ເຮົາຈະໃຫ້ຄວາມຊ່ວຍເຫຼືອຢ່າງເຕັມທີ່! ສະຫະລັດ, ອັງກິດ ແລະ ແຄນາດາ ປະກາດ ຈະສົ່ງອາວຸດຊ່ວຍເຫຼືອຢູເຄຣນໃຫ້ຊະນະສົງຄາມ


ຕາມການລາຍງານຂອງສຳນັກຂ່າວ Reuter ໄດ້ລະບຸວ່າ ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ, ບໍຣິສ ຈອນສັນ ນາຍົກລັດຖະມົນຕີຂອງອັງກິດ ພ້ອມດ້ວຍ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີແຄນາດາ ໄດ້ປະກາດຄຳໝັ້ນວ່າຈະສົ່ງອາວຸດໃຫ້ແກ່ຢູເຄຣນ ເພື່ອຊ່ວຍໃນການຕອບໂຕ້ກອງທັບຣັດເຊຍທີ່ໄດ້ເປີດສາກການເຮັດສົງຄາມໄລຍະທີ 2 ດ້ວຍການບຸກໂຈມຕີຢ່າງໜັກໜ່ວງໃນພາກພື້ນຕາເວັນອອກຂອງຢູເຄຣນໃນໄລຍະຫຼາຍມື້ທີ່ຜ່ານມາ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງຫຼວງຫຼາຍ.

ການປະກາດຄຳໝັ້ນຂອງ 3 ຜູ້ນຳນັ້ນແມ່ນມີຂຶ້ນຫຼັງຈາກການປະຊຸມຜ່ານວິດີໂອຄອລ (Video Call) ຮ່ວມກັບຜູ້ນຳຊາດພັນທະມິດອື່ນໆ ເຊັ່ນ: ຝຣັ່ງ, ເຢຍລະມັນ, ອິຕາລີ, ໂປແລນ, ຍີ່ປຸ່ນ ລວມໄປຮອດ EU ແລະ NATO ເພື່ອປຶກສາຫາລືເລື່ອງການເປີດບຸກໂຈມຕີຢູເຄຣນຮອບໃໝ່ຂອງກອງທັບຣັດເຊຍ ແລະ ການໃຫ້ຄວາມຊ່ວຍເຫຼືອແກ່ຢູເຄຣນ.

ໂດຍທັງ 3 ຜູ້ນຳໄດ້ປະກາດວ່າຈະຈັດສົ່ງປືນໃຫຍ່ພ້ອມດ້ວຍອາວຸດສຳລັບຕໍ່ຕ້ານລົດຖັງແລະເຮືອບິນຮົບໃຫ້ແກ່ຢູເຄຣນ ໃນຂະນະທີ່ ໂອລາຟ ໂຊລ ນາຍົກລັດຖະມົນຕີຂອງເຢຍລະມັນ ກໍໄດ້ສະເໜີໃຫ້ຄວາມຊ່ວຍເຫຼືອທາງການເງິນແກ່ຢູເຄຣນ ເພື່ອນຳໄປໃຊ້ໃນການການຈັດຊື້ອາວຸດຕໍ່ຕ້ານລົດຖັງແລະລູກປືນຈາກບໍລິສັດໃນເຢຍລະມັນ.

ທັງນີ້ຍັງມີການລາຍງານອີກວ່າ ໃນອີກບໍ່ເທົ່າໃດມື້ ໂຈ ໄບເດັນ ຈະປະກາດແຜນເພີ່ມຄວາມຊ່ວຍເຫຼືອທາງທະຫານແກ່ຢູເຄຣນໂດຍມີວົງເງິນຊ່ວຍເຫຼືອ 800 ລ້ານໂດລາ ທີ່ລາວໄດ້ປະກາດໄປເມື່ອອາທິດທີ່ຜ່ານມາ ເຊິ່ງຖ້າຫາກມັນເປັນຄວາມຈິງ ຈະເຮັດໃຫ້ຍອດການຊ່ວຍເຫຼືອຂອງສະຫະລັດອາເມຣິກາທີ່ມອບໃຫ້ແກ່ຢູເຄຣນມີຍອດສູງເຖິງ 3 ພັນລ້ານໂດລາ.

ຂະນະທີ່ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາເປີດເຜີຍພາຍຫຼັງການປະຊຸມວ່າ ມີການຈັດສົ່ງເຮືອບິນຮົບກອງທັບ ແລະ ຊິ້ນສ່ວນອາໄຫຼ່ເຮືອບິນໄປໃຫ້ແກ່ຢູເຄຣນ ເພື່ອເພີ່ມຂະໜາດຝູງບິນແລະຊ່ວຍໃນການສ້ອມແປງເຮືອບິນຮົບຂອງຢູເຄຣນທີ່ໄດ້ຮັບຄວາມເສຍຫາຍ. ທັງນີ້ສະຫະລັດຢືນຢັນວ່າບໍ່ໄດ້ຈັດສົ່ງເຮືອບິນຮົບໃຫ້ແກ່ຢູເຄຣນດ້ວຍຕົນເອງ ແຕ່ບໍ່ມີການເປີດເຜີຍລາຍລະອຽດວ່າປະເທດໃດທີ່ສົ່ງໃຫ້.

ທາງດ້ານ ເຈນ ຊາກີ ໂຄສົກທຳນຽບຂາວກໍໄດ້ເປີດເຜີຍກັບນັກຂ່າວວ່າ ໄບເດັນ ແລະ ຜູ້ນຳຊາດພັນທະມິດມີການຫາລືກ່ຽວກັບການນັດໝາຍທາງການທູດ ຕະຫຼອດຈົນປະສານຄວາມຮ່ວມມືເພື່ອພະຍາຍາມກໍານົດຕົ້ນທຶນທາງເສດຖະກິດທີ່ຮຸນແຮງໃຫ້ຣັດເຊຍຮັບຜິດຊອບ ໂດຍການປະສານຄວາມຮ່ວມມືທັງໝົດຈະມີຂຶ້ນຜ່ານກຸ່ມ G7, EU ແລະ NATO.

ຂະນະທີ່ບັນດາຜູ້ນຳທີ່ເຂົ້າຮ່ວມປະຊຸມຍັງຢືນຢັນເຖິງຄວາມມຸ່ງໝັ້ນໃຫ້ການຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ມະນຸດສະທຳແກ່ຢູເຄຣນອີກດ້ວຍ.

“ເຮົາຈະຈັດຫາລູກປືນໃຫ້ພວກເຂົາຕໍ່ໄປ ໃນຂະນະທີ່ຈະສົ່ງຄວາມຊ່ວຍເຫຼືອທາງການທະຫານແກ່ພວກເຂົາ” ເຈນ ຊາກີ ກ່າວພ້ອມທັງເປີດເຜີຍວ່າ ສະຫະລັດອາເມຣິກາ ກໍາລັງກຽມພ້ອມສໍາລັບມາດຕະການຂວ້ຳບາດຮອບໃໝ່ຕໍ່ຣັດເຊຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/