ລາວ-ກຳປູເຈຍ ສືບຕໍ່ຂະຫຍາຍການພົວພັນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະດ້ານອຸດສາຫະກຳໄຟຟ້າ


ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຢ້ຽມຄຳນັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນ ເຊນ (Samdech Akka Moha Sena Padei Techo Hun Sen) ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໃນວັນທີ 11 ເມສາ ຜ່ານມາ ທີ່ວັງສັນຕິພາບ, ພາຍຫຼັງທີ່ໄດ້ສຳເລັດການຍື່ນສານຕາຕັ້ງຕໍ່ ສົມເດັດ ວິບົນ ເສນາ ພຽກເດ ຊາຍ ຊຸມ (Samdech Vibol Sena Pheakdei Say Chhum) ຮັກສາການປະມຸກລັດ ແຫ່ງຣາຊະອານາຈັກ ກຳປູເຈຍ ໃນວັນທີ 15 ມີນາ 2022 ທີ່ຜ່ານມາ.

ການເຂົ້າຢ້ຽມຄຳນັບຄັ້ງນີ້, ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຍັງ ສົມເດັດ ເຕໂຊ ຮຸນ ເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນກຳປູເຈຍ ທຸກຖ້ວນໜ້າ.

ທ່ານ ບົວແກ້ວ ພູມວົງໄຊ ໃນນາມຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕໍ່ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອຸປະກອນການແພດ, ວັກຊີນ, ລົດຂົນສົ່ງຢາ ແລະ ດ້ານການເງິນ ຈາກພາກລັດ ແລະ ເອກະຊົນ ແຫ່ງ ຣາຊະອານາຈັກກຳປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂດວິດ-19 ທີ່ ສປປ ລາວ.

ໃນໂອກາດນີ້, ສົມເດັດ ເຕໂຊ ຮຸນ ເຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ ສົມເດັດ ເຕໂຊ ຮຸນ ເຊັນ ໂດຍຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນກຳປູເຈຍທຸກຖ້ວນໜ້າ, ພ້ອມທັງກ່າວເນັ້ນວ່າ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ສອງປະເທດພວກເຮົາໄດ້ມີການພົວພັນພິເສດ ຍ້ອນປັດໄຈປະຫວັດສາດທີ່ຮັກສາໄວ້ໃຫ້ປະຊາຊົນສອງປະເທດພວກເຮົາ ສືບທອດກັນມາແຕ່ບູຮານນະການ ແລະ ສອງປະເທດພວກເຮົາກໍຕ້ອງໃຫ້ຄົນຮຸ່ນໃໝ່ ໄດ້ສືບຕໍ່ເສີມຂະຫຍາຍການພົວພັນນີ້ຕະຫຼອດໄປ ໃນອະນາຄົດ ເປັນຕົ້ນ ການພົວພັນດ້ານການເມືອງ, ເສດຖະກິດ-ການຄ້າ ແລະ ການລົງທຶນ ຫຼື ການທ່ອງທ່ຽວ-ວັດທະນະທຳ-ສັງຄົມ ລະຫວ່າງສອງປະເທດພວກເຮົາ ໃຫ້ມີການຂະຫຍາຍຕົວນັບມື້ນັບເພີ່ມຂຶ້ນ. ພ້ອມນີ້, ສົມເດັດ ເຕໂຊ ຮຸນ ເຊນ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບເພີ່ມຂຶ້ນໃນແຕ່ລະຂະແໜງການ ໂດຍສະເພາະຂະແໜງອຸດສາຫະກຳໄຟຟ້າ ທີ່ສອງປະເທດມີການຊື້-ຂາຍໄຟຟ້ານຳກັນ ແລະ ຊຸກຍູ້ອຳນວຍຄວາມສະດວກເຂດການຄ້າຊາຍແດນ ຂອງປະຊາຊົນທີ່ດຳລົງຊີວິດຢູ່ໃນບັນດາແຂວງລຽບຕາມຊາຍແດນຂອງສອງປະເທດ. 

ນອກຈາກນັ້ນ, ສົມເດັດ ເຕໂຊ ຮຸນ ເຊນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໄປດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ຣາຊະອານາຈັກ ກຳປູເຈຍ ແລະ ໄດ້ອວຍພອນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ມານະໂອກາດນີ້ດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/37u1uPU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/