ຮູ້ຈັກກັບ Heat stroke ອາການທີ່ມາກັບອາກາດຮ້ອນ ອັນຕະລາຍເຖິງຊີວິດ


ໃນໄລຍະອາກາດຮ້ອນ ຫຼື ມີອຸນຫະພູມສູງ ແບບນີ້ 1 ໂຣກ ຫຼື 1 ອາການທີ່ຫຼາຍຄົນອາດຕ້ອງປະເຊີນກໍຄື ອາການ Heat stroke ຫຼື ອາການເມົາແດດ ທີ່ມາກັບອາກາດຮ້ອນ ແລະ ອຸນຫະພູມຮ່າງກາຍຂອງເຮົາ ເພີ່ມສູງເກີນ 40 ອົງສາ. ໂດຍຈະພົບເຫັນອາການເບື້ອງຕົ້ນຄື: ອ່ອນເພຍ, ບໍ່ຢາກກິນອາຫານ, ປຸ້ນທ້ອງ, ປວດອາຈຽນ, ເກີດຄວາມກັງວົນ, ສັບສົນ, ເຈັບຫົວ, ຄວາມດັນເລືອດຕໍ່າ, ວິນຫົວ, ຄວາມອ່ອນໄຫວຕໍ່ກັບສິ່ງກະຕຸ້ນ ແລະ ອາດຈະສົ່ງຜົນກະທົບຕໍ່ລະບົບການໄຫຼວຽນຂອງເລືອດ ອາດຈະມີອາການເພີ່ມຕື່ມທີ່ເປັນອັນຕະລາຍເຊັ່ນ: ຂາດເຫື່ອ, ຊັກ, ໝົດສະຕິ, ໝາກໄຂ່ຫຼັງລົ້ມເຫຼວ, ຫາຍໃຈໄວ, ຫົວໃຈເຕັ້ນບໍ່ປົກກະຕິ. ແລະ ອາດຈະເຮັດໃຫ້ເກີດອາການຊ໊ອກ, ການສູນເສຍສະຕິ ແລະ ​ຮ້າຍ​ແຮງ​ຈົນ​ເຖິງ​ຂັ້ນເສຍຊີວິດ.

ໂດຍສັນຍານເຕືອນໄພຂອງໂຣກເມົາແດດ ທີ່ຕ້ອງລະວັງປະກອບມີ: ອຸນຫະພູມຮ່າງກາຍຮ້ອນຫຼາຍເກີນ 40 ອົງສາ ແຕ່ບໍ່ມີໄຂ້, ຜິວໜັງແຫ້ງ ແລະ ຮ້ອນ, ຮ້ອນຂຶ້ນຢ່າງຕໍ່ເນື່ອງ ແຕ່ບໍ່ມີເຫື່ອອອກ, ຄວາມດັນເລືອດຕໍ່າ, ຫົວໃຈເຕັ້ນໄວຫຼາຍ, ສັ່ນ, ຢາກນໍ້າ, ວິນຫົວ, ເຈັບຫົວ, ໜ້າມືດ, ຮູ້ສຶກມຶນງົງ, ເປັນລົມ, ປວດອາຈຽນ, ອາຈຽນ, ອ່ອນເພຍ, ອາດຈະມີອາການຊັກ, ກະວົນກະວາຍ, ແລະ ສູນເສຍສະຕິ.

ຜູ້​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂຣກເມົາແດດໄດ້ແກ່: ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ຜູ້ສູງອາຍຸ ເນື່ອງຈາກວ່າຮ່າງກາຍບໍ່ສາມາດເຢັນລົງເຊັ່ນດຽວກັນກັບໄວໜຸ່ມ, ຜູ້ທີ່ເປັນພະຍາດຊໍາເຮື້ອ ຫຼື ໂຣກທີ່ມາແຕ່ກໍາເນີດເຊັ່ນ: ຄວາມດັນເລືອດສູງ, ໂຣກຫົວໃຈ, ໂຣກເບົາຫວານ, ຄົນທີ່ມີນ້ຳໜັກເກີນເກນມາດຕະຖານ ວັດແທກຈາກຄວາມສູງ, ຄົນທີ່ພັກຜ່ອນບໍ່ພຽງພໍ, ຄົນທີ່ເຮັດວຽກ ຫຼື ເຮັດກິດຈະກຳຢູ່ໃຕ້ແດດເປັນເວລາດົນໆ ເຊັ່ນ: ນັກກ໊ອຟ, ຊາວນາ ແລະ ອື່ນໆ ທີ່ເຮັດກິດຈະກໍາກາງແຈ້ງ, ພະນັກງານຫ້ອງການ ຜູ້ທີ່ເຮັດວຽກຢູ່ໃນຫ້ອງແອເປັນເວລາດົນແລ້ວອອກມາພົບກັບຄວາມຮ້ອນທີ່ສຸດ ຈົນ ຮ່າງກາຍບໍ່ສາມາດປັບຕົວໄດ້. ຜູ້ທີ່ດື່ມເຫຼົ້າ ຮ່າງກາຍສູນເສຍນ້ໍາ ແລະ ແຮ່ທາດຫຼາຍກວ່າຜູ້ທີ່ບໍ່ດື່ມ ເພາະໃນສະພາບອາກາດຮ້ອນຫຼາຍ ເຫຼົ້າຊ່ວຍກະຕຸ້ນຫົວໃຈໃຫ້ສູບສີດເລືອດໄດ້ໄວຂຶ້ນ ແລະ ແຂງຂຶ້ນ, ຄວາມດັນເລືອດເພີ່ມຂຶ້ນ ຫົວໃຈຕ້ອງເຮັດວຽກໜັກຂຶ້ນ ຈົນອາດເຮັດໃຫ້ມີອາການຊັອກ ແລະ ເສຍຊີວິດໄດ້.

ວິທີໃຫ້ການປະຖົມພະຍາບານເບື້ອງຕົ້ນກ່ອນນຳສົ່ງໂຮງໝໍ ປະກອບມີ:

  1. ເອົາຄົນປ່ວຍເຂົ້າບ່ອນຮົ່ມໂດຍໄວ. ລະບາຍອາກາດໃຫ້ໄດ້ດີທີ່ສຸດ, ບໍ່ຖືກແສງແດດເພື່ອຫຼຸດຜ່ອນອຸນຫະພູມຮ່າງກາຍ.
  2. ໃຫ້ຄົນເຈັບນອນລົງ. ຍົກຕີນທັງສອງໃຫ້ສູງ ເພື່ອເພີ່ມການໄຫຼວຽນຂອງເລືອດໄປສູ່ສະໝອງຫຼາຍຂຶ້ນ, ຖອດເຄື່ອງນຸ່ງອອກ.
  3. ເພື່ອຄວາມເຢັນໄວຂຶ້ນ ຫຼື ລົດອຸນຫະພູມຂອງຮ່າງກາຍຄົນເຈັບ, ໃຊ້ຜ້າປຽກຊຸ່ມດ້ວຍນໍ້າເຢັນ ຫຼື ບີບນ້ຳກ້ອນໃສ່ບໍລິເວນຄໍ, ຂີ້ແຮ້, ຂາ, ໜ້າຜາກ, ໃຊ້ພັດລົມຊ່ວຍລະບາຍຄວາມຮ້ອນ.
  4. ເພື່ອລົດຜ່ອນອຸນຫະພູມຮ່າງກາຍໃຫ້ໄວເທົ່າທີ່ຈະໄວໄດ້, ຖ້າວ່າຄົນເຈັບຍັງມີສະຕິ ໃຫ້ພະຍາຍາມດື່ມນໍ້າຫຼາຍໆ ແລະ ຟ້າວນຳຕົວໄປສົ່ງໂຮງໝໍໃຫ້ໄວທີ່ສຸດ.

ວິທີປ້ອງກັນຕົນເອງຈາກແສງແດດ ຫຼື ໂຣກເມົາແດດປະກອບມີ:

  • ຫຼີກເວັ້ນການອອກກຳລັງກາຍກາງແຈ້ງ ຫຼື ຢູ່ໃນສະຖານທີ່ທີ່ມີອາກາດຮ້ອນຫຼາຍ.
  • ນຸ່ງເສື້ອສີອ່ອນ, ໂລ່ງ, ບໍ່ໜາ, ນ້ຳໜັກເບົາ, ລະບາຍອາກາດໄດ້ດີ ແລະ ປ້ອງກັນແສງແດດໄດ້.
  • ພະຍາຍາມດື່ມນ້ຳຢ່າງໜ້ອຍ 6-8 ຈອກຕໍ່ມື້ ເຖິງວ່າທ່ານຈະບໍ່ຢາກນ້ຳກໍຕາມ, ຫຼີກລ້ຽງການດື່ມເຫຼົ້າ, ນໍ້າອັດລົມ ຊາ ລວມທັງກາເຟ ແລະ ເຄື່ອງດື່ມທີ່ມີນ້ໍາຕານສູງ.
  • ຫ້າມປະເດັກນ້ອຍ, ຜູ້ສູງອາຍຸ ຫຼື ສັດລ້ຽງໄວ້ໃນລົດທີ່ຈອດຢູ່ຂ້າງນອກ. ຄວາມຮ້ອນພາຍໃນລົດຈະເພີ່ມຄວາມສ່ຽງຕໍ່ການເໂຣກດັ່ງກ່າວໄດ້ຫຼາຍຂຶ້ນ, ເດັກນ້ອຍ ຜູ້ສູງອາຍຸ ແລະ ຄົນທີ່ມີພະຍາດມາແຕ່ກຳເນີດ ບໍ່ຄວນຢູ່ໃນອາກາດຮ້ອນ ແລະບໍ່ຄວນຢູ່ຄົນດຽວໃນສະຖານທີ່ ທີ່ມີຄວາມສ່ຽງ ໃນໄລຍະນີ້.
  • ສຳລັບຜູ້ທີ່ອອກກຳລັງກາຍແນະນຳໃຫ້ອອກກຳລັງກາຍໃນພື້ນທີ່ລະບາຍອາກາດໄດ້ດີ ຄວນເລືອກໃນຕອນເຊົ້າ ຫຼື ຕອນແລງ ເພາະເປັນໄລຍະທີ່ອາກາດບໍ່ຮ້ອນຫຼາຍ ແລະ ຄວນອົບອຸ່ນຮ່າງກາຍກ່ອນອອກກຳລັງກາຍໜັກໆທຸກຄັ້ງ.
  • ໃສ່ແວ່ນຕາກັນແດດໃສ່ໝວກທີ່ມີຂອບກວ້າງເພື່ອປ້ອງກັນແສງແດດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/