Vietjet ໄດ້ເຜີຍຂໍ້ສະເໜີທີ່ສຳຄັນກັບ Airbus, Rolls-Royce, Pratt & Whitney ແລະ Safran ໃນງານ ສິງກະໂປ Airshow 2024


(ນະຄອນຫຼວງວຽງຈັນ, 23 ກຸມພາ 2024) – ສາຍການບິນຍຸກໃໝ່ Vietjet ໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ ໃນງານສິງກະໂປ Airshow 2024. ບໍລິສັດໄດ້ປະກາດຂໍ້ຕົກລົງໃຫຍ່ກັບຜູ້ນໍາອຸດສາຫະກໍາ Airbus, Rolls-Royce, RTX’s Pratt & Whitney ແລະ Safran ອອກແບບເພື່ອເສີມຂະຫຍາຍ, ສ້າງ​ຄວາມ​ເຂັ້ມ​ແຂງ ແລະ ​ສະ​ໜັບ​ສະ​ໜູນ​ການ​ຂະ​ຫຍາຍ​ຕາໜ່າງການ​ບິນ​ ແລະ​ ການ​ບິນ​ໃນ​ອະ​ນາ​ຄົດ​​ ເພື່ອ​ທີ່ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມມຸ່ງໝັ້ນດ້ານ​ຄວາມ​ປອດ​ໄພ​, ການມີປະ​ສິດ​ທິ​ພາບ​ ແລະ​ ຄວາມ​ຍືນ​ຍົງ​.

  1. ສາຍການບິນ Vietjet ແລະ Airbus ປະກາດສັ່ງຈອງເຮືອບິນ Widebody A330neo 20 ລຳ

Vietjet ແລະ Airbus ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ສໍາລັບການຊື້ເຮືອບິນ A330neo (A330-900) widebodies 20 ລຳ, ເຊິ່ງເປັນໜຶ່ງໃນບັນດາຂໍ້ຕົກລົງທີ່ສຳຄັນທີ່ສຸດໃນງານ ສິງກະໂປ Airshow 2024. ການລົງທຶນຄັ້ງນີ້ເປັນເຮືອບິນຂະໜາດໃຫຍ່ທີ່ສຸດຂອງ Vietjet ຈົນເຖິງປັດຈຸບັນ, ເຊີ່ງໄດ້ເນັ້ນເຖິງຄວາມມຸ່ງໝັ້ນ ຂອງສາຍການບິນໃນການຂະຫຍາຍຕາໜ່າງການບິນ ແລະ ການຫັນຄວາມເປັນທັນສະໄໝຂອງເຮືອບິນ.

ເຮືອບິນດັ່ງກ່າວຈະດໍາເນີນການຢູ່ໃນການຂະຫຍາຍຕາໜ່າງການບິນໄລຍະຍາວຂອງຜູ້ໃຫ້ບໍລິການ, ຕະຫຼອດຈົນເຖິງການບໍລິການລະດັບພາກພື້ນທີ່ມີຄວາມສາມາດສູງ. ພວກເຂົາຈະເອົາ A330neo ມາແທນທີ່ເຮືອບິນ A330-300s ທີ່ເຊົ່າໃນປັດຈຸບັນ.

ເຮືອບິນ A330neo ອອກແບບໃຫ້ມີປະສິດທິພາບເພື່ອສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງ ແລະ ເປົ້າໝາຍ ESG ຂອງ Vietjet, ໂດຍຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນການປ່ອຍມົນລະພິດໃຫ້ເປັນສູນພາຍໃນປີ 2050. ໃນເຮືອບິນ A330neo ລຸ້ນໃໝ່ ສາຍການບິນ Vietjet ຫວັງວ່າຈະສະໜອງຖ້ຽວບິນໃຫ້ຜູ້ໂດຍສານໃນໄລຍະຍາວ ແລະ ບໍລິການເຮຶອບິນທີ່ມີປະສິດທິພາບ ພ້ອມກັບການບໍລິການທີ່ໂດດເດັ່ນໃນລາຄາທີ່ຖຶກ.

ເຮືອບິນ A330neo ໄດ້ນຳສະເໜີຫ້ອງໂດຍສານ Airspace ທີ່ໄດ້ຮັບຮາງວັນ, ພ້ອມຮັບປະກັນປະສົບການ ການເດີນທາງທີ່ສະດວກສະບາຍດ້ວຍພື້ນທີ່ທີ່ກວ້າງຂຶ້ນ ແລະ ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ. ເຮຶອບິນ A330neo ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000, ທີ່ສາມາດບິນບໍ່ຢຸດໄດ້ດ້ວຍຄວາມໄວ 7,200 nm/13,300 ກິໂລແມັດ.

  1. ສາຍການບິນ Vietjet ເລືອກເຄື່ອງຈັກ Trent 7000 ຂອງ Rolls-Royce ມາຂັບເຄື່ອນດ້ວຍ A330neo 20 ລຳ.

Vietjet ແລະ Rolls-Royce ປະກາດເຖິງຄວາມມຸ່ງໝັ້ນໃນການຈັດຊື້ເຮືອບິນ A330neo 20 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 7000. ການເພີ່ມເຮຶອບິນນີ້ຈະເປັນການເສີມສ້າງເຮືອບິນ Widebody ຂອງ ເຮືອບິນ A330ceo 7 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 700.

ເຄື່ອງຈັກ Trent 7000 ທີ່ມາພ້ອມແນວຄິດດ້ານຄວາມຍືນຍົງ ສາມາດປະຢັດນໍ້າມັນເຊື້ອໄຟໄດ້ເຖິງ 14% ຕໍ່ບ່ອນນັ່ງ ພ້ອມທັງຫຼຸດຜ່ອນການປ່ອຍມົນລະພິດຢ່າງຫຼວງຫຼາຍ. ການຫຼຸດຜ່ອນການປ່ອຍມົນລະພິດນີ້​ຈະ​ຊ່ວຍ​ໃຫ້ Vietjet ຫຼຸດ​ປະລິມານ​ກ໊າສກາກ​ໂບນິກ (CO2) ໄດ້​ຫຼາຍ​ກວ່າ 100.000 ໂຕນ​ຕໍ່​ເຮືອບິນ​ ຕະຫຼອດອາຍຸການໃຊ້ງານ​. ນີ້ເປັນການຂະຫຍາຍການດຳເນີນການທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງໃນອະນາຄົດຕະຫຼອດຫຼາຍປີທີ່ຜ່ານມາ.

ເມື່ອເຄື່ອງຈັກ Trent 7000 ຖືກຕິດຕັ້ງໃສ່ເຮືອບິນ Airbus A330neo, ຈະຊ່ວຍຊຸກຍູ້ໃຫ້ສາຍການບິນ Vietjet ກ້າວຂຶ້ນສູ່ລະດັບເຕັກໂນໂລຊີທີ່ໃໝ່ ແລະ  ໂດດເດັ່ນເພື່ອເພີ່ມຄຸນນະພາບສາຍການບິນໃຫ້ມີປະສິດທິພາບຢ່າງຫຼວງຫຼາຍ ແລະ ໃນເວລາດຽວກັນ, ມັນຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ປະສິດທິພາບໃນການດໍາເນີນງານເຊັ່ນດຽວກັນ.

  1. Vietjet ເລືອກເຄື່ອງຈັກ Pratt & Whitney RTX ເພື່ອຂັບເຄື່ອນເຮືອບິນ A321neo ເພີ່ມຕື່ມອີກ 19 ລຳ

Vietjet ໄດ້ໃຊ້ສິດໃນການຊື້ເຮືອບິນ A321neo ທີ່ຂັບເຄື່ອນດ້ວຍ GTF ເພີ່ມອີກຈຳນວນ 19 ລຳ ຈາກບໍລິສັດ Pratt & Whitney, ບໍລິສັດໃນເຄຶອ RTX. ການເຄື່ອນໄຫວຍຸດທະສາດນີ້ຍັງລວມເຖິງຂໍ້ຕົກລົງການບໍລິການ ຂອງ EngineWise®. ສໍາລັບການບໍາລຸງຮັກສາເຄື່ອງຈັກ. ໃນພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​​ລະຫວ່າງ​ງານ Airshow, ເພື່ອຢືນຢັນການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ສາຍການບິນ Vietjet ແລະ Pratt & Whitney.

Vietjet ​ໝັ້ນ​ໃຈ​ຕໍ່​ເຕັກ​ໂນ​ໂລ​ຊີຂອງ Pratt & Whitney, ທີ່ເນັ້ນ​ໜັກ​ເຖິງ​ປະ​ສິດ​ທິ​ພາບ​ດ້ານ​ພະ​ລັງ​ງານ ແລະ ຜົນ​ປະ​ໂຫຍດ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ເຮືອ​ບິນທີ່ຂັບເຄື່ອນດ້ວຍ GTF. ດ້ວຍການຂະຫຍາຍຕົວນີ້ ຄວາມມຸ່ງໝັ້ນຂອງ Vietjet ຕໍ່ກັບເຄື່ອງຈັກ GTF ໄດ້ເພີ່ມຂຶ້ນເປັນ 87 ລຳ ເພື່ອຮອງຮັບຂະບວນການບິນທີ່ນັບມື້ນັບຂະຫຍາຍຕົວ.

ເຄື່ອງຈັກ Pratt & Whitney GTF ຈະຖືກສະໜອງໃຫ້ Vietjet, ເຊິ່ງເປັນໜຶ່ງໃນເຄື່ອງຈັກທີ່ມີປະລິມານ ການບໍລິໂພກນໍ້າມັນ ແລະ ການປ່ອຍມົນລະພິດຕໍ່າທີ່ສຸດໃນພາກພື້ນ.

  1. Vietjet ແລະ Safran ປະກາດການຮ່ວມມືຍຸດທະສາດກ່ຽວກັບອຸປະກອນຄວາມປອດໄພໃນເຮືອບິນ B737MAX

Vietjet ແລະ Safran AeroSystems ປະກາດການຮ່ວມມືຍຸດທະສາດເພື່ອສະໜອງອຸປະກອນຄວາມປອດໄພ ໃຫ້ແກ່ເຮືອບິນ B737MAX ຂອງ Vietjet. ການຄັດເລືອກປະກອບດ້ວຍອົງປະກອບຄວາມປອດໄພທີ່ສໍາຄັນເຊັ່ນ: ເຮືອຊູຊີບ, ອຸປະກອນປ້ອງກັນລະບົບຫາຍໃຈ, ໜ້າກາກລູກເຮືອ, ເສື້ອຊູຊີບ ແລະ ໜ່ວຍງານບໍລິການ ສະໜັບສະໜູນທີ່ກ່ຽວຂ້ອງ.

ດ້ວຍ​ການ​ເອົາ​ໃຈ​ໃສ່​ເຖິງ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ແລະ ຄວາມ​ໜ້າ​ເຊື່ອ​ຖື, Safran AeroSystems ຈະ​ຍົກ​ສູງ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​​ທົ່ວ​ການ​ເຄື່ອນ​ໄຫວ​ຂອງ Vietjet. ຜະລິດຕະພັນ Safran AeroSystems ໄດ້ຖືກເລືອກເນື່ອງຈາກມີວິທີແກ້ໄຂບັນຫາໃໝ່ໆ ແລະ ຄວາມມຸ່ງໝັ້ນຂອງພວກເຂົາເພື່ອຄວາມເປັນເລີດ ໃນການອອກແບບອຸປະກອນຄວາມປອດໄພທີ່ທັນສະໄໝ.

ດ້ວຍ​ເຮືອ​ບິນ​ກວ່າ 105 ລຳ ​ແລະ ການ​ຂົນ​ສົ່ງ​ຜູ້​ໂດຍສານ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, Vietjet ຕັ້ງໃຈຂະຫຍາຍຕາໜາງ​ການບິນ​ໄປຫາຈຸດໝາຍປາຍທາງໃນທົ່ວຫວຽດນາມ, ອອສເຕຣເລຍ, ອິນເດຍ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ໄທ ແລະ ຈຸດໝາຍປາຍທາງລະຫວ່າງທະວີບ. ສາຍການບິນ Vietjet ໄດ້ມຸ່ງໝັ້ນທີ່ຈະຈັດຫາ ປະສົບການການບິນທີ່ດີທີ່ສຸດໃນລາຄາທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານຂອງຕົນ ໂດຍຜ່ານການຮ່ວມມືຍຸດທະສາດ ກັບບັນດາຄູ່ຮ່ວມການບິນ ແລະ ເຕັກໂນໂລຊີຊັ້ນນໍາຂອງອຸດສາຫະກໍາໃນທົ່ວໂລກ.

ວັນທີ 25 ກຸມພາ, ສາຍການບີນ Vietjet ຈະເປີດຖ້ຽວບິນກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດ (ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ) ເວລາເດີນທາງພຽງແຕ່ 1 ຊົ່ວໂມງ 45 ນາທີ, ເຊິ່ງເປັນການເດີນທາງທີ່ສະດວກ ແລະ ກຸ້ມຄ່າທີ່ສຸດ ພ້ອມທີ່ຈະໃຫ້ບໍລິການ ແລະ ຮອງຮັບໃຫ້ແກ່ຜູ້ໂດຍສານ ຈາກລາວ, ໂດຍສະເພາະຜູ້ທີ່ວາງແຜນທີ່ຈະເດີນທາງໃນໄລຍະວັນພັກທີ່ຈະມາເຖິງນີ້.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/