V LIVE ແພລັດຟອມຍອດນິຍົມ ສຳລັບວົງການ K-POP ກຽມຍຸຕິການໃຫ້ບໍລິການທ້າຍປີນີ້

V LIVE

V LIVE ແອັບທີ່ຮວບຮວມລາຍການບັນເທີງຕ່າງໆ ຂອງວົງການສິລະປິນ K-POP ທັງ Live ແລະ ລາຍການຂອງນັກຮ້ອງ ແມ່ນຈະນິຍົມໃຊ້ແອັບນີ້ບໍ່ວ່າຈະເປັນວົງນັກຮ້ອງຮຸ່ນເກົ່າ ແລະ ຮຸ່ນໃໝ່ ພ້ອມທັງບຸກຄົນມີຊື່ສຽງ. ຫຼ້າສຸດ ກໍໄດ້ມີການຢືນຢັນແລ້ວວ່າທາງແພລັດຟອມຈະຍຸຕິການໃຊ້ງານ ຕັ້ງແຕ່ວັນທີ 31 ທັນວາ 2022 ເປັນຕົ້ນໄປ, ສຳລັບເນື້ອຫາ ແລະ ຄອນເທັ້ນຕ່າງໆ ສຳລັບສິລະປິນທີ່ມີບັນຊີແອັບ Weverse ຢູ່ແລ້ວ (ຂຶ້ນກັບຄ້າຍວ່າຈະໂອນ ຫຼື ໃຫ້ຫາຍໄປ) ແມ່ນສາມາດຖ່າຍໂອນຂໍ້ມູນໄປຍັງແພລັດຟອມໃໝ່ໄດ້.

V LIVE ສາມາດເຮັດໃຫ້ສິລະປິນແລະແຟນຄລັບ ທີ່ຢູ່ໄກແຕ່ຄືກັບຢູ່ໃກ້ກັນ ເພາະລາຍການຂອງສິລະປິນລ້ວນແລ້ວແຕ່ຢູ່ໃນແພລັດຟອມນີ້ ລວມໄປເຖິງ V LIVE ຂອງສິລະປິນ ທີ່ເບິ່ງໄດ້ທັງສົດ ແລະ ຢ້ອນຫຼັງໄດ້ ມີຫຼາກຫຼາຍພາສາໃຫ້ເລືອກໃຊ້ເມື່ອເບິ່ງຢ້ອນຫຼັງ ໂດຍສະເພາະພາສາໄທທີ່ຄົນລາວເຮົາມັກຈະນິຍົມໃຊ້, ພ້ອມກັນນີ້ ຍັງສາມາດຮັບຊົມໄດ້ຟຣີທຸກມຸມໂລກອີກດ້ວຍ (ບາງລາຍການແມ່ນຊື້ ຈຶ່ງສາມາດເບິ່ງໄດ້). ໃນການໃຊ້ງານກໍບໍ່ມີຂັ້ນຕອນຫຍຸ້ງຍາກ ເຊື່ອມຕໍ່ໂດຍການເຂົ້າສູ່ລະບົບ Facebook ແລະ ແພລັດຟອມອື່ນໆໄດ້ແບບສະບາຍໆເລີຍກໍວ່າໄດ້.

V LIVE

ແຕ່ໜ້າເສຍດາຍ ເມື່ອແອັບໄດ້ປະກາດຍຸຕິ ທາງແຟນໆກໍຫວັງວ່າຂໍ້ມູນຕ່າງໆທາງຄ້າຍສິລະປິນຈະໂອນໄປຍັງແອັບໃໝ່ໄດ້. ຢ່າງໃດກໍຕາມ ລໍຖ້າຕິດຕາມໄປພ້ອມໆກັນວ່າທາງຄ້າຍຂອງສິລະປິນ ຫຼື ແພລັດຟອມນີ້ ຈະສາມາດໂອນຂໍ້ມູນໄປຍັງອີກແພລັດຟອມໄດ້ຫຼືບໍ່. ສ່ວນໃຜທີ່ຍັງເບິ່ງລາຍການຕ່າງໆຂອງສິລະປິນທີ່ທ່ານມັກກໍສາມາດຮັບຊົມໄດ້ ກ່ອນທີ່ມັນຈະຫາຍໄປໃນຕອນທີ່ເຮົາຍັງເບິ່ງບໍ່ໝົດ.

V LIVE

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/