Amir Khan ອະດີດນັກມວຍຊື່ດັງ ຖືກໂຈນປຸ້ນຊັບກາງເມືອງລອນດອນ ເສຍໂມງມູນຄ່າ 1.116 ລ້ານກີບ


ອາເມຍ ຄານ ອະດີດນັກມວຍແຊັ້ມໂລກ 2 ສະໄໝ ຊາວອັງກິດ ເຊື້ອສາຍ ປາກີສະຖານ ແລະ ຟາຣີອານ ມັກດູມ ຜູ້ເປັນພັນລະຍາ ໄດ້ເດີນທາງໄປຮ່ວມງານການກຸສົນທີ່ ລອນດອນ ປະເທດອັງກິດ. ຈາກນັ້ນມື້ຕໍ່ມາ ອາເມຍ ຄານ ໄດ້ພາພັນລະຍາໄປຍ່າງຊອກຊື້ເຄື່ອງ ແຕ່ເຫດບໍ່ຄາດຝັນກໍເກີດຂຶ້ນ ເມື່ອຢູ່ດີໆ ມີຊາຍ 2 ຄົນ ລົງມາຈາກລົດເກັງ ສີປອນ ແລ້ວແລ່ນເຂົ້າໄປຫາລາວພ້ອມກັບເອົາປືນຈີ້ຫົວ ແລະ ບັງຄັບໃຫ້ ອາເມຍ ຄານ ປົດໂມງຫຼູ Franck Muller Vanguard Chronograph ມູນຄ່າ 72,000 ປອນ ຫຼືປະມານ 1.116 ລ້ານກີບ ເຊິ່ງລາວກໍຍອມປົດໃຫ້ໂຈນໄປ ກ່ອນທີ່ຊາຍທັງ 2 ຄົນນັ້ນ ຈະແລ່ນໜີຂຶ້ນລົດໄປ.

ສ່ວນ ຄານ ແລະ ພັນລະຍາຂອງລາວກໍຮີບກັບໂຮງແຮມໄປຕັ້ງຫຼັກທັນທີ  ນັກມວຍອະດີດແຊັ້ມໂລກໄດ້ໂພສເລື່ອງນີ້ລົງໃນ ບັນຊີ Twitter ສ່ວນຕົວຂອງລາວ ເພື່ອເຕືອນໄພໃຫ້ຄົນທີ່ຈະໄປທ່ຽວ ລອນດອນ ລະມັດລະວັງຊັບສິນຂອງຕົນເອງໃຫ້ດີ.

ອາເມຍ ຄານ ໄດ້ໃຫ້ສຳພາດກັບ Mail Online ວ່າ: “ໃນຕອນນັ້ນມັນມືດໆ ມີຊາຍຄົນໜຶ່ງທີ່ໃສ່ໜ້າກາກ ແລ່ນເຂົ້າມາຫາຂ້ອຍ. ຕອນທຳອິດຂ້ອຍຄິດວ່າແມ່ນໝູ່ຂ້ອຍທີ່ເຂົ້າມາຢອກກັນ. ແຕ່ວ່າຈາກນັ້ນລາວໄດ້ຈົກປືນອອກມາແລ້ວມາຈີ້ໃສ່ໜ້າຂ້ອຍ”.

“ໃນເວລານັ້ນຂ້ອຍຄິດວ່າ ນີ້ແມ່ນຈຸດຈົບຂອງຂ້ອຍແລ້ວ ຂ້ອຍຈະຕ້ອງຕາຍແທ້ໆ. ຕອນນັ້ນຂ້ອຍຢ້ານສຸດໆ ແລະ ສິ່ງດຽວທີ່ຂ້ອຍຄິດຫາແມ່ນ ເມຍ ແລະ ລູກຂອງຂ້ອຍ. ຂ້ອຍຄິດວ່າຂ້ອຍຊິບໍ່ໄດ້ເຫັນພວກເຂົາອີກແລ້ວ”.

ຂອບໃຈຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/