ໂລກຮ້ອນຂຶ້ນເຮັດໃຫ້ ເພັນກວິນຈັກກະພັດຕາຍນັບໝື່ນໂຕ ຄາດອາດຈະສູນພັນໄດ້


ການປ່ຽນແປງສະພາບອາກາດໂລກເຮັດໃຫ້ນ້ຳກ້ອນຢູ່ທະວີບແອນຕາກຕິກລະລາຍລົງມາ ສົ່ງຜົນເຮັດໃຫ້ມີເພັນກວິນຈັກກະພັດທີ່ຍັງບໍ່ໃຫຍ່ພໍໃນການເອົາຕົວລອດໃນທະເລ ຫຼື ໜາວຕາຍຈາກໂລກເຮົາໄປແລ້ວນັບ 10.000 ໂຕ ພ້ອມເຕືອນວ່າຄວາມສູນພັນເທື່ອນີ້ອາດຈະເປັນລາງບອກເຫດ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຮູບຖ່າຍຈາກດາວທຽມສະແດງພາບແຜ່ນນ້ຳກ້ອນຂະໜາດໃຫຍ່ໃນທະວີບແອນຕາກຕິກທີ່ຂົ້ວໂລກໃຕ້ ໄດ້ລະລາຍ ແລະ ແຕກອອກມາຈາກກັນ ສົ່ງຜົນໃຫ້ເພັນກວິນຈັກກະພັດ ທີ່ບາງໂຕຂົນຍັງບໍ່ຂຶ້ນສຳລັບລອຍນ້ຳ ໄດ້ຈົມນ້ຳ ຫຼື ໜາວຕາຍໃນທະເລຈຳນວນຫຼວງຫຼາຍ ພ້ອມຄາດການວ່າອາດຈະະເຖິງ 10.000 ໂຕ.

ທ່ານ ດຣ. ປີເຕີ ເຟດເວວ ຈາກສຳນັກງານສຳຫຼວດແອນຕາກຕິກຂອງອັງກິດ (BAS) ແລະ ທີມນັກວິທະຍາສາດຂອງລາວໄດ້ອອກມາເປີດເຜິຍລາຍງານການຕາຍຂອງປະຊາກອນເພັນກວິນຈັກກະພັດໃນວາລະສານ Communications Earth & Environment.

ໂດຍລາຍງານໄດ້ລະບຸວ່າ ຫຼັງຈາກທີມນັກວິທະຍາສາດໄດ້ຕິດຕາມອານາຈັກເພັນກວິນຈັກກະພັດ 5 ແຫ່ງລວມເຖິງໃນສ່ວນຂອງທະເລເບວລິງເຮົາເຊນ ທີ່ເກາະ Rothschild ຄາບມະຫາສະໝຸດໄບອັນ ແລະ Pfrogner Point ພົບວ່າເພັນກວິນຈັກກະພັດທີ່ອາໄສຢູ່ 4 ໃນ 5 ອານາຈັກປະສົມພັນບໍ່ສຳເລັດ.

ນັກວິທະຍາສາດຍັງໄດ້ຄາດການວ່າ ອານາຈັກຂອງເພັນກວິນຈັກກະພັດຈະຫຼຸດລົງຫຼາຍກວ່າ 90% ຈະສູນພັນໃນ ສະຕະວັດທີ 21 ນີ້ ເນື່ອງຈາກພາວະໂລກຮ້ອນເຮັດໃຫ້ເຮັດນ້ຳກ້ອນໃນທະເລລະລາຍໄວ້ຂຶ້ນ ເຖິງຢ່າງໃດກໍຕາມເຮົາຍັງມີຄວາມຫວັງຢູ່ ຫາກພວກເຮົາສາມາດຫຼຸດການປ່ອຍຄາບອນໄດອອກໄຊທີ່ເປັນສາເຫດຂອງໂລກຮ້ອນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/