ການລອຍກະໂທງດິຈິຕອນຂອງກຸງເທບ ສາມາດຄວ້າຮາງວັນ Best Eco – Friendly Festival


ເມື່ອປາຍປີ 2023 ເຮົາອາດຈະເຄີຍເຫັນກະແສການລອຍກະໂທງແບບດິຈິຕອນ ທີ່ເອີ້ນສຽງຮືຮາໃນໂລກອອນລາຍມາແລ້ວ ໃນດ້ານຂອງການເປັນມິດຕໍ່ສິ່ງແວດລ້ອມ ທີ່ພຽງແຕ່ດາວໂຫຼດແອັບ ເພີ່ມຮູບກະໂທງ ແລະ ຂຽນຄຳອະທິຖານໃນແອັບ ກະໂທງກໍຈະຖືກສາຍອອກມາທາງໂປຣເຈັກເຕີທັນທີ ແລະ ໃນມື້ນີ້ສິ່ງນັ້ນໄດ້ຮັບການຢືນຢັນແລ້ວວ່າເປັນຄວາມຄິດທີ່ສ້າງສັນ ແລະ ຮັກສິ່ງແວດລ້ອມ ດ້ວຍການຄວ້າຮາງວັນ Best Eco – Friendly Festival ຫຼື ຮາງວັນເທສະການທີ່ເປັນມິດຕໍ່ສິ່ງແວດລ້ອມທີ່ສຸດ ໃນງານ Asia Pinnacle Awards

ຮາງວັນ Asia Pinnacle Awards ຈັດຂຶ້ນໂດຍສະມາຄົມ IFEA (ASIA) ຫຼື The International Festivals and Events Association ເຊິ່ງເປັນອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ມີຢູ່ 38 ປະເທດທົ່ວໂລກ ແບ່ງສະມາຊິກອອກຕາມທະວີບ.

ພວກເຂົາມີເກນໃນການຄັດເລືອກຈາກເທສະການທີ່ມີຄວາມເກົ່າແກ່ດັ້ງເດີມ ແລະ ການໃຊ້ນະວັດຕະກຳເຂົ້າມາຊ່ວຍລົດຜົນກະທົບທາງສິ່ງແວດລ້ອມ, ເຊິ່ງເທສະການການລອຍກະໂທງດິຈິຕອນຂອງເມືອງກຸງເທບເອງກໍຕອບໂຈດທັງສອງມາດຕະຖານທີ່ IFEA ວາງອອກ.

ດັ່ງທີ່ເຮົາຮູ້ວ່າແຕ່ລະປີມີຂີ້ເຫຍື້ອທີ່ເພີ່ມຂຶ້ນຈາກການລອຍກະໂທງເປັນຈຳນວນມະຫາສານ ສິ່ງນີ້ທຳລາຍສິ່ງແວດລ້ອມ ແລະ ແມ່ນ້ຳ ລວມເຖິງສິ່ງທີ່ມີຊີວິດທີ່ອາໄສຢູ່ບໍລິເວນນັ້ນອີກດ້ວຍ. ນີ້ເປັນຕົວຢ່າງທີ່ດີ ທີ່ມີການນຳເອົານະວັດຕະກຳໃໝ່ໆມາໃຊ້ໃນການສືບທອດປະເພນີ ແຖມຍັງເປັນມິດກັບສິ່ງແວດລ້ອມອີກດ້ວຍ.

ທີ່ມາ: https://www.thairath.co.th/news/society/2764998

https://www.pptvhd36.com/news/%E0%B8%AA%E0%B8%B1%E0%B8%87%E0%B8%84%E0%B8%A1/217686

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/