ເປັນຫຍັງແຟນເກົ່າທີ່ບໍ່ດີໃນມື້ນັ້ນ ຄືເປັນແຟນໃໝ່ທີ່ແສນດີຂອງຄົນອື່ນ?


ງານວິໄຈໃນຫົວຂໍ້ “Relationship form and function: Exploring meaning-making in young adults’ romantic histories” ທີ່ໄດ້ຕີພິມໃນ International Association for Relationship Research ເມື່ອປີ 2011 ພົບວ່າຄວາມສຳພັນ 256 ຄັ້ງທີ່ຜູ້ເຂົ້າຮ່ວມທົດສອບ 95% ກໍຕ້ອງຈົບລົງ ເວົ້າໄດ້ວ່າມີຮັກກໍຕ້ອງມີຈາກ.

ຈາກງານວິໄຈຊີ້ໃຫ້ເຫັນວ່າ ບັນດາແຟນເກົ່າ ຫຼື ຄວາມສຳພັນທີ່ຈົບລົງໄປສອນຫຍັງເຮົາແດ່? ໂດຍລວມຄຳຕອບສ່ວນໃຫຍ່ຈະແບ່ງໄດ້ເປັນ 3 ຂໍ້ ໄດ້ແກ່ ຄວນເຮັດຕົວແບບໃດໃນຄວາມສຳພັນ, ເປັນຕົວຢ່າງສຳລັບການເບິ່ງຫາຄວາມຮັກ ແລະ ສອນໃຫ້ຈັດການ ພ້ອມຄົງໄວ້ເຊິ່ງຂອບເຂດ.

ທຸກຄວາມສຳພັນມີເລິ່ມຕົ້ນແລ້ວຕ້ອງມີຈາກ ພ້ອມກັບຕ້ອງມີການຮຽນຮູ້ ເພື່ອຮັກສາໃຫ້ຍືນຍາວ ແລະ ເມື່ອຮັກຈາກລາ ທັງສອງກໍຕ່າງຮຽນຮູ້ ແລະ ເຕີບໃຫຍ່ຈາກຄວາມສຳພັນຄັ້ງເກົ່າ ເຮົາອາດຈະເຈັບປວດທີ່ເຫັນແຟນເກົ່າຂອງເຮົາ ທີ່ຕ້ອງໄປເປັນແຟນໃໝ່ທີ່ແສນດີຂອງຄົນອື່ນ ທັ້ງໆທີ່ເຮົາຢາກໃຫ້ເປັນແບບນັ້ນສະເໝີມາ ແຕ່ນັ້ນກໍໝາຍເຖິງການເຕີບໃຫຍ່ຂອງເຂົາເຈົ້າເຊັ່ນດຽວກັນ.

ແນ່ນອນວ່າເຮົາກໍບໍ່ຕ່າງຈາກແຟນເກົ່າ ເພາະເຮົາກໍເອງໄດ້ຮຽນຮູ້ ພຽງແຕ່ຕອນນີ້ເຮົາຍັງບໍ່ໄດ້ພົບ ຫຼື ອາດຈະຍັງບໍ່ເປີດໃຈໃຫ້ຕົນເອງໄດ້ພົບກັບຄວາມສຳພັນຄັ້ງໃໝ່ ກໍເລີຍຍັງບໍ່ພົບຕົນເອງໃນເວີຊັນທີ່ດີຂຶ້ນ ບາງເທື່ອເຮົາຕ້ອງຮຽນຮູ້ທີ່ຈະຢູ່ກັບເຫງົາ ແລະ ໃຫ້ໂອກາດຕົນເອງເພື່ອເດີນໜ້າຕໍ່ກັບຮັກຄັ້ງໃໝ່.

ຂອບໃຈຂ້ໍມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/