VINFAST ບຸກຕະຫຼາດ ອາຊຽນ ກຽມສົ່ງອອກໄປ ອິນໂດເນເຊຍ ເປັນແຫ່ງທຳອິດ ພ້ອມສົ່ງມາລາວອີກ 150 ຄັນ ເພື່ອເປີດບໍລິການ E-Taxi


ຜູ້ຜະລິດລົດໄຟຟ້າຂອງຫວຽດນາມ VinFast Auto Ltd ວາງແຜນທີ່ຈະກ້າວເຂົ້າສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້ ແຂ່ງກັບ Tesla ແລະ BYD ໂດຍເລີ່ມຈາກອິນໂດເນເຊຍ ເປັນແຫ່ງທຳອິດ ພ້ອມສົ່ງມາລາວອີກ 150 ຄັນ ເພື່ອເປີດບໍລິການ E-Taxi ໃນທ້າຍປີນີ້.

VinFast ໄດ້ສົ່ງມອບລົດ 10.027 ຄັນ ແລະ ລົດສະກູດເຕີ້ໄຟຟ້າ 28.220 ຄັນໃນໄຕມາດທີ 3, ໃນໄລຍະທີ່ຜ່ານມາ Vinfast ໄດ້ຂາຍລົດ 7,100 ຄັນໃຫ້ບໍລິສັດ GSM Green ແລະ Smart Mobility Joint Stock Co, ເຊິ່ງເປັນບໍລິສັດລົດແທັກຊີຂອງຫວຽດນາມ ເຊິ່ງຜູ້ກໍ່ຕັ້ງ Pham Nhat Vuong ຖືຮຸ້ນ 95%.

ເຊິ່ງບໍລິສັດ Green and Smart Mobility (GSM) ຜູ້ໃຫ້ບໍລິການລົດແທັກຊີ່ໄຟຟ້າ ໃນຫວຽດນາມ ກໍາລັງຊອກຫາໂອກາດ ແລະ ກຽມຂະຫຍາຍທຸລະກິດລົດແທັກຊີ່ໄຟຟ້າໄປຍັງພາກສ່ວນອື່ນໆຂອງອາຊີຕາເວັນອອກສຽງໃຕ້ ໂດຍມີລາວ ແລະ ກຳປູເຈຍ ເປັນອັນດັບທໍາອິດ.

ທ່ານ​ນາງ Le Thi Thu Thuy ຫົວໜ້າບໍລິຫານບໍລິສັດ Vinfast ​ກ່າວ​ວ່າ: ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ກັບ​ລັດຖະບານ​ທີ່​ຊອກ​ຫາ​ການ​ຊຸກຍູ້​ການ​ນຳ​ໃຊ້ EV.

ທ່ານ Thuy ກ່າວ​ວ່າ “ພວກ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ອາ​ຊຽນ​ຢ່າງ​ແຂງ​ແຮງ, ໂດຍເລີ່ມ​ຈາກ​ອິນ​ໂດ​ເນ​ເຊຍເປັນແຫ່ງທຳອິດ. VinFast ຈະ​ຊອກ​ຫາ​ການ​ລະດົມ​ທຶນ​ຢ່າງ​ຫຼວງ​ຫຼາຍ​ໃນ​ອະນາຄົດ​ໃຫ້​ແກ່​ແຜນການ​ພັດທະນາ ​ແລະ ຜັນ​ຂະຫຍາຍບໍລິສັດ.

ຜູ້ບໍລິຫານ VinFast ຍັງກ່າວອີກວ່າ: ຢ່າງໃດກໍຕາມ, ບໍລິສັດຈະອີງໃສ່ການສະໜັບສະໜູນຈາກບໍລິສັດແມ່ Vingroup JSC ແລະ Vuong ໃນ 18 ເດືອນທາງໜ້າ.

ບໍລິສັດ​ດັ່ງກ່າວ​ກຳລັງ​ກໍ່ສ້າງ​ໂຮງງານ​ຜະລິດ​ທີ່​ມີ​ມູນ​ຄ່າ 2 ຕື້ 940 ລ້ານ​ໂດ​ລາ​ສະຫະລັດ ຢູ່​ໃນ​ລັດ Carolina ເໜືອ ​ແລະ ​ວາງ​ແຜນ​ວາງ​ໂຮງງານ​ຢູ່​ອິນ​ໂດ​ເນ​ເຊຍ ​ແລະ ອິນ​ເດຍ.

ທ່ານ Thuy ກ່າວ​ວ່າ, VinFast ພວມ “ດຳ​ເນີນ​ທຸລະ​ກິດ​ຫຼາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ຖານ​ນັກ​ລົງທຶນ”.

ໂດຍໝົດປີ 2023 ນີ້ ທາງຜູ້ຜະລິດລົດໄຟຟ້າຈາກຫວຽດນາມ ໄດ້ຕັ້ງເປົ້າ ຈະບັນລຸເປົ້າໝາຍການຂາຍລົດ 45,000 ຫາ 50,000 ຄັນ.

https://theedgemalaysia.com/node/686263?utm_source=Newswav&utm_medium=Website

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/