5 ສັນຍານທີ່ອາດບອກວ່າທ່ານກຳລັງຕິດເຊື້ອວັນນະໂຣກ


ວັນນະໂຣກເປັນອີກໂຣກໜຶ່ງທີ່ຄຸ້ນຫູທຸກຄົນມາດົນແລ້ວ ແຕ່ໜ້ອຍຄົນທີ່ຈະຮູ້ວ່າໂຣກນີ້ມັນອັນຕະລາຍຫຼາຍປານໃດ. ວັນນະໂຣກແມ່ນໂຣກທີ່ເກີດຈາກແບັກທີເຣຍທີ່ມີຊື່ວ່າ ໄມໂຄຣແບັກທີຣຽມ ທູເບີຄູຊິສ (Mycobacterium tuberculosis). ຖ້າເກີດວ່າ ເຊື້ອແບັກທີເຣຍ ໄປຕິດກັບສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ແລະ ເພີ່ມຈຳນວນຂຶ້ນເລື້ອຍໆ ເມື່ອພູມຕ້ານທານບໍ່ແຂງແຮງ ຮ່າງກາຍບໍ່ສາມາດປ້ອງກັນຕົນເອງໄດ້ ຄົນໆນັ້ນກໍຈະຕິດເຊື້ອວັນນະໂຣກ. ບໍລິເວນທີ່ກວດພົບວ່າຕິດເຊື້ອຫຼາຍທີ່ສຸດແມ່ນປອດ ແຕ່ມັນຍັງສາມາດຕິດເຊື້ອພາກສ່ວນອື່ນໆຂອງຮ່າງກາຍໄດ້ເຊັ່ນ: ຕິດເຊື້ອໃນກະດູກ, ຕ່ອມນ້ຳເຫຼືອງ ແລະ ສະໝອງ.

ມື້ນີ້ເຮົາຈະພາທຸກຄົນໄປເບິ່ງ 5 ສັນຍານທີ່ອາດຊີ້ວ່າທ່ານກຳລັງຕິດເຊື້ອວັນນະໂຣກຢູ່.

  • ໄຂ້ຊໍາເຮື້ອອ່ອນໆ ຈົນອາດຈະບໍ່ໄດ້ສັງເກດວ່າ ປົກກະຕິແລ້ວເປັນໃນຕອນສວາຍ ຫຼື ໃນຕອນແລງ.
  • ເຫື່ອອອກຫຼາຍຜິດປົກກະຕິໃນເວລາກາງຄືນ.
  • ມີອາການອິດເມື່ອຍເປັນປະຈຳ ບໍ່ວ່າຈະພັກຜ່ອນພຽງພໍແລ້ວ, ເລີ່ມເບື່ອອາຫານ ແລະນໍ້າໜັກລົດລົງຜິດປົກກະຕິ.
  • ມີການໄອຕິດຕໍ່ກັນເກີນ 2 ອາທິດ ອາດຈະໄອແບບແຫ້ງໆ ຫຼື ໄອແບບມີຂີ້ກະເທີ່.
  • ເຈັບໜ້າເອິກ ເມື່ອຍຫອບ ແລະ ຫາຍໃຈຕິດຂັດ.

ຖ້າທ່ານມີອາການເຫຼົ່ານີ້ໃຫ້ທ່ານຮີບຟ້າວໄປພົບແພດໝໍໂດຍດ່ວນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/