ປົກເວັບ 74

ປະທານປະເທດຈີນ ແລະ ປະທານາທິບໍດີຣັດເຊຍ ບັນລຸຂໍ້ຕົກລົງຂະຫຍາຍສົນທິສັນຍາມິດຕະພາບ ໃນການພົບປະທີ່ປັກກິ່ງ ວັນທີ 20 ພຶດສະພານີ້, ໂດຍຕັ້ງເປົ້າຊຸກຍູ້ການຄ້າ-ເຕັກໂນໂລຊີ ແລະ ຈັດລະບຽບໂລກໃໝ່ແບບຫຼາຍຂົ້ວ ເຊິ່ງຈະເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ທິດທາງເສດຖະກິດ ແລະ ພູມສາດການເມືອງໂລກໃນໄລຍະຍາວ.

ການພົບປະທາງລັດຖະກິດຄັ້ງນີ້ ເກີດຂຶ້ນໃນວາລະສຳຄັນຄື ການຄົບຮອບ 30 ປີ ຂອງການສ້າງຕັ້ງສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານ ແລະ ຄົບຮອບ 25 ປີ ຂອງການເຊັນສົນທິສັນຍາວ່າດ້ວຍບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງຊາດ. 

ໃນໂອກາດດັ່ງກ່າວ, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງບົດບາດຂອງສອງປະເທດ ໃນຖານະສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໂດຍສະເພາະການຍົກລະດັບການຮ່ວມມືຕົວຈິງໃນຂົງເຂດເສດຖະກິດການຄ້າ, ການລົງທຶນ, ຊັບພະຍາກອນພະລັງງານ, ຄົມມະນາຄົມຂົນສົ່ງ ແລະ ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ. 

ນອກຈາກນີ້, ຍັງມຸ່ງເນັ້ນການສ້າງລະບົບບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນ ໂດຍຜ່ານການປະສານງານຢ່າງແໜ້ນແຟ້ນໃນເວທີຫລາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ, ອົງການຮ່ວມມືຊຽງໄຮ້ (SCO) ແລະ ກຸ່ມ ບຣິກສ (BRICS) ເພື່ອຮວມພະລັງ ແລະ ສາມັກຄີກັບບັນດາປະເທດເຂດໂລກໃຕ້.

ໃນຂະນະດຽວກັນ, ທ່ານ ວະລາດິເມຍ ປູຕິນ ກໍໄດ້ຢ້ຳວ່າ ການຮ່ວມມືຂອງສອງຊາດແມ່ນປັດໄຈຮັກສາຄວາມໝັ້ນທ່ຽງທີ່ສຳຄັນ ໃນທ່າມກາງສະຖານະການໂລກທີ່ຜັນຜວນ ພ້ອມທັງສະແດງຈຸດຢືນສະໜັບສະໜູນຈີນ ໃນການເປັນເຈົ້າພາບຈັດກອງປະຊຸມ APEC ແລະ ການສົ່ງເສີມຄວາມຫລາກຫລາຍດ້ານອະລິຍະທຳ. 

ໝາກຜົນຕົວຈິງຈາກການພົບປະຄັ້ງປະຫວັດສາດນີ້ ແມ່ນການລົງນາມໃນຖະແຫລງການຮ່ວມສອງສະບັບ ວ່າດ້ວຍການເພີ່ມທະວີການປະສານງານຍຸດທະສາດຮອບດ້ານ ແລະ ການສົ່ງເສີມການສ້າງໂລກທີ່ມີຫຼາຍຂົ້ວ, ພ້ອມທັງເປັນສັກຂີພິຍານໃນການເຊັນເອກະສານຮ່ວມມືເຖິງ 20 ສະບັບ ທີ່ກວມເອົາທັງຂົງເຂດເສດຖະກິດ, ການສຶກສາ ແລະ ວິທະຍາສາດ ເຊິ່ງລ້ວນແຕ່ເປັນການວາງຮາກຖານອັນໜັກແໜ້ນໃຫ້ແກ່ການພົວພັນສາກົນຮູບແບບໃໝ່ໃນອະນາຄົດ.

#LaoX #ຈີນຣັດເຊຍ #ພູມສາດການເມືອງ #ເສດຖະກິດໂລກ #ChinaRussia #ການຕ່າງປະເທດ

Comments are disabled