ສປປ ລາວ ເອີ້ນ 18 ນັກກິລາເຊື້ອຊາດລາວ ຢູ່ຕ່າງແດນ ກັບມາຕິດທີມຊາດກຽມລ່າຫຼຽນຄຳ ຊີເກມ ທີ່ກຳປູເຈຍ


ການແຂ່ງຂັນກິລາ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ກໍໃກ້ເຂົ້າມາເລື້ອຍໆແລ້ວ ແລະ ເພື່ອສ້າງຄວາມເຂັ້ມແຂງ ກັບການໄລ່ລ່າຄວາມສຳເລັດໃນການແຂ່ງຂັນຄັ້ງນີ້ ສປປ ລາວ ໄດ້ມີການເອີ້ນຕົວ 18 ນັກກິລາທີ່ເປັນເຊື້ອຊາດລາວ ສັນຊາດຕ່າງປະເທດກັບມາຕິດທີມຊາດກຽມລ່າຫຼຽນຄຳ ຊີເກມ ທີ່ກຳປູເຈຍ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນກ່າວມີຄຳເຫັນໃນກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວ ໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ແຜນປີ 2023 ເມື່ອອາທິດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ວ່າ: ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023, ສປປ  ລາວເຮົາ ຈະໄດ້ນັກກິລາເຊື້ອຊາດລາວ ສັນຊາດຕ່າງປະເທດ ມາຊ່ວຍທັບນັກກິລາລາວ ເຖິງ 18 ຄົນ, ໃນນັ້ນມາຈາກສະຫະລັດອາເມຣິກາ 9 ຄົນ, ປະເທດຝຣັ່ງ 8 ຄົນ ແລະ ລູກຊອດ ລາວ-ໄທ 1 ຄົນ ເຊິ່ງນັກກິລາທັງໝົດນີ້ ໄດ້ມາຊ່ວຍລາວເຮົາແມ່ນຖືກຕ້ອງຕາມກົດໝາຍກິລາ-ກາຍະກຳ ໂດຍແມ່ນທາງລັດຖະບານໄດ້ຕົກລົງເຫັນດີ ແລະ ຖືກຕ້ອງຕາມກົດບັດຂອງສາກົນ ທີ່ກຳນົດອະນຸຍາດຮ່ວມແຂ່ງຂັນໃນລະດັບ ຊີເກມ ແລະ ເອຊຽນ ເກມ ເຊິ່ງເປັນເຊື້ອຊາດລາວ ແຕ່ບໍ່ໄດ້ເປັນນັກກິລາທີມຊາດໃຫ້ຊາດຕ່າງໆ ແມ່ນສາມາດມາຊ່ວຍບ້ານເກີດເມືອງນອນໄດ້.

ສໍາລັບນັກກິລາ ຈໍານວນ 18 ຄົນ ປະກອບມີ:

– ທ້າວ ສະຕີເວັນ ອິນສີຊຽງໃໝ່ (Steven Insixiengmay) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ

– ນາງ ອາເຣຍນາ ເຊົາທາ ເດິຊວາເກີ (Ariana Southa Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ

– ນາງ ອາດທິດ ມາລີ ເດິຊວາເກີ (Astid Malee Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ

– ນາງ ແອງເຈລິນາ ເບວລາ ເມດຊີນາ (Angelina Bella Messina) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ

– ນາງ Clemence-June FRAZEY ນັກກິລາຢູໂດ ຈາກປະເທດຝຣັ່ງ

– ທ້າວ ເຄວນຕິນ ໄຊຊະນະ ຈອບຟຣອຍ (Quentin Saysana GEOFFROY) ນັກກິລາຟັນດາບຈາກປະເທດຝຣັ່ງ

– ທ້າວ ທີໂທ ໄຄຼ (Theo KLEIN) ນັກກິລາເຕະບານ ຈາກປະເທດຝຣັ່ງ

– ທ້າວ ໂຣມັນ ອານຸສອນ ອັງໂກດ (Roman Anousone Angot) ນັກກິລາບານເຕະຈາກປະເທດຝຣັ່ງ

– ທ້າວ ເກດແກ້ວ ພົມພອນ ຫຼື Billy Ketkeo phomphone ນັກກິລາເຕະບານຈາກປະເທດຝຣັ່ງ

– ທ້າວ Victor Saysanath Ngovinasack ນັກກິລາບານເຕະ ຈາກສະຫະລັດອາເມຣິກາ

– ທ້າວ ໄມເຄິນ ວ່າງ (Michael Vang) ນັກກິລາບານເຕະຈາກສະຫະລັດອາເມຣິກາ

– ທ້າວ ດິວລອນ ແຄມເບວ (Dillon Campbell) ນັກກິລາມວຍປໍ້າ ຈາກສະຫະລັດອາເມຣິກາ ກຳລັງປະສານງານເອົາຂໍ້ມູນປະກອບຟອມ

– ທ້າວ Walter Sarnoi OUPATHANA ນັກກິລາມວຍສາກົນ ຈາກສະຫະລັດອາເມຣິກາ ໄດ້ທຶນໂອລິມປິກສາກົນ

– ນາງ Fanny Malissa Cauchois-one ນັກກິລາລົດຖີບ  ຈາກປະເທດຝຣັ່ງ ໄດ້ທຶນໂອລິມປິກສາກົນ

– ທ້າວ ອາລິຍາ ພູນສະຫວັດ (ARIYA Phounsavath) ນັກກິລາລົດຖີບ  ຈາກປະເທດຝຣັ່ງ ໄດ້ທຶນໂອລິມປິກສາກົນ

– ທ້າວ Dimitri KYTTANASILALACK ນັກກິລາຄິກບັອກຊິງ ຈາກປະເທດຝຣັ່ງ

– ທ້າວ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ລູກຊອດ ລາວ-ໄທ. ສ່ວນອີກໜຶ່ງຄົນຍັງບໍ່ມີການເປີດເຜີຍ.

ຂອບໃຈຂໍ້ມູນຈາກ: https://bit.ly/42YN2ak

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/