ປະຊາຊົນເມືອງວິລະບູລີ ກຳລັງຈະໄດ້ນຳໃຊ້ເສັ້ນທາງຍົກລະດັບທີ່ດີຂຶ້ນກວ່າເກົ່າ


ເມື່ອບໍ່ດົນມານີ້ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຍົກລະດັບເສັ້ນທາງຂອງລັດ ເລກທີ 28A  ຢູ່ແຂວງສະຫວັນນະເຂດ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງ ເຊໂປນ. LXML ປະກອບສ່ວນຈຳນວນ 5 ລ້ານໂດລາ ຈາກກອງທຶນສະສົມເພື່ອນຳໃຊັໃນການຟື້ນຟູສະພາບແວດລ້ອມ ແລະ ສັງຄົມ ເຂົ້າໃນ​ການປັບປຸງເປັນເສັ້ນທາງປູຢາງສອງຊັ້ນ ມີ​ຄວາມຍາວ 41.56 ກິໂລແມັດ ແຕ່ບ້ານນາບໍ່, ເມືອງເຊໂປນ ຫາ ເມືອງວິລະບູລີ.

ເປັນກຽດລົງນາມໃນ MoU ຄັ້ງນີ້ມີ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ LXML ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ທີ່ຮ້ານອາຫານລາວເດີມ, ແຂວງ​ສະ​ຫວັນ​ນະ​ເຂດ ໂດຍການເປັນສັກຂີພະຍານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ, ພະແນກການອ້ອມຂ້າງແຂວງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງເມືອງວິລະບູລີ, ສະມາຊິກຊຸມຊົນ ແລະ ພະນັກງານ LXML.

ກ່ອນປີ 2000 ເມືອງວິລະບູລີ ຍັງຖືວ່າເປັນເຂດຊົນນະບົດຫ່າງໄກສອກຫຼີກ, ພົບກັບບັນຫານ້ຳຖ້ວມ ແລະ ຂໍ້ຈຳກັດໃນການເດີນທາງໃນລະດູຝົນ. ການເດີນທາງມີ​ຄວາມ​ຍາກ​ລຳ​ບາກ​ຕ້ອງໃຊ້ຫຼາຍຂັ້ນ​ຕອນ ບໍ່ວ່າຈະເປັນລົດ, ເຮືອ, ແລະ ເສັ້ນທາງຕົມຈາກບ້ານ ນາບໍ່ ຫາ ເມືອງວິລະບູລີ ແມ່ນໃຊ້ເວລາຢ່າງຕ່ຳ ເປັນ 2 ມື້ ຈຶ່ງຮອດ. ນອກຈາກນັ້ນ, ເມືອງວິລະບູລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ກໍເປັນເຂດທີ່ໄດ້​ຮັບຜົນກະທົບຈາກລະເບີດຝັງດິນທີ່ບໍ່ທັນແຕກຈຳ​ນວນຫຼວງຫຼາຍ ແລະ ເປັນອັນຕະລາຍຢ່າງມະຫາສານ. ປັດຈຸບັນນີ້ ແມ່ນສາມາດເຂົ້າເຖິງເມືອງວິລະບູລີດ້ວຍທາງລົດ.

ຂອບໃຈຂໍ້ມູນຈາກ: https://bit.ly/3vvIdp1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/