ຕະຫຼາດຂົວດິນ ແຈ້ງປິດປັບປຸງ ຕັ້ງແຕ່ວັນທີ 25 ເມສາ 2023 ເພື່ອພັດທະນາຕະຫຼາດໃຫ້ທັນສະໄໝ


ຕະຫຼາດໜອງຈັນ ຫຼື ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຕະຫຼາດຂົວດິນ ແມ່ນເປັນຕະຫຼາດທີ່ມີປະຫວັດຄວາມເປັນມາຍາວນານ ຕະຫຼາດແຫ່ງນີ້ກາຍເປັນສັນຍະລັກໜຶ່ງຂອງນະຄອນຫຼວງກໍວ່າໄດ້ ເຊິ່ງພໍ່ຄ້າຊາວຂາຍທີ່ຈຳນວນຫຼວງຫຼາຍແມ່ນໄດ້ສືບທອດຈາກຮຸ່ນສູ່ຮຸ່ນ ແລະ ພໍ່ແມ່ປະຊາຊົນໄດ້ໄປຊື້ຂາຍແລກປ່ຽນສິນຄ້າເປັນຈຳນວນຫຼາຍໃນແຕ່ລະວັນ.

ແນວໃດກໍດີ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ ໃນວັນທີ 30 ມີນາ 2023 ທີ່ຜ່ານມາ ທາງບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈໍາກັດ ໄດ້ອອກແຈ້ງການ ເພື່ອປິດຕະຫຼາດຊົ່ວຄາວຕັ້ງແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປ ເພື່ອດຳເນີນການກໍ່ສ້າງປັບປຸງ ແລະ ພັດທະນາຕະຫຼາດໃຫ້ກາຍເປັນຕະຫຼາດທີ່ທັນສະໄໝຮອບດ້ານ ໂດຍອີງຕາມການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ແນວທາງທິດຊີ້ນໍາຂອງພັກ-ລັດໄດ້ວາງອອກ.

ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງປັບປຸງຕະຫຼາດໜອງຈັນ (ຕະຫຼາດຂົວດິນ) ຄືນໃໝ່ໃຫ້ ກາຍເປັນຕະຫຼາດແບບຢ່າງ ທີ່ທັນສະໝ, ສະດວກ, ສະອາດ, ປອດໄພ ແລະ ການບໍລິການທີ່ດີຍິ່ງຂຶ້ນ ໃນເຊີງວັດທະນະທໍາ, ສົ່ງເສີມເອກະລັກຄວາມເປັນລາວຂຶ້ນມາໃຫ້ເປັນຕະຫຼາດແຫ່ງທໍາອິດຂອງ ສປປ ລາວ ແຕ່ຍັງຄົງ ຮັກສາຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ, ຕະຫຼາດຂາຍສົ່ງ-ຂາຍຍ່ອຍໄວ້ຄືເກົ່າ.

ສະນັ້ນ, ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈໍາກັດ ຂໍຖືເປັນກຽດແຈ້ງມາຍັງຊາວຄ້າຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຜູ້ທີ່ມາຊົມໃຊ້ຕະຫຼາດໜອງຈັນ ລວມເຖິງທຸກພາກສ່ວນທີ່ ກ່ຽວຂ້ອງຊາບທົ່ວເຖິງກັນວ່າ: ເລີ່ມແຕ່ ວັນທີ 25 ເມສາ 2023 ເປັນຕົ້ນໄປຕະຫຼາດໜອງຈັນ ຈະໄດ້ປິດໃຫ້ ບໍລິການຊົ່ວຄາວ ເພື່ອກໍ່ສ້າງປັບປຸງ ແລະ ພັດທະນາຕະຫຼາດໜອງຈັນ ໃຫ້ກາຍເປັນຕະຫຼາດທີ່ທັນສະໄໝຮອບດ້ານ.

ຂອບໃຈຂໍ້ມູນຈາກ:

https://bit.ly/40Tu17I

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/