ມີແຜນຈະຟ້ອງ Musk ເພື່ອໃຫ້ແນ່ໃຈວ່າຂໍ້ຕົກລົງຈະຜ່ານໄປໄດ້ ແລະໝັ້ນໃຈວ່າຈະຊະນະຄະດີໃນສານ.

“ເຮົາມຸ່ງໝັ້ນທີ່ຈະປິດການເຮັດທຸລະກໍາໃນລາຄາແລະເງື່ອນໄຂທີ່ຕົກລົງກັບ Musk ແລະວາງແຜນທາງກົດໝາຍເພື່ອບັງຄັບຂໍ້ຕົກລົງຄວບກິດຈະການໃຫ້ລຸລ່ວງ ເຮົາໝັ້ນໃຈເຮົາຈະມີໄຊໃນສານ” Bret Taylor ລະບຸ.

 ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ