ມຽນມາ ຈັບແກ໊ງຄໍເຊັນເຕີຈີນຄັ້ງໃຫຍ່ໃນປະຫວັດສາດ


Jeenthainews ໄດ້ລາຍງານວ່າ ທາງໜ່ວຍງານຄວາມໝັ້ນຄົງສາທາລະນະ ເມືອງຜູ່ເອີ ມົນທົນຢຸນນານ ຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງກັບທາງການຂອງປະເທດມຽນມາ ດ້ານການບັງຄັບໃຊ້ກົດໝາຍ ແລະ ປະຕິບັດໜ້າທີ່ຕາມແນວຊາຍແດນ ຈົນເຂົ້າຈັບກຸມຜູ້ຕ້ອງສົງໄສຄະດີສໍ້ໂກງທາງໂທລະຄົມ.

ໂດຍມີຜູ້ຕ້ອງຫາໃນຄະດີນີ້ເປັນຊາວຈີນຈຳນວນ 2,349 ລາຍການ ແລະ ໃນຈຳນວນນີ້ມີອີກ 111 ລາຍ ກຳລັງຢູ່ໃນລະຫວ່າງການຫຼົບໜີ ໃນສ່ວນຈຳນວນທີ່ເຫຼືອຈະຖືກນຳສົ່ງໃຫ້ທາງການຈີນ ເພື່ອດຳເນີນການຕາມຂະບວນການທາງກົດໝາຍຂອງປະເທດຈີນ.

ຈຳນວນຕົວເລກຂ້າງຕົ້ນຖືວ່າເປັນຍອດການສົ່ງຕົວຜູ້ຕ້ອງຫາໃຫ້ແກ່ທາງການຈີນຫຼາຍທີ່ສຸດ ນັບຕັ້ງແຕ່ມີການປາບປາມຄະດີການສໍ້ໂກງຜ່ານເຄືອຂ່າຍໂທລະຄົມທີ່ມີຄວາມກ່ຽວຂ້ອງກັບປະເທດຈີນ ໃນພື້ນທີ່ທາງຕອນເໜືອໃນປະເທດມຽນມາ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/