ຢືນຢັນຈາກຕົ້ນສັງກັດ! Lee Do Hyun ແລະ Lim Ji Yeon ກຳລັງເດດກັນ


ເປັນປະຈຳໃນທຸກໆວັນທີ 1 ເດືອມເມສາ Dispatch ຈະປ່ອຍຮູບຂອງຄູ່ທີ່ລັກໄປອອກເດດ ແລະ ປີນີ້ມາຕົກທີ່ ພະເອກຈາກເລື່ອງ The Glory ນັ້ນກໍຄື Lee Do Hyun ພະເອກຮອຍຍິ້ມພິຄາດໃຈ ທີ່ກຳລັງອອກເດດ ກັບຄົນບໍ່ໃກ້ບໍ່ໄກ ນັ້ນກໍຄື Lim Ji Yeon ຕົວຮ້າຍຈາກເລື່ອງ The Glory.

ຫຼັງຈາກທີ່ Dispatch ປ່ອຍຮູບມາໃຜໆຕ່າງກໍສົງໄສວ່າ ຜູ້ຍິງທີ່ຢູ່ຂ້າງກາຍ Lee Do Hyun ນັ້ນແມ່ນໃຜ ແລ້ວກໍໄດ້ພົບກັບຄວາມຈິງວ່າ ຜູ້ຍິງຄົນນັ້ນກໍຄື Lim Ji Yeon ຕົວຮ້າຍຈາກເລື່ອງ The Glory ທີ່ມີຜົນງານຮ່ວມກັນ ແລະ ຄາດວ່າທັງສອງອາດຈະພົບຮັກໃນເລື່ອງນີ້.

ຫຼ້າສຸດທາງຕົ້ນສັງກັດຂອງທັງສອງຄື  Yuehua Entertainment (ຕົ້ນສັງກັດຂອງ Lee Do Hyun) ແລະ Artist Company (ຕົ້ນສັງກັດຂອງ Lim Ji Yeon) ອອກມາ Confirm ວ່າທັງສອງອອກເດດ ແລະ ກຳລັງຄົບຫາດູໃຈກັນຢູ່ ໂດຍທີ່ທາງ Artist Company ໄດ້ອອກໃຫ້ສຳພາດຜ່ານສື່ວ່າ “ທັງ Lim Ji Yeon ແລະ Lee Do Hyun ກຳລັງຢູ່ໃນໄລຍະເຮັດຄວາມຮູ້ຈັກກັນຢ່າງລະມັດລະວັງ ດ້ວຍຄວາມຮູ້ສຶກດີລະຫວ່າງຮຸ່ນອ້າຍ ແລະ ຮຸ່ນນ້ອງທີ່ສະໜິດສະໜົມກັນ ພວກເຮົາຈະຂອບໃຈຫຼາຍຖ້າຫາກເຝົ້າເບິ່ງພວກເຂົາດ້ວຍສາຍຕາອັນອົບອຸ່ນ”

ໃນສ່ວນຂອງທາງ Yuehua Entertainment  ກໍໄດ້ຢືນຢັນວ່າ “ທັງສອງເປັນຮູ່ນເອື້ອຍຮຸ່ນນ້ອງທີ່ສະໜິດກັນ ແລະ ກຳລັງຄ່ອຍໆເຮັດຄວາມຮູ້ຈັກດ້ວຍຄວາມຮູ້ສຶກທີ່ດີິ”

 ທັງສອງອາຍຸຫ່າງກັນ 5 ປີ Lee Do Hyun  ຝ່າຍຊາຍມີອາຍຸ 27 ສ່ວນຝ່າຍ Lim Ji Yeon ມີອາຍຸ 32 ປີ ມີລາຍງານວ່າທັງສອງໄປໃສມາໃສນຳກັນເປັນເວລາຫຼາຍກວ່າ 4 ເດືອນແລ້ວ ໂດຍທີ່ທັງສອງເລີ່ມສະໜິດກັນຈາກການໄປ Workshop ຕໍ່ບົດກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/