ກ້ອງ Hubble ຂອງ NASA ຢືນຢັນການຄົ້ນພົບດາວຫາງທີ່ມີຂະໜາດໃຫຍ່ທີ່ສຸດ ກຳລັງເຄື່ອນທີ່ໄປທາງດວງຕາເວັນ


ອ້າງອີງຈາກການລາຍງານຂອງສຳນັກຂ່າວ BBC ທີ່ໄດ້ລະບຸວ່າ ເມື່ອບໍ່ດົນມານີ້ອົງການອະວະກາດແຫ່ງຊາດ ຫຼື NASA ໄດ້ຢືນຢັນການຄົ້ນພົບດາວຫາງທີ່ມີຂະໜາດໃຫຍ່ທີ່ສຸດກຳລັງເຄື່ອນທີ່ໄປສູ່ດວງຕາເວັນ.

ດາວດວງນີ້ມັນມີຊື່ວ່າ C/2014 UN271 ຫຼື ເອີ້ນວ່າ Bernardinelli-Bernstein ເຊິ່ງແຕ່ກ່ອນເຄີຍຖືກຄົ້ນພົບຄັ້ງທຳອິດເມື່ອປີ 2010 ແຕ່ຫາກໍໄດ້ຮັບການຢືນຢັນການມີຢູ່ຂອງຕົວມັນດ້ວຍກ້ອງໂທລະທັດອະວະກາດຮັບເບິລ (Hubble Space Telescope) ແລະກໍພົບວ່າມັນເປັນດາວຫາງທີ່ມີຂະໜາດໃຈກາງ ນິວຄຽສ (Nucleus) ໃຫຍ່ທີ່ສຸດເທົ່າທີ່ເຄີຍຄົ້ນພົບມາ ມີມວນປະມານ 500 ລ້ານລ້ານໂຕນ ແລະ ມີຄວາມກວ້າງ 85 ໄມລ໌ (137 ກິໂລແມັດ)

ຈາກການສຳຫຼວດພົບວ່າ Bernardinelli-Bernstein ກຳລັງເຄື່ອນທີ່ໄປທີ່ດວງຕາເວັນດ້ວຍຄວາມໄວ 22,000 ໄມລ໌ ຕໍ່ຊົ່ວໂມງ ແລະ ມີການຄາດການວ່າມັນຈະເດີນທາງໄປເຖິງຈຸດໃກ້ດວງຕາເວັນຫຼາຍທີ່ສຸດ ໃນປີ 2031 ເຊິ່ງເປັນຈຸດທີ່ຍັງຫ່າງຈາກດວງຕາເວັນແທ້ໆ ປະມານ 1 ພັນລ້ານໄມລ໌.

ທັງນີ້ Bernardinelli-Bernstei ນັ້ນແມ່ນມີວົງໂຄຈອນເປັນຮູບໄຂ່ ແລະໃຊ້ເວລາປະມານ 3 ປີ ເຖິງຈະເດີນທາງມາສູ່ຈຸດເກົ່າທີ່ມັນໄດ້ອອກໂຄຈອນ ແລະ ປັດຈຸບັນນີ້ມັນກໍຢູ່ຫ່າງຈາກດວງຕາເວັນບໍ່ຮອດ 2 ລ້ານໄມລ໌.

NASA Shares Hubble Space Telescope's First Photos Since Mystery Glitch

ດ້ວຍໄລຍະຫ່າງຂອງ Bernardinelli-Bernstein ນັກວິທະຍາສາດຈຶ່ງໄດ້ກ່າວວ່າ ມັນເຮັດໃຫ້ທີມຄົ້ນຄວ້າມີເວລາຮຽນຮູ້ C/2014 UN271 ຫຼາຍຂຶ້ນກ່ອນທີ່ມັນຈະເດີນທາງຈາກຈຸດໃກ້ດວງຕາເວັນຕາມວົງໂຄຈອນ ແລະ ຫາຍໄປໃນຄວາມມືດມິດອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/