ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ VinFast Auto Ltd ວາງແຜນທີ່ຈະກ້າວເຂົ້າສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້ ແຂ່ງກັບ Tesla ແລະ BYD ໂດຍເລີ່ມຈາກອິນໂດເນເຊຍ ເປັນແຫ່ງທຳອິດ ພ້ອມສົ່ງມາລາວອີກ 150 ຄັນ ເພື່ອເປີດບໍລິການ E-Taxi ໃນທ້າຍປີນີ້.
VinFast ໄດ້ສົ່ງມອບລົດ 10.027 ຄັນ ແລະ ລົດສະກູດເຕີ້ໄຟຟ້າ 28.220 ຄັນໃນໄຕມາດທີ 3, ໃນໄລຍະທີ່ຜ່ານມາ Vinfast ໄດ້ຂາຍລົດ 7,100 ຄັນໃຫ້ບໍລິສັດ GSM Green ແລະ Smart Mobility Joint Stock Co, ເຊິ່ງເປັນບໍລິສັດລົດແທັກຊີຂອງຫວຽດນາມ ເຊິ່ງຜູ້ກໍ່ຕັ້ງ Pham Nhat Vuong ຖືຮຸ້ນ 95%.
ເຊິ່ງບໍລິສັດ Green and Smart Mobility (GSM) ຜູ້ໃຫ້ບໍລິການລົດແທັກຊີ່ໄຟຟ້າ ໃນຫວຽດນາມ ກໍາລັງຊອກຫາໂອກາດ ແລະ ກຽມຂະຫຍາຍທຸລະກິດລົດແທັກຊີ່ໄຟຟ້າໄປຍັງພາກສ່ວນອື່ນໆຂອງອາຊີຕາເວັນອອກສຽງໃຕ້ ໂດຍມີລາວ ແລະ ກຳປູເຈຍ ເປັນອັນດັບທໍາອິດ.
ທ່ານນາງ Le Thi Thu Thuy ຫົວໜ້າບໍລິຫານບໍລິສັດ Vinfast ກ່າວວ່າ: ອາຊີຕາເວັນອອກສຽງໃຕ້ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກັບລັດຖະບານທີ່ຊອກຫາການຊຸກຍູ້ການນຳໃຊ້ EV.
ທ່ານ Thuy ກ່າວວ່າ “ພວກເຮົາຕັ້ງໃຈທີ່ຈະກ້າວເຂົ້າສູ່ອາຊຽນຢ່າງແຂງແຮງ, ໂດຍເລີ່ມຈາກອິນໂດເນເຊຍເປັນແຫ່ງທຳອິດ. VinFast ຈະຊອກຫາການລະດົມທຶນຢ່າງຫຼວງຫຼາຍໃນອະນາຄົດໃຫ້ແກ່ແຜນການພັດທະນາ ແລະ ຜັນຂະຫຍາຍບໍລິສັດ.
ຜູ້ບໍລິຫານ VinFast ຍັງກ່າວອີກວ່າ: ຢ່າງໃດກໍຕາມ, ບໍລິສັດຈະອີງໃສ່ການສະໜັບສະໜູນຈາກບໍລິສັດແມ່ Vingroup JSC ແລະ Vuong ໃນ 18 ເດືອນທາງໜ້າ.
ບໍລິສັດດັ່ງກ່າວກຳລັງກໍ່ສ້າງໂຮງງານຜະລິດທີ່ມີມູນຄ່າ 2 ຕື້ 940 ລ້ານໂດລາສະຫະລັດ ຢູ່ໃນລັດ Carolina ເໜືອ ແລະ ວາງແຜນວາງໂຮງງານຢູ່ອິນໂດເນເຊຍ ແລະ ອິນເດຍ.
ທ່ານ Thuy ກ່າວວ່າ, VinFast ພວມ “ດຳເນີນທຸລະກິດຫຼາຍຢ່າງ ເພື່ອເພີ່ມທະວີຖານນັກລົງທຶນ”.
ໂດຍໝົດປີ 2023 ນີ້ ທາງຜູ້ຜະລິດລົດໄຟຟ້າຈາກຫວຽດນາມ ໄດ້ຕັ້ງເປົ້າ ຈະບັນລຸເປົ້າໝາຍການຂາຍລົດ 45,000 ຫາ 50,000 ຄັນ.
https://theedgemalaysia.com/node/686263?utm_source=Newswav&utm_medium=Website
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/