ນາຍົກລັດຖະມົນຕີ ເນັ້ນໃຫ້ດ່ານສາກົນທ່າບົກ ຄົ້ນຄວ້າປັບຄ່າບໍລິການຂົນສົ່ງ ດຶງດູດການໃຊ້ບໍລິການ ຜ່ານທາງລົດໄຟ ໃຫ້ຫຼາຍຂຶ້ນ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນຢໍ້າໃຫ້ ດ່ານສາກົນ ທ່າບົກ ທ່ານາແລ້ງ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ ເພື່ອດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວເຮັດວຽກ ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ນະຄອນຫລວງວຽງຈັນ, ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ອຳນວຍຄວາມສະດວກ ແລະ ບໍລິການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ລົດໄຟລາວ-ໄທ ເຂົ້າຮ່ວມ.

ຈຸດປະສົງການລົງເຄື່ອນໄຫວຄັ້ງນີ້, ກໍເພື່ອເປັນການຕິດຕາມກວດກາສະພາບຄວາມເປັນຈິງ ກ່ຽວ ກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ເປັນຕົ້ນ ການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກງານດ້ານຕ່າງໆ, ລວມທັງ ຂອດຂັ້ນຕ່າງໆທີ່ຕິດພັນການບໍລິການຢູ່ເຂດດັ່ງກ່າວ ໂດຍສະເພາະ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ.

ພ້ອມທັງຮັບຟັງບັນດາຂໍ້ສະເໜີ ທີ່ຍັງຄົງຄ້າງ ກໍຄື ສິ່ງທີ່ຍັງເປັນອຸປະສັກອຸດຕັນຕ່າງໆທີ່ຕິດພັນ ທັງເພື່ອເປັນຂໍ້ມູນ ສະເໜີ ແລະ ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ຜ່ານດ່ານດັ່ງກ່າວ ມີປະສິດທິພາບ, ມີຄວາມສະດວກວ່ອງໄວ, ໂລ່ງລ່ຽນ, ໂປ່ງໃສ, ຮັບປະກັນຄວາມປອດໄພ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ທັງສາມາດດຶງດູດການໃຊ້ບໍລິການ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ, ພ້ອມທັງຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນ ໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງ ຮັບຜິດຊອບວຽກງານດ້ານຕ່າງໆ ຢູ່ແຕ່ລະເຂດ; ຄຽງຄູ່ກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານ ຢ່າງຄົບຖ້ວນ, ເປັນມາດຕະຖານດຽວທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ.

https://www.facebook.com/permalink.php?story_fbid=pfbid02GMvKvHHnZMvkHNXergDyXkPMGPNbSH93MVDnnp77FoJf7TURJJGcWyeubzAo3TDJl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/