ປົກເວັບ 72

ຫວຽດນາມ ຍົກລະດັບອຸດສາຫະກຳຕໍ່ເຮືອເປັນເສົາຫຼັກຍຸດທະສາດທາງທະເລ ຫວັງສ້າງເຄື່ອງຈັກໃໝ່ຂັບເຄື່ອນເສດຖະກິດໃຫ້ເຕີບໂຕແບບກ້າວກະໂດດ, ຫຼຸດຕົ້ນທຶນໂລຈິສຕິກ ແລະ ເພີ່ມຂີດຄວາມສາມາດປົກປ້ອງອະທິປະໄຕ ທ່າມກາງການແຂ່ງຂັນລະດັບໂລກ.

ຕາມການລານງານຂອງ Vietnamnews, ໃນງານສຳມະນາວ່າດ້ວຍເສດຖະກິດທາງທະເລ ແລະ ການຕໍ່ເຮືອທີ່ຜ່ານມາ, ທ່ານ Nguyen Tien Dat ຮອງຜູ້ອຳນວຍການໃຫຍ່ ບໍລິສັດອຸດສາຫະກຳຕໍ່ເຮືອ (SBIC) ເປີດເຜີຍວ່າ ມະຕິຕົກລົງສະບັບທີ 18-KL/TW ໄດ້ຢ້ຳຈຸດຢືນໃໝ່ ໂດຍປ່ຽນມຸມມອງຈາກທີ່ເຄີຍເຫັນການຕໍ່ເຮືອເປັນພຽງຂະແໜງການຜະລິດ ມາເປັນກະດູກສັນຫຼັງຂອງການພັດທະນາປະເທດ. 

ການສ້າງຄວາມເຂັ້ມແຂງໃນອຸດສາຫະກຳນີ້ ບໍ່ພຽງແຕ່ຊ່ວຍປົກປ້ອງອະທິປະໄຕທາງທະເລ ແລະ ສ້າງຄວາມເປັນເອກະລາດດ້ານການຂົນສົ່ງເທົ່ານັ້ນ ແຕ່ຍັງຊ່ວຍຫຼຸດຜ່ອນການເພິ່ງພາຕ່າງຊາດ, ຫຼຸດຕົ້ນທຶນໂລຈິສຕິກ ແລະ ມີບົດບາດສຳຄັນຕໍ່ການປ່ຽນຜ່ານພະລັງງານສີຂຽວໂລກອີກດ້ວຍ.

ປັດຈຸບັນ, ອຸດສາຫະກຳຕໍ່ເຮືອຂອງຫວຽດນາມຢືນຢູ່ຈຸດຕັດກັນຂອງສາມເສົາຫຼັກຄື: ເສດຖະກິດ, ໂລຈິສຕິກ ແລະ ຄວາມໝັ້ນຄົງແຫ່ງຊາດ ເຊິ່ງຫາກໄດ້ຮັບການສະໜັບສະໜູນທີ່ເໝາະສົມ ກໍຈະກາຍເປັນກຳລັງສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດເຕີບໂຕໃນລະດັບສອງຕົວເລກໃນຊຸມປີຕໍ່ໜ້າ.

ຫຼັງຈາກຜ່ານການປັບໂຄງສ້າງມາເກືອບສາມທົດສະວັດ ຫວຽດນາມສາມາດພິກຟື້ນສະຖານະການໄດ້ເທື່ອລະກ້າວ ຈົນສາມາດຕໍ່ເຮືອທີ່ໃຊ້ເຕັກໂນໂລຊີຂັ້ນສູງ, ເປັນມິດກັບສິ່ງແວດລ້ອມ ແລະ ກຳລັງກ້າວໄປສູ່ການສ້າງກຳປັ່ນຮົບທີ່ທັນສະໄໝ. 

ຜົນງານເຫຼົ່ານີ້ໄດ້ຍູ້ໃຫ້ຫວຽດນາມກ້າວຂຶ້ນຕິດ 1 ໃນ 10 ປະເທດທີ່ມີກຳລັງການຜະລິດເຮືອສູງທີ່ສຸດໃນໂລກ.

ເພື່ອຊຸກຍູ້ທ່າແຮງນີ້ໃຫ້ເກີດຜົນຕົວຈິງ, ຕົວແທນຈາກອົງການຄຸ້ມຄອງການເດີນເຮືອ ແລະ ທາງນ້ຳພາຍໃນປະເທດ ລະບຸວ່າ ກະຊວງກໍ່ສ້າງໄດ້ຍື່ນຂໍ້ສະເໜີຕໍ່ລັດຖະບານ ເພື່ອອອກນະໂຍບາຍທາງການເງິນ, ພາສີ ແລະ ການວາງແຜນແບບຄົບວົງຈອນ. ພ້ອມກັນນັ້ນ, ການກຽມປັບປຸງກົດໝາຍວ່າດ້ວຍການເດີນເຮືອ ແລະ ທາງນ້ຳພາຍໃນ ຈະເປັນກຸນແຈສຳຄັນໃນການເພີ່ມແຮງຈູງໃຈ ເພື່ອດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຈະເປັນການປູທາງໃຫ້ອຸດສາຫະກຳຕໍ່ເຮືອຂອງຫວຽດນາມ ສາມາດສ້າງມູນຄ່າເພີ່ມ ແລະ ຂັບເຄື່ອນເສດຖະກິດໄດ້ຢ່າງແຂງແກ່ນໃນອະນາຄົດ.

#LaoXperts #ຫວຽດນາມ #ອຸດສາຫະກຳຕໍ່ເຮືອ #ເສດຖະກິດທາງທະເລ #ໂລຈິສຕິກ #VietnamEconomy #Shipbuilding

Comments are disabled