ພະແນກອຸດສາຫະກຳ-ການຄ້າ ນວ ເຜີຍ ທ້າຍປີນີ້ ລາ​ຄາ​ສິນ​ຄ້າຍັງຈະເພີ່ມຂຶ້ນອີກ 5-10%


ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ ນວ) ເປີດເຜີຍວ່າ  ທ່າອ່ຽງ ໃນ 6 ເດືອນທ້າຍປີ 2023 ສິນຄ້າແຕ່ລະໝວດຄາດວ່າຈະມີການເໜັງຕີງປັບຂຶ້ນລາຄາ ຢູ່ລະຫວ່າງ 5-10%. ໂດຍອີງໃສ່ທັງປັດໄຈພາຍນອກ ແລະ ປັດໄຈພາຍໃນ.

ທ່ານ ນາງ ວັນມະນີ ພິມມະສານ ພະແນກການອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ ລາຍງານຫຍໍ້ສະພາບການ ຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2023 ໃນໂອກາດ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ລົງຊີ້ນຳການຈັດຕັ້ງ ປະຕິບັດວຽກງານຂົງເຂດອຸດ ສາຫະກຳ ແລະ ການຄ້າ ເມື່ອບໍ່ດົນມານີ້ວ່າ: ອີງໃສ່ສະພາບພາຍນອກ ທີ່ຍັງມີການຜັນຜວນທາງດ້ານເສດຖະກິດ ເສດຖະກິດຖົດຖອຍເກີດຂຶ້ນ ເຮັດໃຫ້ສະພາບເງິນເຟີ້ຫຼາຍປະເທດທົ່ວໂລກມີການປັບຕົວຂຶ້ນ ແລະ ສະພາບພາຍໃນຍັງພົບບັນຫາເສດຖະກິດຫຍຸ້ງຍາກ ເປັນຕົ້ນ: ຄ່າຄອງຊີບເພີ່ມຂຶ້ນມາຈາກ ອັດຕາເງິນເຟີ້ ລາຄາສິນຄ້າເພີ່ມຂຶ້ນຈາກຕົ້ນທຶນສິນຄ້າ ແລະ ຄ່າບໍລິການ (ຈາກອັດຕາແລກປ່ຽນທີ່ຍັງມີທ່າທີເໜັງຕີງຂຶ້ນຢູ່) ດັ່ງນັ້ນ ທ່າອ່ຽງ ໃນ 6 ເດືອນທ້າຍປີ 2023 ສິນຄ້າແຕ່ລະໝວດຄາດວ່າຈະມີການເໜັງຕີງປັບຂຶ້ນລາຄາ ຢູ່ລະຫວ່າງ 5-10%.

ໃນໄລຍະ 6 ເດືອນຕົ້ນປີ 2023 ເຫັນວ່າສະພາບລາຄາສິນຄ້າ ໄດ້ມີການເໜັງຕີງປັບ ຂຶ້ນ ໃນບັນຊີ ກ ສິນຄ້າຄວບຄຸມ ແລະ ໃນບັນຊີ ຂ ສິນຄ້າທີ່ຕ້ອງຕິດຕາມການເໜັງຕີງຂອງລາຄາສິນຄ້າ ເມື່ອທຽບໃສ່ໄລຍະດຽວກັນ ໃນປີ ຜ່ານມາ 2022 ສາເຫດແມ່ນມາຈາກຕົ້ນທຶນການຜະລິດ ຄ່າແຮງງານຕິດພັນກັບຄ່າຄອງຊີບ ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ເພີ່ມສູງຂຶ້ນ ໂດຍສະເລ່ຍ ໃນໄລຍະ 6 ເດືອນຕົ້ນປີ 2023 ເທົ່າກັບ 40,25% ຖານການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ ສ່ວນຫຼາຍແມ່ນເອື່ອຍອີງ ແລະ ນຳເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ ບໍລິໂພກ ສິນຄ້າປະເພດປັດໄຈການຜະລິດ (ຝຸ່ນວິທະຍາສາດ ຫົວອາຫານສັດ ຢາວັກຊີນສຳລັບ ສັດ) ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈຶ່ງໄດ້ສົ່ງຜົນໃຫ້ລາຄາ ສິນຄ້າຢູ່ພາຍໃນປັບຕົວຂຶ້ນຕາມ.

ທີ່ມາ:

https://v2.vientianemai.net/archives/59324?fbclid=IwAR0Vok4Lvcu5iyUFZYGmBdsP_MlSH1uZrRsmol-72Vf2Plc2bh8KnMmb-VM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/