Fast Fashion ແລະ Slow Fashion ສົ່ງຜົນກະທົບຕໍ່ສິ່ງແວດລ້ອມແນວໃດ?


ໃນປັດຈຸບັນ ອຸດສາຫະກຳແຟຊັ່ນແຕ່ລະຊະນິດມີຜົນກະທົບຕໍ່ສິ່ງແວດລ້ອມທີ່ແຕກຕ່າງກັນ ໃນດ້ານໜຶ່ງກໍຄື Fast Fashion ເຊິ່ງຈະນຳສະເໜີເສື້ອຜ້າທີ່ທັນສະໄໝ ແລະ ລາຄາບໍ່ແພງ. ສ່ວນອີກດ້ານໜື່ງກໍຄື Slow Fashion ທີ່ຈະຄ່ອຍໆເພີ່ມຂຶ້ນ ເພື່ອສົ່ງເສີມການບໍລິໂພກນຳໃຊ້ຢ່າງມີສະຕິ ແລະ ແນວທາງປະຕິບັດທີ່ຍືນຍົງ

Fast Fashion ແມ່ນເສື້ອຜ້າຕາມກະແສນິຍົມທີ່ເນັ້ນໃສ່ພຽງ 2–3 ເທື່ອເທົ່ານັ້ນ ເຊິ່ງມີຂະບວນການໃນການຜະລິດທີ່ເນັ້ນໄປທີ່ຈຳນວນ ແລະ ຄວາມໄວໃນການຜະລິດ, ໃຊ້ຕົ້ນທຶນຕໍ່າທັງໃນສ່ວນຂອງວັດສະດຸ ແລະ ແຮງງານເພື່ອໃຫ້ເສື້ອຜ້າມີລາຄາຖືກ ເຂົ້າເຖິງໄດ້ງ່າຍ ໂດຍຈະເນັ້ນການຂາຍເປັນຈຳນວນຫຼາຍໃນເວລາສັ້ນ.  ຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງ Fast Fashion ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສິ່ງແວດລ້ອມເຊັ່ນ: ການໃຊ້ຊັບພະຍາກອນທໍາມະຊາດທີ່ຫຼາຍເກີນໄປ ແລະ ການກຳຈັດຢ່າງໄວວາເນື່ອງຈາກວັດສະດຸທີ່ໃຊ້ມີຄຸນະພາບຕໍ່າ.

ໃນການກ້າວກະໂດດຂຶ້ນຂອງ Fashion ເສື້ອຜ້າໃນປັດຈຸບັນ ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນໃນການໃຊ້ຊັບພະຍາກອນທີ່ຫຼາຍເກີນໄປ ໂດຍໃນອຸດສາຫະກຳການຜະລິດເສື້ອຜ້ານັ້ນໄດ້ຖືເປັນອຸດສະຫະກຳທີ່ໃຊ້ນ້ຳຫຼາຍເປັນອັນດັບສອງຂອງໂລກ, ເຊິ່ງໃນການຜະລິດເສື້ອຜືນໜຶ່ງຈະໃຊ້ນ້ຳປະມານ 700 ແກລອນ ແລະ ໃຊ້ນໍ້າປະມານ 2000 ແກລອນ ໃນການຜະລິດໂສ້ງຢີນ. ນອກຈາກນີ້ ໃນຂະບວນການຜະລິດຍັງໃຊ້ພະລັງງານຫຼາຍ ເຊິ່ງແນວທາງປະຕິບັດເຫຼົ່ານີ້ກຳລັງເຮັດໃຫ້ຊັບພະຍາກອນໃນໂລກທີ່ມີຈຳກັດຄ່ອຍໆໝົດໄປ.

ຂີ້ເຫຍື້ອທີ່ເພີ່ມຂຶ້ນຈາກ Fast Fashion ທີ່ໃຊ້ວັດສະດຸທີ່ມີຄຸນະພາບຕໍ່າຈະຖືກຖິ້ມໃຫ້ເປັນຂີ້ເຫຍື້ອກວ່າ 85% ໃນແຕ່ລະປີ, ໂດຍຜ້າສັງເຄາະອາດໃຊ້ເວລາຫຼາຍກວ່າສະຕະວັດເພື່ອທີ່ຈະຍ່ອຍສະຫຼາຍ ສົ່ງຜົນໃຫ້ພື້ນທີ່ໃນການຝັງຂີ້ເຫຍືຶ້ອເພີ່ມຫຼາຍຂຶ້ນ, ການໃຊ້ສີ ແລະ ສານເຄມີໃນການຍ້ອມເສື້ອຍັງກໍໃຫ້ເກີດມົນລະພາວະທີ່ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ແຫຼ່ງນ້ຳ.

ນອກຈາກນີ້ ການແຂ່ງຂັນກັນເພື່ອໃຫ້ທັນກັບກະແສທີ່ກຳລັງນິຍົມຢູ່ ມັກຈະມີທ່າອ່ຽງທີ່ກໍ່ໃຫ້ເກີດການເອົາປຽບກັນ. ໂດຍສະເພາະໃນປະເທດທີ່ກຳລັງພັດທະນາ, ຄົນງານຕ້ອງອົດທົນຕໍ່ກັບຄ່າແຮງທີ່ຕໍ່າ ແລະ ສະພາບແວດລ້ອມໃນການເຮັດວຽກທີ່ຕໍ່າກວ່າມາດຕະຖານເພື່ອໃຫ້ເປັນໄປຕາມແບບແຜນໃນການຜະລິດ.

ໃນອີກດ້ານໜຶ່ງ Slow Fashion ແມ່ນການຜະລິດເສື້ອຜ້າທີ່ເນັ້ນໄປທີ່ຄຸນະພາບຫຼາຍກວ່າປະລິມານ ໂດຍສະໜັບສະໜູນເສື້ອຜ້າທີ່ອອກແບບມາເພື່ອຄວາມທົນທານ ແລະ ດຶງດູດເໜືອການເວລາ. Slow Fashion ຍັງສົ່ງເສີມໃຫ້ຜູ້ບໍລິໂພກລົງທຶນໃນເຄື່ອງນຸ່ງທີ່ສະທ້ອນເຖິງ Style ສ່ວນຕົວຂອງພວກເຂົາ ພ້ອມ​ກັນ​ນັ້ນ, ຍັງ​ໄດ້ຄຳນຶງເຖິງ​ສິ່ງ​ແວດ​ລ້ອມ ໂດຍການເຊົ່າເສື້ອຜ້ານຳສະເໜີຮູບແບບການບໍລິໂພກທີ່ຍືນຍົງໄດ້, ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນການປ່ອຍອາຍຄາບອນຂອງການຜະລິດເຄື່ອງນຸ່ງຫົ່ມ ແລະ ຫຼຸດຜ່ອນຄວາມຕ້ອງການຂອງເສື້ອຜ້າທີ່ໃຊ້ເທື່ອດຽວ.

ທີ່ມາ:

wionews

greennetworkthailand

thematter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/