ອົງການອະນາໄມໂລກ (WHO) ອອກມາເຕືອນໄພຮີບດ່ວນເຖິງການລະບາດຂອງ “ຖົງນິໂຄຕິນ” (Nicotine Pouches) ທີ່ກຳລັງແຜ່ລາມຢ່າງໜັກໃນກຸ່ມໄວລຸ້ນທົ່ວໂລກ ໂດຍສິນຄ້າດັ່ງກ່າວຖືກອອກແບບມາເພື່ອດຶງດູດເດັກນ້ອຍ ພ້ອມທັງນຳໄປສູ່ການຕິດນິໂຄຕິນຮ້າຍແຮງທີ່ທຳລາຍພັດທະນາການທາງສະໝອງ ແລະ ສຸຂະພາບໄລຍະຍາວ.
ຖົງນິໂຄຕິນ ເຊິ່ງເປັນຊອງນ້ອຍໆສຳລັບອົມໄວ້ລະຫວ່າງເຫືອກແລະຮີມສົບເພື່ອໃຫ້ສານນິໂຄຕິນຊຶມເຂົ້າສູ່ຮ່າງກາຍ ກຳລັງກາຍເປັນສິນຄ້າຍອດຮິດ ໂດຍໃນປີ 2024 ຍອດຂາຍທົ່ວໂລກພຸ່ງສູງເຖິງ 23 ພັນລ້ານອັນ ຫຼື ເພີ່ມຂຶ້ນກວ່າ 50% ຈາກປີກ່ອນໜ້າ ແລະ ຄາດວ່າມູນຄ່າຕະຫຼາດຈະສູງເຖິງ 7 ພັນລ້ານໂດລາສະຫະລັດໃນປີ 2025.
ທ່ານ ດຣ. ວິນາຍັກ ປຣາສາດ ຫົວໜ້າໜ່ວຍງານລິເລີ່ມປອດຢາສູບຂອງ WHO ລະບຸວ່າ ການນຳໃຊ້ສິນຄ້າຊະນິດນີ້ແຜ່ຂະຫຍາຍໄວຫຼາຍ ໃນຂະນະທີ່ການຄວບຄຸມທາງກົດໝາຍຍັງນຳບໍ່ທັນ ລັດຖະບານທົ່ວໂລກຈຶ່ງຕ້ອງຮີບຮ້ອນອອກມາດຕະການປ້ອງກັນຢ່າງຈິງຈັງ.
ສິ່ງທີ່ໜ້າກັງວົນທີ່ສຸດຄື ນິໂຄຕິນເປັນສານເສບຕິດທີ່ຮຸນແຮງ ແລະ ເປັນອັນຕະລາຍຢ່າງຍິ່ງຕໍ່ເດັກນ້ອຍ ແລະ ໄວລຸ້ນ ເພາະມັນເຂົ້າໄປທຳລາຍພັດທະນາການທາງສະໝອງ ສົ່ງຜົນຕໍ່ສະມາທິ ການຮຽນຮູ້ ແລະ ຍັງເພີ່ມຄວາມສ່ຽງຕໍ່ພະຍາດຫຼອດເລືອດຫົວໃຈ ອີກທັງຍັງເປັນຈຸດເລີ່ມຕົ້ນໄປສູ່ການຕິດສານເສບຕິດຊະນິດອື່ນໆໃນອະນາຄົດ.
ເຖິງຢ່າງໃດກໍຕາມ ປັດຈຸບັນຍັງມີຊ່ອງໂຫວ່ທາງກົດໝາຍຢ່າງມະຫາສານ ໂດຍມີເຖິງ 160 ປະເທດທີ່ຍັງບໍ່ມີກົດໝາຍຄວບຄຸມຖົງນິໂຄຕິນໂດຍສະເພາະ. ຊ່ອງຫວ່າງນີ້ເປີດໂອກາດໃຫ້ບໍລິສັດຕ່າງໆໃຊ້ກົນຍຸດການຕະຫຼາດທີ່ແນບນຽນເພື່ອແນເປົ້າໝາຍໃສ່ໄວລຸ້ນໂດຍກົງ ບໍ່ວ່າຈະເປັນການອອກແບບການຫຸ້ມຫໍ່ທີ່ສວຍງາມທັນສະໄໝ ການປຸງແຕ່ງກິ່ນແລະລົດຊາດໃຫ້ຄືກັບເຂົ້າໜົມເຊັ່ນ: ລົດໝາກຝຣັ່ງ ຫຼື ເຢລລີໝີ ເຊິ່ງສ້າງຄວາມສ່ຽງທີ່ເດັກນ້ອຍຈະເຂົ້າໃຈຜິດ.
ນອກຈາກນີ້ ຍັງມີການຈ້າງອິນຟລູເອນເຊີເພື່ອໂຄສະນາຢ່າງໜັກໃນສື່ສັງຄົມອອນລາຍ ການເປັນຜູ້ສະໜັບສະໜູນງານຄອນເສີດ ງານເທດສະການ ແລະ ການແຂ່ງຂັນກິລາລະດັບໂລກ ພ້ອມທັງສ້າງພາບລັກໃຫ້ສິນຄ້າເບິ່ງຄືເປັນວິຖີຊີວິດທີ່ຫຼູຫຼາ ແລະ ຊຸກຍູ້ໃຫ້ໄວລຸ້ນລັກໃຊ້ໃນໂຮງຮຽນ ຫຼື ເຂດປອດຄວັນບາງຢ່າງແນບນຽນ.
ກົນລະຍຸດທັງໝົດນີ້ຖືກອອກແບບມາເພື່ອເຮັດໃຫ້ການໃຊ້ນິໂຄຕິນກາຍເປັນເລື່ອງປົກກະຕິ ແລະ ຫຼຸດຜ່ອນຄວາມຮັບຮູ້ເຖິງອັນຕະລາຍທີ່ແອບແຝງຢູ່ ຊ້ຳຮ້າຍບາງຍີ່ຫໍ້ຍັງວາງຂາຍໂດຍແບ່ງລະດັບຄວາມແຮງຂອງນິໂຄຕິນສູງເຖິງ 150 ມິນລີກຣາມ ໂດຍໃຊ້ຄຳໂຄສະນາວ່າສຳລັບຜູ້ເລີ່ມຕົ້ນໄປຈົນເຖິງລະດັບຊ່ຽວຊານ ເຊິ່ງເປັນການຕະຫຼາດທີ່ບິດເບືອນຄວາມຈິງ.
ຕໍ່ກັບສະຖານະການດັ່ງກ່າວ WHO ໄດ້ຮຽກຮ້ອງຢ່າງຮີບດ່ວນໃຫ້ລັດຖະບານທົ່ວໂລກອອກກົດໝາຍຄວບຄຸມຢ່າງກວມລວມ ທັງການຫ້າມ ຫຼື ຈຳກັດການໃຊ້ລົດຊາດປຸງແຕ່ງ ການຫ້າມໂຄສະນາທຸກຮູບແບບໂດຍສະເພາະຜ່ານສື່ສັງຄົມອອນລາຍ ການອອກມາດຕະການຄວບຄຸມອາຍຸຜູ້ຊື້ຢ່າງເຂັ້ມງວດ ການບັງຄັບໃຊ້ຊອງແບບລຽບໆພ້ອມຄຳເຕືອນສຸຂະພາບທີ່ຊັດເຈນ ການຈຳກັດປະລິມານນິໂຄຕິນ ແລະ ການຂຶ້ນພາສີເພື່ອຫຼຸດໂອກາດການເຂົ້າເຖິງຂອງເດັກນ້ອຍ.
WHO ຍັງໄດ້ຝາກຄວາມຫວັງເຖິງຄົນຮຸ່ນໃໝ່ໃຫ້ຮູ້ເທົ່າທັນ ແລະ ປະຕິເສດກົນຍຸດຫຼອກລວງຂອງອຸດສາຫະກຳເຫຼົ່ານີ້ ເພາະການລວມພະລັງກັນປ້ອງກັນໃນມື້ນີ້ ແມ່ນກຸນແຈສຳຄັນໃນການປົກປ້ອງເຍົາວະຊົນຮຸ່ນໃໝ່ໃຫ້ລອດພົ້ນຈາກການຕົກເປັນທາດຂອງນິໂຄຕິນໄປຕະຫຼອດຊີວິດ.
#WHONews #NicotinePouches #WorldNoTobaccoDay #YouthHealth #StopNicotineAddiction #ຖົງນິໂຄຕິນ #ປົກປ້ອງເຍົາວະຊົນ


