ນີ້ອາດເປັນສັນຍານທີ່ດີໃນການທີ່ Bitcoin ຈະກັບມາຍິ່ງໃຫຍ່ອີກຄັ້ງ ຫຼັງຈາກທີ່ຕົວຊີ້ວັດສົ່ງສັນຍານ bull ເປັນຄັ້ງທີສອງໃນປະຫວັດສາດ


ເຖິງເເມ່ນວ່າໃນປັດຈຸບັນລາຄາຂອງຫຼຽນ Bitcoin (BTC) ຈະຍັງຄົງປັບຖານຢ່າງຕໍ່ເນື່ອງ ເເລະ ຍັງຄົງຊື້ຂາຍກັນໃນລາຄາທີ່ຕໍ່າກວ່າ 30,000 ໂດລາ. ເເຕ່ຫຼ້າສຸດຕົວຊີ້ວັດທາງເຕັກນິກໄດ້ສົ່ງສັນຍານເຕືອນເເລ້ວວ່າ Bitcoin ອາດຈະກໍາລັງກະກຽມທີ່ຈະເພີ່ມຂຶ້ນຕາມຮູບແບບທ່າອ່ຽງລາຄາທີ່ຜ່ານມາໃນອະດີດ.

ເມື່ອວັນທີ 15 ຕຸລາ, Thescalpingpro ນັກວິເຄາະ crypto ໄດ້ໂພສໃນເເພລັດຟອມ X ໂດຍຊີ້ໃຫ້ເຫັນວ່າ ຕົວຊີ້ວັດ MACD (Moving Average Convergence Divergence) ຂອງ Bitcoin ໄດ້ຂ້າມຜ່ານເສັ້ນສູນເປັນຄັ້ງທີສອງ. ເປັນທີ່ໜ້າສັງເກດວ່າເຫດການດັ່ງກ່າວເຄີຍຂຶ້ນພຽງຄັ້ງດຽວໃນປະຫວັດສາດຂອງ Bitcoin ເມື່ອເບິ່ງຢ້ອນກັບໄປຄືນໃນປີ 2016, ເເລະໃນເວລາທີ່ສຳຄັນທີ່ຈະຕາມດ້ວຍການເພີ່ມຂຶ້ນຂອງລາຄາຢ່າງຮຸນເເຮງ ເຊິ່ງເຮັດໃຫ້ລາຄາຂອງ Bticoin ເພີ່ມຂຶ້ນຫຼາຍໃນປີຕໍ່ໄປ.

“ເຖິງແມ່ນວ່າຕົວຊີ້ວັດ MACD ຈະແມ່ນ “lagging indicator” ເເຕ່ມັນກໍສາມາດກໍານົດການປ່ຽນແປງທ່າອ່ຽງໃນກອບ TF (HTF) ທີ່ສູງຂຶ້ນຂອງ Bitcoin ໄດ້ຢ່າງຖືກຕ້ອງ. ທ່າອ່ຽງຂາຂຶ້ນຂອງ MACD ຈະມີຄວາມເຂັ້ມແຂງຂຶ້ນກໍຕໍ່ເມື່ອມັນຂ້າມເສັ້ນສູນ. ໂດຍໃນປີ 2016, MACD ໄດ້ຂ້າມເສັ້ນສູນເປັນຄັ້ງທຳອິດໃນປະຫວັດສາດ. ນີ້ເຮັດໃຫ້ລາຄາເພີ່ມຂຶ້ນຢ່າງຫຼວງຫຼາຍ, ແລະໃນປີ 2023 MACD ໄດ້ຂ້າມສູນອີກຄັ້ງຖືເປັນຄັ້ງທີສອງໃນປະຫວັດສາດ”

ນັກວິເຄາະຍອມຮັບວ່າ MACD ແມ່ນຕົວຊີ້ວັດທ່າອ່ຽງໄລຍະຍາວຂອງ Bitcoin. ຢ່າງໃດກໍຕາມ, ລາວໄດ້ເຕືອນວ່າໃນໄລຍະສັ້ນນັກລົງທຶນອາດຈະຕ້ອງປະເຊີນກັບການຜັນຜວນຂອງລາຄາ ກ່ອນທີ່ລາຄາຈະກັບຕົວເຂົ້າສູ່ໄລຍຂາຂຶ້ນອີກຄັ້ງ.

“ຈົ່ງຈື່ໄວ້ວ່າ, ເຖິງເເມ່ນວ່າ MACD ຈະເປັນສັນຍານທີ່ຊີ້ໃຫ້ເຫັນເຖິງການປ່ຽນແປງຂອງທ່າອ່ຽງໃນໄລຍະຍາວ. ດັ່ງນັ້ນ, ຄວາມຜັນຜວນໃນໄລຍະສັ້ນນັ້ນຖືເປັນເລື່ອງປົກກະຕິ. ລາຄາອາດຈະເຄື່ອນໄຫວໃນແນວນອນ ຫຼື ອາດຈະຫຼຸດລົງເລັກນ້ອຍໃນ LTF ກ່ອນທີ່ Bull Run ຈະເລີ່ມຕົ້ນຂຶ້ນ”

ທີ່ມາ:

finbold

thescalpingpro

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/