ສປປ ລາວ ຫວັງດຶງດູດການລົງທຶນຈາກ ສິງກະໂປ ໃຫ້ໄດ້ຫຼາຍຂຶ້ນ


ສປປ ລາວ ແລະ ສິງກະໂປ ໄດ້ຢືນຢັນຄືນການພົວພັນຄູ່ຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ ພ້ອມຫວັງດຶງດູດການລົງທຶນຈາກພາກທຸລະກິດຂອງ ສິງກະໂປ ໃຫ້ເຂົ້າມາລົງທຶນໃນປະເທດລາວ ໃຫ້ຫຼາຍຂຶ້ນໃນອະນາຄົດ.

ຄຳເຫັນດັ່ງກ່າວມີຂຶ້ນ ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I. ໂດຍມີທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອາລເບີດທ໌ ຈົວ (Albert Chua), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ.

ໃນກອງປະຊຸມດັ່ງກ່າວ ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ສິງກະໂປ ຕະຫຼອດໄລຍະ 49 ປີ (ເລີ່ມແຕ່ປີ 1974) ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ.

ໂດຍຝ່າຍລາວ ໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ, ໂດຍສະເພາະແມ່ນ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນ້ຳ, ແສງຕາເວັນ ແລະ ລົມ), ການທ່ອງທ່ຽວ, ການບໍລິການໂຮງແຮມ, ແຮງງານ ແລະ ອື່ນໆ.

ນອກຈາກນີ້ ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສັນຍາການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ບໍລິສັດ ໄຟຟ້າລາວ (EDL) ແລະ ບໍລິສັດໄຟຟ້າ Keppel Electric Pte ຈຳກັດ ແລະ ພິຈາລະນາຂະຫຍາຍສັນຍາຈາກ ໄລຍະ 2 ປີ ຂຶ້ນເປັນ 5 ປີ ໃນຕໍ່ໜ້າ.

ພ້ອມດຽວກັນນີ້, ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການຮ່ວມມືດ້ານສິ່ງແວດລ້ອມ ເປັນຕົ້ນ ການຈັດການແຫຼ່ງນ້ຳ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຫຼຸດຜ່ອນປະລິມານການປ່ອຍກາສເຮືອນແກ້ວ ອອກສູ່ສິ່ງແວດລ້ອມ; ປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືໃນໂຄງການ ຊື້-ຂາຍ ກາກບອນ (Carbon Credit) ໃນຕໍ່ໜ້າ, ເຊິ່ງ ຝ່າຍສິງກະໂປ ຍິນດີໃຫ້ຄຳປຶກສາ ແລະ ຖ່າຍທອດບົດຮຽນແກ່ຝ່າຍລາວ ໂດຍສະເພາະ ບໍລິສັດຂອງສິງກະໂປ ທີ່ມີປະສົບການໃນດ້ານນີ້ ເຂົ້າມາລົງທຶນໃນ ສປປ ລາວ.

ໂດຍໃນໄລຍະ 49 ປີຜ່ານມາ ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະກອບມີ 83 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 362 ລ້ານໂດລາສະຫະລັດ (ຈັດຢູ່ອັນດັບ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ) ແລະ ໃນໄລຍະ 5 ປີ ຫຼັງນີ້ ການຄ້າສອງຝ່າຍ ສາມາດບັນລຸ 451,4 ລ້ານໂດລາສະຫະລັດ.

https://www.facebook.com/lnrlao/posts/pfbid0ZogHw4sFQop2dyREeyVaKvrTLPNdq93ckMDyZTywg7fKXFm6Byxd15JeHtLc7MiZl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/