Watford ເປີດຂາຍຮຸ້ນຂອງສະໂມສອນຜ່ານແພລັດຟອມດິຈິຕອນ ມອບໂອກາດໃຫ້ແຟນບານມີສ່ວນຮ່ວມໃນການເປັນເຈົ້າຂອງສະໂມສອນ


Watford FC ສະໂມສອນບານເຕະອັງກິດ ກໍາລັງສະເໜີຂາຍຮຸ້ນ 10% ຂອງສະໂມສອນໃຫ້ກັບນັກລົງທຶນ ແລະ ແຟນບານໂດຍຜ່ານ Seedrs, ເຊິ່ງເປັນແພລັດຟອມການລົງທຶນໃນເຄືອ Republic ຂອງຢູໂຣບ.

Watford ແມ່ນທີມບານເຕະອັງກິດທີ່ມີອາຍຸຫຼາຍເຖິງ 150 ປີ, ໄດ້ລະບຸວ່າ 10% ຂອງຮຸ້ນຂອງສະໂມສອນຈະຖືກສະເໜີຂາຍໃນຮູບແບບດິຈິຕອນ. ນອກຈາກນີ້ ຍັງໄດ້ລະບຸວ່າ ຈະດໍາເນີນໂດຍຜ່ານເເພລັດຟອມການລົງທຶນ Republic ແລະ ນັກລົງທຶນຈະໄດ້ຮັບສິດທິປະໂຫຍດ ແລະ ໂທເຄັນຕ່າງໆ, ເມື່ອການຂາຍຮຸ້ນດິຈິຕອນສິ້ນສຸດລົງ.

Watford ມີເປົ້າໝາຍທີ່ຈະລະດົມທຶນປະມານ 17.5 ລ້ານປອນ (ປະມານ 22.3 ລ້ານໂດລາ) ຈາກການຂາຍຮຸ້ນໃນຄັ້ງນີ້. ໂດຍກຳນົດລາຄາຕໍ່ຮຸ້ນໄວ້ແມ່ນທີ່ປະມານ 12 ປອນ.

ທັງນີ້, Watford ຍັງຕັ້ງເປົ້າໝາຍທີ່ຈະດຶງດູດນັກລົງທຶນຢ່າງກວ້າງຂວາງດ້ວຍການສະເໜີຂາຍຮຸ້ນດິຈິຕອນໂດຍຜ່ານ Republic ເຊິ່ງຈະຊ່ວຍໃຫ້ແຟນບານສາມາດເປັນເຈົ້າຂອງສ່ວນໜຶ່ງຂອງສະໂມສອນບານເຕະ. ສິ່ງທີ່ໜ້າສົນໃຈຄື ນັກລົງທຶນຈາກຕ່າງປະເທດສາມາດເຂົ້າຮ່ວມໃນການຂາຍຮຸ້ນດັ່ງກ່າວເພື່ອເປັນສ່ວນໜຶ່ງຂອງສະໂມສອນບານເຕະໄດ້.

ໂດຍສຳລັບໂທເຄນທີ່ອອກໃນເບື້ອງຕົ້ນນັ້ນຈະບໍ່ສາມາດຊື້ຂາຍໄດ້ໃນປັດຈຸບັນ, ແຕ່ຈະສາມາດຊື້ຂາຍໄດ້ໃນອະນາຄົດ ແລະ ຈະມອບ ownership ໃຫ້ກັບຜູ້ຊື້. Scott Duxbury ປະທານ ແລະ CEO ຂອງ Watford FC ກ່າວວ່າ:

“ພວກເຮົາມັກຈະຊອກຫາວິທີທີ່ຈະຊ່ວຍໃຫ້ Watford FC ເຕີບໂຕເພື່ອໃຫ້ບັນລຸແຜນການທີ່ວາງໄວ້ ແລະ ພວກເຮົາມີຄວາມພູມໃຈທີ່ເປັນສະໂມສອນບານເຕະລາຍໃຫຍ່ຂອງອັງກິດແຫ່ງທໍາອິດທີ່ສະເໜີຂາຍຮຸ້ນ ownership ທີ່ແທ້ຈິງໃຫ້ກັບນັກລົງທຶນ ແລະແຟນບານຢ່າງກວ້າງຂວາງໂດຍຜ່ານສິນຊັບດິຈິຕອນ”.

ທີ່ມາ:

en.bitcoinsistemi.

coinspeaker

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/