WHO ປະກາດ “ຄວາມເຫງົາ” ເປັນໄພລະດັບໂລກ


WHO ຫຼື World Health Organization ໄດ້ປະກາດວ່າ “ຄວາມເຫງົາ” ເປັນໄພລະດັບໂລກ ມີຄວາມອັນຕະລາຍທຽບເທົ່າຢາສູບ 15 ກອກ ເພາະຫຼ້າສຸດມີງານວິໄຈຈາກອົງການອະນາໄມໂລກ ໄດ້ອອກມາບອກວ່າ ຄວາມເຫງົາກາຍເປັນໄພຄຸກຄາມດ້ານສາທາລະນະສຸກເລັ່ງດ່ວນ.

ຕາມລາຍງານໄດ້ລະບຸວ່າ ຄວາມເຫງົາ ກໍ່ຕົວຂຶ້ນມາເລື້ອຍໆຫຼັງຈາກການລະເບີດຂອງພະຍາດໂຄວິດ-19 ເຮັດໃຫ້ກິດຈະກຳທາງເສດຖະກິດ ແລະ ສັງຄົມຕ້ອງຢຸດຕົວລົງ ທາງອົງການອະນາໄມໂລກ ໄດ້ຈັດຕັ້ງຄະນະກຳມາທິການລະຫວ່າງປະເທດກ່ຽວກັບບັນຫາ “ຄວາມເຫງົາ” ໂດຍສະເພາະຂຶ້ນມາ.

Dr.Vivel Murthy ຜູ້ນຳຄະນະໄດ້ອອກມາອະທິບາຍວ່າ “ຄວາມເຫງົາກຳລັງເປັນຂໍ້ກັງວົນດ້ານສາທາລະນະສຸກລະດັບໂລກທີ່ສົ່ງຜົນກະທົບຕໍ່ສຸຂະພາບຫຼາຍທີ່ສຸດ ລວມທັງຄວາມເປັນຢູ້ ແລະ ການພັດທະນາໃນທຸກດ້ານ ຄວາມໂດດດ່ຽວທາງສັງຄົມ ບໍ່ມີອາຍູ ຫຼື ຂອບເຂດ ຄວາມສ່ຽງຂອງມັນພໍໆກັນກັບການສູບຢາເຖິງ 15 ກອກຕໍ່ມື້ ແລະ ມີສ່ວນກ່ຽວໄປຮອກໂຣກຕຸ້ຍ ແລະ ການບໍ່ອອກກຳລັງກາຍອີກດ້ວຍ”.

ນອກຈາກນີ້ຄວາມເຫງົາຍັງອາດຈະສົ່ງຜົນໄປສູ່ຜົນທາງດ້ານເສດຖະກິດທີ່ຕົກຕ່ຳລົງ, ຄວາມຮູ້ສຶກທີ່ແປກແຍກ ແລະ ບໍ່ໄດ້ຮັບການສະໜັບສະໜູນໃນວຽກງານອາດຈະເຮັດໃຫ້ຄວາມພໍໃຈ ແລະ ປະສິດທິພາບການເຮັດວຽກນັ້ນຫຼຸດລົງກໍເປັນໄປໄດ້ “ຄວາມເຫງົາ” ນັ້ນອັນຕະລາຍກວ່າທີ່ທ່ານຄິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/