YouTuber ຄຸນະພາບ! MrBeast ບໍລິຈາກເຄື່ອງນຸ່ງ ແລະ ອາຫານ ມູນຄ່າກວ່າ 2,7 ລ້ານໂດລາ ໃຫ້ແກ່ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ


ນັບໄດ້ວ່າເປັນອີກໜຶ່ງຄອນເທັນຄຸນະພາບ ແລະ ສັງຄົມໄດ້ປະໂຫຍດຢ່າງແທ້ຈິງກັບ MrBeast ນັກຜະລິດຄອນເທັນ YouTuber ຊື່ດັງ ຫຼັງລາວເຮັດວິດີໂອ ບໍລິຈາກເຄື່ອງນຸ່ງ ແລະ ອາຫານ ມູນຄ່າລວມກວ່າ 2,7 ລ້ານໂດລາ ໃຫ້ແກ່ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ.

ໂດຍ MrBeast ບອກວ່າ ໂຄງການດັ່ງກ່າວໄດ້ລິເລີ່ມມາຈາກການທີ່ລາວຮູ້ວ່າ ໃນໂລກເຮົາປັດຈຸບັນ ມີຂີ້ເຫຍື້ອຈາກການຜະລິດເສື້ອຜ້າເກີນຂະໜາດ ແລະ ບໍ່ໄດ້ໃຊ້ແລ້ວເປັນຈຳນວນຫຼາຍ ແລະ ໃນແຕ່ລະປີ ມີເຄື່ອງນຸ່ງຫຼາຍກວ່າ 92 ລ້ານໂຕນ ຖືກຖິ້ມໃຫ້ກາຍເປັນຂີ້ເຫຍື້ອ ແລະ ມັນໄດ້ກາຍເປັນຂີ້ເຫຍື້ອເປັນໄພຕໍ່ສິ່ງແວດລ້ອມ. ເຊິ່ງໃນດ້ານໜຶ່ງເຮົາມີສິ່ງເສດເຫຼືອຂອງເສື້ອຜ້າ ແລະ ເສື້ອຜ້າທີ່ຖິ້ມແລ້ວເປັນຈຳນວນຫຼວງຫຼາຍ ແຕ່ໃນອີກດ້ານໜຶ່ງເຮົາກໍຍັງມີ ປະຊາກອນອີກຫຼາຍລ້ານຊີວິດ ທີ່ຍັງຂາດແຄນ ແລະ ຕ້ອງການພຽງເສື້ອຍືດທຳມະດາໆ ໄວ້ໃສ່ໃນແຕ່ລະມື້.

ໂດຍໃນການຊ່ວຍເຫຼືອຄັ້ງນີ້ MrBeast ແລະ ທີມງານໄດ້ຊ່ວຍກັນຮວບຮວມເຄື່ອງນຸ່ງເສດເຫຼືອ ບໍ່ໄດ້ໃຊ້ແລ້ວ, ເຄື່ອງນຸ່ງທີ່ຜະລິດເກີນຂະໜາດ, ເຄື່ອງນຸ່ງທີ່ມີຕຳໜິ ບໍ່ໄດ້ຂາຍ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກທາງ Champion ແລະ The Ridge ສອງແບຣນເສື້ອຜ້າຍັກໃຫຍ່ລະດັບໂລກ.

 ເຊິ່ງໃນຄັ້ງນີ້ MrBeast ເລືອກທີ່ຈະບໍລິຈາກໃຫ້ກັບ ຊົນເຜົ່າ Hopi ເຊິ່ງເປັນຊົນເຜົ່ານ້ອຍໆ ແລະ ທຸກຍາກ ອາໄສຢູ່ໃນພາກຕາເວັນອອກສຽງເໜືອຂອງລັດ Arizona ປະເທດ ອາເມຣິກາ ເຊິ່ງຕ້ອງອົດທົນກັບຄວາມອຶດຫິວ ແລະ ຄວາມໜາວເຢັນໃນແຕ່ລະປີ. ໂດຍ MrBeast ກ່າວວ່າ ຊົນເຜົ່າ Hopi ຕ້ອງການຄວາມຊ່ວຍເຫຼືອທຸກຢ່າງ ທີ່ຈະຊ່ວຍໃຫ້ພວກເຂົາໄດ້ຮັບຄວາມອົບອຸ່ນໃນຍາມໜາວ.

ໜຶ່ງໃນສະມາຊິກຊົນເຜົ່າ Hopi ກ່າວວ່າ: ຮູ້ສຶກຊາບຊຶ້ງໃຈຫຼາຍກັບສິ່ງທີ່ MrBeast ໄດ້ເຮັດ ບໍ່ແມ່ນພຽງແຕ່ການທີ່ລາວບໍລິຈາກເຄື່ອງນຸ່ງຫົ່ມ ແລະ ອາຫານເທົ່ານັ້ນ ແຕ່ມັນເປັນຄວາມພະຍາຍາມທີ່ຢາກຈະຮູ້ຈັກພວກເຮົາ ແລະ ເຜີຍແຜ່ພວກເຮົາອອກໄປສູ່ໂລກພາຍນອກ.

ໂດຍວິດີໂອດັ່ງກ່າວຖືກໂພສລົງໃນຊ່ອງທີ່ມີຊື່ວ່າ Beast Philanthropy ເຊິ່ງເປັນຊ່ອງ YouTube ທີ່ແຍກອອກມາຈາກຊ່ອງຫຼັກ ເພື່ອເຮັດວິດີໂອກ່ຽວກັບການກຸສົນ ແລະ ການຊ່ວຍເຫຼືອສັງຄົມໂດຍສະເພາະ. ແນ່ນອນພາຍຫຼັງວິດີໂອດັ່ງກ່າວຖືກເຜີຍແຜ່ອອກໄປ ທຸກຄຳຄິດເຫັນກໍໄປໃນທິດທາງດຽວກັນໝົດໂດຍການຍ້ອງຍໍ ແລະ ຊື່ນຊົມໃນຄວາມຕັ້ງໃຈຂອງ MrBeast ຈົນມີບາງຄົນບອກວ່າ MrBeast ຄວນໄດ້ຮັບຮາງວັນ Nobel ກັນເລີຍ.

MrBeast ມີຊື່ແທ້ວ່າ ຈິມມີ ໂດນັລຊັນ (Jimmy Donaldson) ເປັນໄວໜຸ່ມຊາວ ອາເມຣິກາ ແລະ ປັດຈຸບັນ MrBeast ຖືວ່າເປັນ YouTuber ທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆຂອງໂລກ ໂດຍມີຍອດຜູ້ຕິດຕາມຢູ່ຊ່ອງຫຼັກ ປະມານ 145 ລ້ານຄົນກັນເລີຍ.

ຂອບໃຈຂໍ້ມູນຈາກ: https://bit.ly/43O30Vk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/