WHO ຕັດສິນໃຈບໍ່ໃຫ້ ໄຕ້ຫວັນເຂົ້າຮ່ວມປະຊຸມຄັ້ງໃຫຍ່ປະຈຳປີ ຈາກການຄັດຄ້ານຂອງຈີນ ສ້າງຄວາມບໍ່ພໍໃຈໃຫ້ໄຕ້ຫວັນຢ່າງໜັກ


ກາຍເປັນປະເດັນອັນຮ້ອນແຮງທາງການເມືອງລະຫວ່າງ ຈີນ ແລະ ໄຕ້ຫວັນອີກເທື່ອໜຶ່ງ ຫຼັງອົງການອະນາໄມໂລກ ຫຼື WHO ຕັດສິນໃຈບໍ່ໃຫ້ ໄຕ້ຫວັນເຂົ້າຮ່ວມປະຊຸມຄັ້ງໃຫຍ່ປະຈຳປີ ຫຼັງການພະຍາຍາມຄັດຄ້ານຂອງຈີນ ຢ່າງໜັກ ພ້ອມອ້າງສິດເໜືອດິນແດນ ຂອງໄຕ້ຫວັນ ສ້າງຄວາມບໍ່ພໍໃຈໃຫ້ໄຕ້ຫວັນຢ່າງໜັກ.

ໂດຍການປະຊຸມໃຫຍ່ປະຈຳປີນີ້ຂອງ WHO ຈະຈັດຂຶ້ນທີ່ປະເທດສະວິດເຊີແລນ  ລະຫວ່າງວັນທີ 21-30 ພຶດສະພານີ້ ເຊິ່ງຈີນ ແລະ ປາກີສະຖານ ເປັນສອງປະເທດທີ່ອອກມາຮຽກຮ້ອງໃຫ້ປະເທດອື່ນໆ ປະຕິເສດໃຫ້ຜູ້ແທນຈາກໄຕ້ຫວັນເຂົ້າຮ່ວມການປະຊຸມຄັ້ງນີ້.

ເຊິ່ງທາງການຈີນໄດ້ອ້າງກຳມະສິດເໜືອດິນແດນໄຕ້ຫວັນ ພ້ອມກັບເນັ້ນຢໍ້າວ່າໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ ແລະ ຖືກປົກຄອງໂດຍລັດຖະບານຈີນແຜ່ນດິນໃຫຍ່ທີ່ ເມືອງຫຼວງປັກກິ່ງ. ດັ່ງນັ້ນ ໄຕ້ຫວັນ ບໍ່ແມ່ນປະເທດຈຶ່ງບໍ່ມີສະຖານະອັນຖືກຕ້ອງທີ່ຈະເຂົ້າຮ່ວມອົງການລະຫວ່າງປະເທດໃດໆ ໄດ້ໃນສະມາຄົມໂລກ.

ຂະນະທີ່ທາງການໄຕ້ຫວັນກໍອອກມາຕອບໂຕ້ທັນທີ ພ້ອມກັບກ່າວປະນາມການຕັດສິນໃຈຂອງ WHO ພ້ອມລະບຸວ່າ ຕົນຮູ້ສຶກບໍ່ດີກັບຈີນທີ່ພະຍາຍາມກີດກັ້ນໄຕ້ຫວັນອອກຈາກການມີສ່ວນຮ່ວມໃນເວທີໂລກ ແລະ ຊີ້ວ່າຈີນ ບໍ່ມີສິດເວົ້າແທນປະຊາຊົນໄຕ້ຫວັນ ຫຼື ເກາະແຫ່ງນີ້.

ໂດຍທາງ ໂຈເຊັບ ວູ (Joseph Wu) ລັດຖະມົນຕີກະຊວງການຕ່າງປະເທດ ໄຕ້ຫວັນລະບຸວ່າ: ມີພຽງລັດຖະບານຂອງໄຕ້ຫວັນທີ່ໄດ້ຮັບມາຈາກການເລືອກຕັ້ງແບບປະຊາທິປະໄຕເທົ່ານັ້ນ ທີ່ສາມາດເວົ້າແທນປະຊາຊົນໄຕ້ຫວັນຈຳນວນ 23 ລ້ານຄົນໄດ້ ໃນກອງປະຊຸມຂອງ WHO ແລະ ກອງປະຊຸມລະຫວ່າງປະເທດອື່ນໆໄດ້ ລວມເຖິງມີສິດປົກປ້ອງສຸຂະພາບ ແລະ ສິດທິມະນຸດຂອງປະຊາຊົນໄຕ້ຫວັນ.

ນອກຈາກນີ້ ທາງການຈີນ ຍັງໄດ້ຮຽກຮ້ອງໃຫ້ບາງປະເທດໃຫ້ເຊົາ ເຮັດປະເດັນຕ່າງໆ ໃຫ້ກາຍເປັນປະເດັນທາງການເມືອງ ໃຫ້ເຊົາແຊກແຊງກິດຈະກຳພາຍໃນຂອງປະເທດຈີນ ໂດຍສະເພາະກໍລະນີຂອງ ໄຕ້ຫວັນ ພ້ອມທັງໃຫ້ຢຸດເຊົາຄວາມພະຍາຍາມທີ່ຈະໃຊ້ໄຕ້ຫວັນເປັນເຄື່ອງມືໃນການຄຸກຄາມ ແລະ ຕໍ່ຮອງກັບ ຈີນ.

ໃນຂະນະທີ່ ໄຕ້ຫວັນໄດ້ຮັບອະນຸຍາດໃນການເຂົ້າຮ່ວມປະຊຸມດ້ານເຕັກນິກເຕັກບາງປະຊຸມຂອງ WHO ເທົ່ານັ້ນ ເຊິ່ງຫຼາຍຝ່າຍເບິ່ງວ່າຄວາມພະຍາຍາມໃນການກີດກັ້ນໄຕ້ຫວັນອອກຈາກການປະຊຸມໃຫຍ່ຂອງ WHO ອາດເປັນອຸປະສັກໃນການຂັດຂວາງຄວາມພະຍາຍາມໃນການຮັບມືກັບການແຜ່ລະບາດຂອງ ເຊື້ອພະຍາດ ໂຄວິດ-19 ທີີ່ກຳລັງກັບມາແຜ່ລະບາດອີກຄັ້ງໃນປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/