ລາຍງານເຜີຍຫຼຽນ XRP ແຊງໜ້າ ETH ໃນຖານະຫຼຽນ Altcoin ທີ່ໄດ້ຮັບຄວາມນິຍົມຫຼາຍສຸດໃນປະເທດເກົາຫຼີໃຕ້


ຫຼຽນ XRP ເປັນໜຶ່ງໃນຕົວເລືອກການລົງທຶນທີ່ໄດ້ຮັບຄວາມນິຍົມເໜືອກວ່າຫຼຽນ altcoins ອື່ນໆໃນປະເທດລວມທັງ Ethereum , ເຮັດໃຫ້ XRP ທີ່ຄອງຕໍາແໜ່ງຫຼຽນ Crypto ໃນອັນດັບ 5 ສາມາດໂຄ່ນລົ້ມ Ethereum ທີ່ເປັນອັນດັບສອງຂອງໂລກໄດ້ໃນດິນແດນໂສມຂາວ.

ໂດຍອີງຈາກຂໍ້ມູນຂອງ Bitsum ກະດານເທຣດຂອງເກົາຫຼີໃຕ້ໄດ້ມີການລາຍງານວ່າ ທ່າອ່ຽງການລົງທຶນໃນກຸ່ມຄົນອາຍຸຕ່າງໆໃນປະເທດ ໂດຍສະເພາະແມ່ນນັກລົງທຶນໃນອາຍຸ 20 ປີ (GenZ) ເຊິ່ງເປັນກຸ່ມທີ່ມີຄວາມຫຼົງໃຫຼໃນການລົງທຶນ Crypto ຫຼາຍທີ່ສຸດ ແລະ ມີ XRP ເປັນຕົວເລືອກ Altcoin ທີ່ໄດ້ຮັບຄວາມນິຍົມທີ່ສຸດ. ໂດຍ 82.5% ຂອງນັກເທຣດໃນ ອາຍຸ 20 ປີ ຈຳນວນຫຼາຍກວ່າ 20 % ເລືອກທີ່ຈະລົງທຶນກັບຫຼຽນດັ່ງກ່າວ.

ໃນຂະນະທີ່ທັງເທຣດອາຍຸ 30 – 50 ປີກໍເປັນຜູ້ລົງທຶນໃນຫຼຽນ XRP ລາຍໃຫຍ່ເຊັ່ນກັນ. ອີງຈາກຂໍ້ມູນພົບວ່າ 14.9% ຂອງນັກເທຣດໃນອາຍຸປະມານ 50 ປີ ແລະ 17% ໃນອາຍຸປະມານ 30 ປີ ຊື້ຂາຍ XRP ໃນກະດານເທຣດເປັນປະຈຳ. ນອກຈາກນີ້ 13.8% ຂອງນັກເທຣດທີ່ມີອາຍຸ 60 ປີຂຶ້ນໄປກໍເຫັນວ່າ XRP ນັ້ນເປັນຕົວເລືອກໃນການລົງທຶນທີ່ດີ ແລະ ອີກ 11.8% ຂອງນັກນັກເທຣດທີ່ມີອາຍຸ 40 ປີ ກໍມີຄວາມສົນໃຈໃນຫຼຽນ XRP ເຊັ່ນກັນ.

Kim Dong-hwan CEO ຂອງບໍລິສັດ Crypto ໃນເກົາຫຼີໃຕກໍໄດ້ກ່າວຕໍ່ກັບການຕອບສະໜອງນີ້ວ່າ ທ່າອ່ຽງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າພັອດການລົງທຶນຂອງນັກເທຣດໃນປະເທດໄດ້ຮັບແຮງໜຸນຈາກຜົນກຳໄລໃນໄລຍະສັ້ນຫຼາຍກວ່າການລົງທຶນໃນໄລຍະຍາວ. ໃນຂະນະທີ່ XRP ກໍກຳລັງພະຍາຍາມຊຸກຍູ້ລາຄາໃຫ້ສູງຂຶ້ນອີກຄັ້ງເມື່ອອາທິດທີ່ຜ່ານມາ ຫຼັງຈາກການຊະລໍຕົວຂອງຕະຫຼາດຊ້າເມື່ອບໍ່ດົນມານີ້.

ທີ່ມາ:

coinedition

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/