ແຟນບານ Nigeria ຜິດຫວັງກັບຜົນງານຂອງທີມຊາດ ພາກັນແຫ່ລົງໄປໃນສະໜາມກໍ່ຄວາມບໍ່ສະຫງົບຫຼັງຈົບເກມ


ໃນວັນອັງຄານທີ 29 ມີນາ ທີ່ຜ່ານມາ, ທີມຊາດບານເຕະໄນຈີເຣຍໄດ້ເປີດສະໜາມ Moshood Abiola (ສະໜາມກິລາແຫ່ງຊາດ) ພົບກັບ ປະເທດການາ ໃນຮອບ Play off ນັດທີ 2. ໂດຍນັດທຳອິດທີ່ພົບກັນຢູ່ການາແມ່ນສະເໝີກັນໄປແບບໄຮ້ປະຕູ 0-0. ນັດນີ້ ເກມຈົບລົງດ້ວຍຜົນສະເໝີກັນ 1ປະຕູຕໍ່1 ເຮັດໃຫ້ ການາ ຜ່ານເຂົ້າໄປສູ່ຮອບສຸດທ້າຍ ດ້ວຍກົດ Away Goal (ກົດການຍິງປະຕູນອກບ້ານ).

ເຮັດໃຫ້ຫຼັງຈົບເກມ ໄດ້ມີແຟນບານ ໄນຈີເຣຍ ຫຼາຍຄົນແລ່ນລົງໄປໃນສະໜາມດ້ວຍຄວາມໃຈຮ້າຍ ແລະ ພາກັນອາລະວາດ ທຳລາຍເຄື່ອງຂອງຢ່າງຮຸນແຮງ ເຊັ່ນ: ບ່ອນນັ່ງຂອງບັນດາທີມງານ ກັບນັກເຕະ ແລະ ຜ້າກັ້ງຂອງນັກເຕະ, ໃນຂະນະທີ່ບາງຄົນໂຍນຕຸກນ້ໍາ ລວມໄປຮອດດອກໄມ້ໄຟ ເນື່ອງຈາກບໍ່ພໍ່ໃຈທີ່ທີມຊາດຕົນເອງທີ່ບໍ່ສາມາດຜ່ານເຂົ້າຮອບ 32 ທີມສຸດທ້າຍ ຂອງການແຂ່ງຂັນບານໂລກ 2022 ທີ່ຈະຈັດຂຶ້ນທີ່ປະເທດກາຕ້າ.

ຄັ້ງສຸດທ້າຍທີ່ ໄນຈີເຣຍ ບໍ່ສາມາດເຂົ້າຮອບ 32 ທີມສຸດທ້າຍ ຂອງການແຂ່ງຂັນບານໂລກ ແມ່ນເກີດຂຶ້ນໃນປີ 2006 ທີ່ຕອນນັ້ນ ປະເທດ ເຢຍລະມັນ ເປັນເຈົ້າພາບ ເຊິ່ງປະເທດທີ່ສາມາດຄວ້າແຊັ້ມໂລກໃນປີນັ້ນໄດ້ແມ່ນປະເທດອີຕາລີ.

ຄລິບ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/