Whale ປິດສະໜາກວາດຊື້ຫຼຽນ Shiba Inu ກວ່າ ເຈັດຮ້ອຍຕື້ SHIB ເຊິ່ງລວມເປັນມູນຄ່າເກືອບ 6 ລ້ານໂດລາ


ເມື່ອບໍ່ດົນມານີ້, ໄດ້ມີີເຫດການທີ່ໜ້າສົນໃຈເກີດຂຶ້ນໃນເຄືອຂ່າຍຂອງ Shiba Inu ເຊິ່ງມັນໄດ້ດຶງດູດຄວາມສົນໃຈຂອງນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານ crypto ອີກຫຼາຍໆຄົນ.

ໂດຍ Whale Alert ແພລັດຟອມຕິດຕາມ blockchain ຍອດນິຍົມໄດ້ປະກາດລົງໃນ Twitter ວ່າ ໄດ້ມີ Whale ປິດສະໜາລາຍໜຶ່ງໄດ້ກວາດຊື້ Shiba Inu ປະມານ708,416,119,061 SHIB ລວມເປັນມູນຄ່າປະມານ 5.99 ລ້ານໂດລາຈາກ Gemini ເວັບເທຣດ crypto ຍອດນິຍົມໃນນິວຢອກ.

ເຊິ່ງ Whale ປິດສະໜາລາຍນີ້ໄດ້ຊື້ Shiba Inu ໃນເວລາທີ່ Shiba Inu blockchain ໄດ້ດຶງດູດຄວາມສົນໃຈຫຼາຍ ແລະ ຖືກຈັດອັນດັບເປັນໜຶ່ງໃນສິນຊັບ crypto ທີ່ໂດດເດັ່ນທີ່ສຸດໃນທົ່ວໂລກ.

ອີງຕາມຂໍ້ມູນຂອງ Etherscan.io ໄດ້ລະບຸວ່າ ການຊື້ໂທເຄັນຈໍານວນມະຫາສານນີ້ເກີດຂຶ້ນໂດຍຜ່ານການເຮັດທຸລະກໍາພຽງຄັ້ງດຽວ ພາຍໃນ 24 ຊົ່ວໂມງທີ່ຜ່ານມາ.

ແຕ່ສິ່ງທີ່ໜ້າສົນໃຈກໍຄື ການກາດຊື້ຫຼຽນ Shiba Inu ເປັນຈຳນວນມະຫາສານດັ່ງກ່າວເກີດຂຶ້ນຫຼັງຈາກທີ່ Whale ລາຍໃຫຍ່ອັນດັບທີ 25 ໄດ້ຊື້ SHIB ຈຳນວນ 4.66 ພັນຕື້ໂດລາ ຄິດເປັນມູນຄ່າປະມານ 38.70 ລ້ານໂດລາໃນການເຮັດທຸລະກຳພຽງຄັ້ງດຽວເຊັ່ນກັນ.

ໂດຍ Whale ອັນດັບທີ 25 ໄດ້ສະສົມຫຼຽນ SHIB ເປັນຈຳນວນ 5.37 ພັນຕື້ SHIB ຄິດເປັນມູນຄ່າກວ່າ 44.69 ລ້ານໂດລາຜ່ານການເຮັດທຸລະກໍາ 2 ຄັ້ງໃນ 7 ມື້ທີ່ຜ່ານມາ.

ເປັນທີ່ໜ້າສັງເກດວ່າ ຫຼັງຈາກການປະກາດເປີດຕົວໃຊ້ງານ Shibarium Layer 2 ທີ່ຫຼາຍໆຄົນລໍຄອຍ ອາດສົ່ງຜົນໃຫ້ Shiba Inu ໄດ້ຮັບຄວາມສົນໃຈຈາກເວັບເທຣດ ແລະ ນັກລົງທຶນລາຍໃຫຍ່. ອີກໜຶ່ງເຫດຜົນທີ່ຢູ່ເບື້ອງຫຼັງຄວາມສົນໃຈທີ່ສູງເພີ່ມຂຶ້ນຂອງ Shiba ອາດຈະເປັນຜົນມາຈາກ Binance ປະກາດການເປີດຕົວ Binance Pay ໃນປະເທດບຣາຊິວ. ການເຄື່ອນໄຫວດັ່ງກ່າວຊ່ວຍໃຫ້ທຸລະກິດ ແລະ ຮ້ານຄ້າຕ່າງໆໃນປະເທດບຣາຊິວສາມາດນຳ SHIB ແລະ ສິນຊັບ crypto ອື່ນໆສາມາດນຳໃຊ້ເປັນທາງເລືອກໃນການຈ່າຍເງິນຂອງພວກເຂົາໄດ້.

ທີ່ມາ:

techreport

bitcoinist

whale-alert

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/