Will ຊາຍ Homeless ຄົນທຳອິດທີ່ອາໄສຢູ່ໃນໂລກ Metaverse


ໃນໂລກແຫ່ງ Metaverse ນັ້ນແມ່ນເຮົາສາມາດສ້າງວັດຖຸສິ່ງຂອງ ຫຼື ສະຖານທີ່ ທີ່ອ້າງອີງມາຈາກໂລກແທ້ ເກືອບຈະທັງໝົດເລີຍກໍວ່າໄດ້. ແຕ່ເຊື່ອບໍ່ວ່າ ຄົນບໍ່ມີທີ່ຢູ່ອາໄສ ຫຼື Homeless ກໍຍັງມີໃນໂລກ Metaverse ນີ້.

ເມື່ອບໍ່ດົນມານີ້ໃນສັງຄົມ Metaverse ກໍໄດ້ສ້າງສຽງຮືຮາອີກຄັ້ງ ເພາະໄດ້ມີການປາກົດຕົວຂອງຊາຍຊື່ “Will” ຜູ້ທີ່ເປັນມະນຸດ Homeless ທີ່ອາໄສຢູ່ໃນໂລກ Metaverse ເຊິ່ງລາວກໍມີຕົວຕົນຢູ່ແທ້ ແລະ ກໍກຳລັງເຮັດໜ້າທີ່ເປັນຕົວແທນຂອງຄົນ Homeless ໃນໂລກຂອງຄວາມເປັນຈິງອີກດ້ວຍ.

Entourage ເຊິ່ງເປັນເຄືອຂ່າຍພົນລະເມືອງ 150,000 ຄົນທີ່ພະຍາຍາມຮຽກຮ້ອງກ່ຽວກັບບັນຫາການກີດກັນທາງສັງຄົມສຳລັບກຸ່ມຄົນ Homeless ໃນປາຣີສ ດ້ວຍເຫດນັ້ນເຂົາເຈົ້າຈຶ່ງໄດ້ສ້າງຄາແຣັກເຕີ Will ຂຶ້ນມາເພື່ອເປັນກະບອກສຽງໃຫ້ກັບກຸ່ມຄົນ Homeless ໃນໂລກຂອງຄວາມເປັນຈິງ ແລະສົ່ງຕໍ່ໃຫ້ຜູ້ຄົນໃນ Metaverse ຮັບຮູ້.

ໂດຍ Will ນັ້ນເປັນຄາແຣັກເຕີ Homeless ເພດຊາຍທີ່ມີອາຍຸຢູ່ປະມານ 35-45 ປີ, ໃສ່ໂສ້ງຢີນ, ເກີບຜ້າ ແລະ ເສື້ອຮູດເກົ່າໆ. ທັງນີ້ການມີຢູ່ຂອງ Will ມີຂຶ້ນເພື່ອເຕືອນຄົນໃນສັງຄົມວ່າ ບໍ່ມີໃຜສົມຄວນຕ້ອງຖືກປ່ອຍປະລະເລີຍຕໍ່ບັນຫາໃນໂລກຂອງຄວາມເປັນຈິງ ເຊັ່ນ ຄວາມໂດດດ່ຽວທາງສັງຄົມຂອງກຸ່ມຄົນ Homeless ທີ່ຕ້ອງປະເຊີນມັນໃນແຕ່ລະປີ.

Will ປາກົດຕົວຄັ້ງທຳອິດເມື່ອວັນທີ 31 ມີນາທີ່ຜ່ານມາ ເຊິ່ງເປັນໄລຍະເວລາທີ່ຝຣັ່ງຢຸດແຜນທີ່ພັກສຸກເສີນສຳລັບກຸ່ມຄົນ Homeless ໃນລະດູໜາວທຸກໆ ປີ.

ຢ່າງໃດກໍຕາມຝຣັ່ງນັ້ນເປັນປະເທດໜຶ່ງທີ່ມີກຸ່ມຄົນ Homeless ເປັນຈຳນວນຫຼາຍ ໂດຍຕົວເລກໃນປັດຈຸບັນຄາດວ່າມີຫຼາຍກວ່າ 300,000 ຄົນ. ທັງນີ້ການມີຢູ່ຂອງ Will ກໍໜ້າຈະເຮັດໃຫ້ສັງຄົມຄຳນຶງເຖິງຫາຂອງກຸ່ມຄົນ Homeless ຫຼາຍຂຶ້ນຕື່ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/