Zinc ຫຼື ເເຮ່ທາດສັງກະສີແມ່ນໜຶ່ງໃນສານອາຫານທີ່ຈໍາເປັນສໍາລັບຮ່າງກາຍ ທີ່ຮ່າງກາຍບໍ່ສາມາດຜະລິດຂຶ້ນມາເອງໄດ້ ຫຼື ສາມາດເກັບຮັກສາໄວ້ ພຽງເເຕ່ໄດ້ຮັບຜ່ານການກິນອາຫານ ຫຼື ຢາສະເພາະເທົ່ານັ້ນ
ຮ່າງກາຍຂອງພວກເຮົາຈຳເປັນຕ້ອງໃຊ້ເເຮ່ທາດສັງກະສີ ເພື່ອໃຊ້ໃນຂະບວນການຕ່າງໆຂອງຮ່າງກາຍເຊັ່ນ:
- ການຈະເລີນເຕີບໂຕ ແລະ ການພັດທະນາຂອງຮ່າງກາຍ
- ປະຕິກິລິຍາຂອງ enzyme
- ການເຮັດວຽກຂອງລະບົບພູມຕ້ານທານ
- ການສັງເຄາະທາດໂປຼຕີນ
- ການສັງເຄາະ DNA
- ການຟື້ນຟູບາດແຜ
- ການສະແດງອອກຂອງກຳມະພັນ (Gene expression)

ນອກຈາກນັ້ນ, Zinc ຍັງມີຄວາມຈໍາເປັນຕໍ່ການເຮັດວຽກຂອງ enzyme ຫຼາຍກວ່າ 300 ຊະນິດ ທີ່ຊ່ວຍໃນເລື່ອງຂອງຂະບວນການເຜົາຜານ, ການຍ່ອຍອາຫານ, ການເຮັດວຽກຂອງລະບົບປະສາດ, ຈົນໄປເຖິງການພັດທະນາ ແລະ ການເຮັດວຽກຂອງຈຸລັງພູມຕ້ານທານໃນຮ່າງກາຍ. ດັ່ງນັ້ນ, Zinc ຖືໄດ້ວ່າເປັນແຮ່ທາດທີ່ສໍາຄັນອັນດັບສອງສໍາລັບຮ່າງກາຍຮອງຈາກທາດເຫຼັກ.
- ຜົນປະໂຫຍດດ້ານສຸຂະພາບທີ່ໄດ້ຈາກ Zinc
- ຊ່ວຍໃນການເຮັດວຽກຂອງລະບົບພູມຕ້ານທານ
Zinc ແມ່ນມີຄວາມສໍາຄັນຫຼາຍສໍາລັບລະບົບພູມຕ້ານທານ. ເນື່ອງຮ່າງກາຍຂອງພວກເຮົາຕ້ອງໃຊ້ Zinc ໃນການເຮັດວຽກຂອງຈຸລັງຂອງລະບົບພູມຕ້ານທານທີ່ເອີ້ນວ່າ T-cells, ເຊິ່ງເປັນຈຸລັງທີ່ຊ່ວຍຄວບຄຸມການຕອບສະໜອງຂອງລະບົບພູມຕ້ານທານ ແລະ ຈັດການກັບຈຸລັງທີ່ຕິດເຊື້ອ ຫຼື ຜິດປົກກະຕິ. ຄົນທີ່ມີລະບົບພູມຕ້ານທານອ່ອນແອເຊັ່ນ: ຜູ້ສູງອາຍຸຄວນບໍລິໂພກອາຫານທີ່ອຸດົມດ້ວຍ Zinc ເພື່ອຊ່ວຍເພີ່ມການເຮັດວຽກຂອງລະບົບພູມຕ້ານທານໃຫ້ແຂງແຮງ ແລ ະຊ່ວຍປ້ອງກັນພະຍາດທີ່ເກີດຈາກການຕິດເຊື້ອເຊັ່ນ: ປອດອັກເສບ ແລະອື່ນໆ.
ໃນຂະນະດຽວກັນ, ຖ້າຮ່າງກາຍຂາດ Zinc ອາດສົ່ງຜົນຕໍ່ການເຮັດວຽກຂອງລະບົບພູມຕ້ານທານໃນຮ່າງກາຍ ແລະ ໃນທີ່ສຸດອາດຈະນໍາໄປສູ່ບັນຫາອື່ນໆເຊັ່ນການຕິດເຊື້ອໄດ້
- ລົດຜ່ອນການອັກເສບ
Zinc ສາມາດຊ່ວຍລົດຜ່ອນປະລິມານຄວາມຄຽດທີ່ເກີດຈາກ oxidation (oxidative stress) ແລະ ລົດຜ່ອນຈໍານວນຂອງທາດໂປຼຕີນບາງຊະນິດທີ່ເຮັດໃຫ້ເກີດການອັກເສບ. ຈາກການຄົ້ນຄວ້າພົບວ່າ ຜູ້ສູງອາຍຸທີ່ກິນສັງກະສີ 45 ມລຕໍ່ມື້ມີທ່າອ່ຽງທີ່ຈະເກີດການອັກເສບໜ້ອຍກວ່າກຸ່ມທີ່ໃຊ້ placebo.

- ຊ່ວຍຈັດການສິວ
ເພາະບັນຫາສິວສ່ວນຫຼາຍແມ່ນເກີດຈາກການອັກເສບ ຫຼື ອາດເກີດຈາກເຊື້ອແບັກທີເຣັຍ, ຈາກການຄົ້ນຄວ້າພົບວ່າການທາຢາ ຫຼື ກິນຢາທີ່ມີ Zinc ສາມາດຊ່ວຍປິ່ນປົວສິວ ໂດຍການລົດຜ່ອນການອັກເສບ ແລະ ປ້ອງກັນການຂະຫຍາຍຕົວຂອງເຊື້ອແບັກທີເຣັຍທີ່ເຮັດໃຫ້ເກີດສິວໄດ້. ພ້ອມຍັງຊ່ວຍລົດຜ່ອນການເຮັດວຽກຂອງຕ່ອມນໍ້າມັນ. ຊ່ວຍຫຼຸດຜ່ອນການສະສົມ ແລະ ການອຸດຕັນຂອງໄຂມັນເທິງໃບຫນ້າ ເຊິ່ງຈະນໍາໄປສູ່ການເປັນສິວອີກດ້ວຍ
- ການຟື້ນຟູບາດເເຜ
Zinc ມີບົດບາດສໍາຄັນໃນການຮັກສາຄວາມສົມບູນ ແລະ ໂຄງສ້າງຂອງຜິວໜັງ. ຜູ້ປ່ວຍທີ່ມີອາການເປັນບາດແຜຊໍາເຮື້ອ ມັກຈະມີບັນຫາກັບການເຜົາຜານ Zinc ທີ່ບໍ່ປົກກະຕິ ແລະ ລະດັບ Zinc ໃນ serum ຕໍ່າ. ດັ່ງນັ້ນ, ຄີມທາຜິວຫຼາຍປະເພດຈຶ່ງມັກເພີ່ມ Zinc ເປັນສ່ວນປະສົມ ເພື່ອຊ່ວຍປິ່ນປົວອາການທາງຜິວໜັງເຊັ່ນ: ການລະຄາຍເຄືອງ ຫຼື ເປັນຜື່ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/