Whales Bitcoin ແລະ XRP ພາກັນໂອນຍ້າຍຫຼຽນໃນໄລຍະທີ່ຕະຫຼາດກຳລັງພັກຕົວ ມູນຄ່າຫຼາຍກວ່າ 650 ລ້ານໂດລາ


ອີງຕາມຂໍ້ມູນໃໝ່ຈາກ Whale Alert ເເພລັດຟອມສໍາຫຼວດ Whales, ເຫັນວ່າ Whales ໄດ້ເຄື່ອນຍ້າຍ Bitcoin ຢ່າງກະທັນຫັນມູນຄ່າລວມກວ່າ 500 ລ້ານໂດລາ ໃນເວລາພຽງ 24 ຊົ່ວໂມງ, ທຸລະກໍາທີ່ມີຂະໜາດໃຫຍ່ທີ່ສຸດແມ່ນ 6.582 BTC ມູນຄ່າ 182.629.202 ໂດລາຖືກໂອນຈາກກະເປົາສ່ວນຕົວໄປຫາກະເປົາອີກໃບ.

ນອກຈາກນີ້ຍັງມີການເຮັດທຸລະກຳອື່ນໆກ່ຽວກັບ Bitcoin ດັ່ງນີ້:

–  Bitcoin 5.000 ຫຼຽນ ມູນຄ່າ 141.189.856ໂດລາ ຖືກໂອນຈາກກະເປົາໜຶ່ງໄປຫາອີກກະເປົາໜຶ່ງ.

–  Bitcoin 3.999 ຫຼຽນ ມູນຄ່າ 112.874.776ໂດລາ ຖືກໂອນຈາກກະເປົາໜຶ່ງໄປຫາອີກກະເປົາໜຶ່ງ.

–  Bitcoin 2.001 ຫຼຽນ ມູນຄ່າ 56.883.243ໂດລາ ຖືກໂອນຈາກ crypto exchange Gemini ໄປຫາກະເປົາເງິນສ່ວນຕົວ

– Bitcoin 1.098 ຫຼຽນ ມູນຄ່າ 30.517.472 ໂດລາ ຖືກໂອນຈາກກະເປົາເງິນສ່ວນຕົວໄປຫາ crypto exchange Kraken

– Bitcoin 1.032 ຫຼຽນ ມູນຄ່າ 29.153.880ໂດລາ ຖືກໂອນຈາກ Crypto.com ໄປຫາກະເປົາເງິນສ່ວນຕົວ

– Bitcoin 1.001 ຫຼຽນ ມູນຄ່າ 28.455.835ໂດລາ ຖືກໂອນຈາກ crypto exchange Gemini ໄປຫາກະເປົາເງິນສ່ວນຕົວ

ນອກຈາກນີ້ Whale Alert ຍັງໄດ້ກວດເຫັນການໂອນຍ້າຍຫຼຽນ XRP ດັ່ງນີ້:

  • 95.000.000 XRP ມູນຄ່າ 51.699.751ໂດລາ ຖືກໂອນຈາກກະເປົາສ່ວນຕົວໄປຫາກະເປົາອີກໃບ
  • 31.723.527 XRP ມູນຄ່າ 17.098.354ໂດລາ ຖືກໂອນຈາກ crypto exchange Bitstamp ໄປຫາກະເປົາເງິນອີກໃບ
  • 19.000.000 XRP ມູນຄ່າ 10.198.480 ໂດລາ ຖືກໂອນຈາກກະເປົາສ່ວນຕົວ ໄປຫາ crypto exchange Bitstamp

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/