Will Smith ຕົບໜ້າ Christ Rock ກາງເວທີ Oscar!!! ສາເຫດຍ້ອນເວົ້າບໍ່ໃຫ້ກຽດພັນລະຍາຂອງລາວ


ກາຍເປັນກະແສໄປທົ່ວໂລກໃນທັນທີ! ໃນງານປະກາດຜົນຮາງວັນ Oscar ຄັ້ງທີ 94 ເມື່ອ Will Smith ໄດ້ຍ່າງຂຶ້ນໄປເທິງເວທີ ແລະ ໄດ້ຕົບໜ້າ Chris Rock ຜູ້ທີ່ດຳເນີນການເປັນພິທີກອນໃນຂະນະນັ້ນ.

ໂດຍເລື່ອງລາວມັນເກີດຂຶ້ນເພາະວ່າ Chris Rock ໄດ້ໄປເວົ້າໃຫ້ Jada Pinkett Smith ຜູ້ທີ່ເປັນພັນລະຍາຂອງWill Smith ວ່າ ກຽມຕົວໄປສະແດງຮູບເງົາເລື່ອງ G.I. Jane ໄດ້ເລີຍ ເຊິ່ງເປັນຮູບເງົາທີ່ມີນັກສະແດງນຳ ເປັນຜູ້ຍິງແຖຫົວໂລ້ນ ແລະ ເນື່ອງຈາກ Jada Pinkett Smith ແມ່ນປະສົບກັບພາວະຜົມຫຼົ່ນ ແລະ ຫົວຂອງລາວກໍເກືອບບໍ່ມີເສັ້ນຜົມ, ໃນຂະນະທີ່ Will ພະຍາຍາມໃຫ້ກຳລັງໃຈພັນລະຍາທີ່ກຳລັງປ່ວຍມາຕະຫຼອດ ແຕ່ Chris ເອົາມາເປັນມຸກຕະຫຼົກ. ທັງນີ້ຫຼາຍຄົນຄິດວ່າ Will Smith ແມ່ນບໍ່ພໍໃຈ Chris Rock ຢ່າງແຮງ ເພາະເບິ່ງຄືວ່າມັນເປັນການບໍ່ໃຫ້ກຽດ ແລະ ເປັນການດູຖູກພັນລະຍາຂອງ Will Smith.

ຫຼັງຈາກທີ່ຂຶ້ນໄປຕົບໜ້າ Chris Rock ແລ້ວ Will Smith ກໍໄດ້ຍ່າງລົງມາບ່ອນນັ່ງຂອງລາວພ້ອມກັບຮ້ອງໃສ່ Chris Rock ວ່າ: ”ຢ່າເວົ້າເຖິງຊື່ຂອງພັນລະຍາຂ້ອຍຈາກປາກຂອງເຈົ້າອີກ”.ຈາກວິດີໂອດັ່ງກ່າວເຮັດໃຫ້ມັນເຜີຍແຜ່ໄປຢ່າງໄວວາ ແລະ ຫຼາຍຄົນກໍຕົກໃຈໄປຕາມໆກັນ ເພາະບໍ່ມີໃຜຄາດຄິດວ່າຈະເກີດເຫດການແບບນີ້ໃນເວທີລະດັບໂລກ.ສາມາດເບິ່ງວິດີໂອເຫດການຄັ້ງນີ້ໄດ້ທີ່: https://cutt.ly/yDkc67U

ຫຼັງຈາກນັ້ນ Will Smith ກໍໄດ້ຂຶ້ນຮັບຮາງວັນນັກສະແດງນຳຊາຍ ເຖິງ 4 ຮາງວັນ ແລະ ໄດ້ກ່າວວ່າ “ຄວາມຮັກ ຈະເຮັດໃຫ້ເຈົ້າເຮັດເລື່ອງບ້າໆໄດ້”

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/