Netflix ກຽມບຸກຕະຫຼາດເກມ ໃຫ້ຫຼິ້ນເກມຜ່ານໂທລະພາບ ໂດຍໃຊ້ iPhone ເປັນອຸປະກອນຄວບຄຸມ


ໃນປີທີ່ຜ່ານມາ ຫຼັງຈາກ Netflix ແພລັດຟອມສາຍຮູບເງົາອອນລາຍ ອັນດັບຕົ້ນໆຂອງໂລກ ປະສົບກັບບັນຫາມີຍອດຜູ້ສະໝັກສະມາຊິກລາຍເດືອນລົດລົງໃນຫຼາຍປະເທດ ເຮັດໃຫ້ Netflix ເລີ່ມເບິ່ງຫາວິທີການ ແລະ ທຸລະກິດໃໝ່ໆ ທີ່ຈະເຂົ້າມາອຸ້ມຊູທຸລະກິດນີ້ໃຫ້ມັນຍ່າງໄປໜ້າໄດ້.

ຫຼ້າສຸດ ກໍຄື Netflix ກຽມເຂົ້າມາບຸກຕະຫຼາດເກມ ໂດຍການພັດທະນາເກມຕ່າງໆ ທັງເກມທີ່ໄດ້ຮັບຄວາມນິຍົມ ຫຼື ເກມທີ່ກ່ຽວຂ້ອງກັບຮູບເງົາ ໃຫ້ບັນດາສະມາຊິກໄດ້ມາຫຼິ້ນກັນໄດ້ໃນແພລັດຟອມ ຜ່ານທາງໂທລະສັບມືຖື ຫຼື ແທັບເລັດ. ໂດຍປັດຈຸບັນປ່ອຍເກມອອກມາແລ້ວກວ່າ 55 ເກມ ແລະ ມີແຜນຈະປ່ອຍເກມໃໝ່ອອກມາອີກຢ່າງໜ້ອຍ 40 ເກມພາຍໃນປີນີ້.

ນອກຈາກນີ້ ຍັງມີລາຍງານວ່າ Netflix ກໍາລັງຢູ່ລະຫວ່າງການຂະຫຍາຍທຸລະກິດເກມ ໃຫ້ສະມາຊິກສາມາດຫຼິ້ນເກມຕ່າງໆ ໄດ້ຜ່ານໜ້າຈໍທີ່ໃຫຍ່ກວ່າ ແລະ ສະດວກກວ່າ ນັ້ນກໍຄືໜ້າຈໍໂທລະພາບ ໂດຍໃຊ້ iPhone, ໂທລະສັບມືຖື ຫຼື ແທັບເລັດ ເປັນອຸປະກອນຄວບຄຸມຕົວເກມ.

ແຕ່ຢ່າງໃດກໍຕາມ Netflix ຍັງບໍ່ໄດ້ຢືນຢັນວ່າການຫຼິ້ນເກມຜ່ານໂທລະພາບນີ້ຈະເປີດໃຫ້ໃຊ້ງານເມື່ອໃດ ເພາະຕອນນີ້ເປັນພຽງການທົດລອງພາຍໃນເທົ່ານັ້ນ ແຕ່ກໍອາດບໍ່ແມ່ນເລື່ອງຍາກເກີນໄປ ເພາະທຸກມື້ນີ້ Smart TV ຫຼາຍຍີ່ຫໍ້ ກໍມີ Netflix ກັນຢູ່ແລ້ວ.

ໂດຍກ່ອນໜ້ານີ້ Netflix ກໍມີແຜນທີ່ຈະໃຫ້ບໍລິການເກມຜ່ານລະບົບຄລາວຢູ່ແລ້ວ ທີ່ຈະໃຫ້ຜູ້ໃຊ້ງານສາມາດຫຼິ້ນເກມຕ່າງໆ ເທິງຄລາວໄດ້ເລີຍ ໂດຍບໍ່ຕ້ອງເຮັດການດາວໂຫຼດ ຫຼື ຕິດຕັ້ງເກມຕ່າງໆ ລົງໃນອຸປະກອນຂອງຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/