Goldman Sachs ກ່າວວ່າ ການມາຂອງ AI ອາດເຮັດໃຫ້ຄົນ 300 ລ້ານຄົນຕ້ອງວ່າງງານ


ຖືວ່າເປັນອີກເລື່ອງໜຶ່ງທີ່ໜ້າຕົກໃຈ, ຫຼັງຈາກ Goldman Sachs ສະຖາບັນການເງິນຍັກໃຫຍ່ຂອງໂລກໄດ້ກ່າວກັບນັກຂ່າວວ່າ “ກວ່າ 300 ລ້ານຄົນທົ່ວໂລກອາດວ່າງງານ ເຊິ່ງເປັນຜົນກະທົບມາຈາກ AI ຄື ChatGPT ທີ່ຈະເຂົ້າມາເເທນທີ່ການເຮັດວຽກຂອງຄົນປົກກະຕິໄດ້”.

ພວກເຂົາຄາດການວ່າ 18% ຂອງພະນັກງານທົ່ວໂລກອາດຖືກເເທນທີ່ດ້ວຍລະບົບຄອມພິວເຕີ ຫຼື AI , ໂດຍເຫດການນີ້ຈະສົ່ງຜົນໃຫ້ກຸ່ມປະເທດເສດຖະກິດທີ່ພັດທະນາເເລ້ວຫຼາຍກວ່າຕະຫຼາດທີ່ກຳລັງເກີດຂຶ້ນໃໝ່ ເນື່ອງຈາກຈະກະທົບກັບພະນັກງານທົ່ວໄປຫຼາຍກວ່າກຸ່ມຄົນທີ່ໃຊ້ເເຮງງານ.

ເຊິ່ງອາຊີບທີ່ຈະໄດ້ຮັບຜົນກະທົບຫຼາຍສຸດກໍຄືເຈົ້າໜ້າທີ່ຝ່າຍບໍລິຫານ ເເລະ ນັກກົດໝາຍ, ໂດຍ 2 ໃນ 3 ຂອງວຽກງານປັດຈຸບັນໃນສະຫະລັດ ແລະ ຢູໂຣບເລີ່ມສຳຜັດໄດ້ເຖິງຄວາມເປັນໄປໄດ້ຂອງ AI ໄດ້ໃນລະດັບໜຶ່ງ ເເລະ 25% ຂອງວຽກງານທັງໝົດສາມາດເເທນທີ່ໄດ້ດ້ວຍ AI .

ຖ້າຫາກນຳໃຊ້ AI ດັ່ງກ່າວຕໍ່ໄປອາດເຮັດໃຫ້ຜູ້ຄົນຈຳນວນຫຼາຍຕ້ອງວ່າງງານ, Goldman Sachs ກ່າວ. ເເຕ່ພວກເຂົາໄດ້ຕັ້ງຂໍ້ສັງເກດວ່າ ນະວັດຕະກຳທາງເທັກໂນໂລຢີທີ່ສາມາດໃຊ້ທົດເເທນຄົນໃນການເຮັດວຽກ ເເລະ ໄດ້ສ້າງຄວາມເຕີບໂຕຂອງການຈ້າງງານໃນໄລຍະຍາວອີກດ້ວຍ.

ທັງນີ້ Goldman Sachs ກ່າວວ່າ ການນໍາໃຊ້ AI ຢ່າງກວ້າງຂວາງ ເຖິງແມ່ນວ່າຈະເຮັດໃຫ້ຫຼາຍອາຊີບອາດຈະວ່າງງານ. ແຕ່ມັນຈະຊ່ວຍເພີ່ມກໍາລັງແຮງງານໄດ້ ແລະ ຈະສົ່ງຜົນໃຫ້ GDP ເພີ່ມຂຶ້ນ 7% ຕໍ່ປີພາຍໃນ 10 ປີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/